ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ຢູ່ໃນປະເທດເວເນຊູເອລາ ພາກັນອັດຖະໜົນ
ໃຫຍ່ ໃນນະຄອນຫລວງແລະອີກຫລາຍໆຫົວເມືອງ ໃນວັນຈັນວານນີ້ ເພື່ອສືບຕໍ່ການ
ປະທ້ວງຢູ່ຕາມຖະໜົນຫົນທາງທີ່ດຳເນີນມາເປັນອາທິດທີສີ່ໃນ ການກົດດັນໃຫ້ປະທາ
ນາທິບໍດີຝ່າຍຊ້າຍທ່ານ Niocholas Maduro ຈັດໃຫ້ ມີການເລືອກຕັ້ງແຫ່ງຊາດ
ຄັ້ງໃໝ່.
ທ່ານ Julio Borges ປະທານສະພາແຫ່ງຊາດ ທີ່ຢູ່ພາຍໃຕ້ການນຳພາຂອງ ພັກຝ່າຍ
ຄ້ານ ກ່າວຕໍ່ພວກປະທ້ວງ ທີ່ໄປເຕົ້າໂຮມກັນ ຢູ່ Plaza Brion de Chacaito ທາງ
ພາກຕາເວັນອອກຂອງ ນະຄອນ Caracas ວ່າ “ພວກເຮົາຂໍກ່າວຢ້ຳອີກວ່າ ພຽງແຕ່
ຜ່ານການລົງຄະແນນສຽງເທົ່ານັ້ນ ພວກເຮົາຈະເຮັດໃຫ້ຊາວເວເນຊູເອລາທັງໝົດຕັດ
ສິນໃຈວ່າ ເຂົາເຈົ້າຕ້ອງການອະນາຄົດຢ່າງໃດສຳລັບປະເທດຊາດ.”
ພວກຕໍ່ຕ້ານລັດຖະບານ ຕັນຖະໜົນຫົນທາງໃນນະຄອນ Caracas ປະເທດ Venezuela,
ເສົາໄຟຟ້າທີ່ຫັກລົງ ໄດ້ຂວາງທາງຫຼາຍເລນຂອງທາງຫຼວງທີ່ຄຸ້ມ Santa Fe ໃນນະ
ຄອນຫຼວງ Caracas ໂດຍມີພວກປະທ້ວງຈຳນວນນຶ່ງພາກັນນັ່ງຫລືຢືນຢູ່ໃກ້ໆນັ້ນ.
ຢູ່ທີ່ທາງແຍກຫລາຍແຫ່ງ ພວກນັກເຄື່ອນໄຫວບາງຄົນພາກັນນຸ່ງເຄື່ອງສີເຫລືອງແດງ
ແລະຟ້າ ທີ່ເປັນທຸງຊາດເວເນຊູເອລາ ໄດ້ພາກັນເອົາຂີ້ເຫຍື້ອ ມາກອງຕັນທາງເພື່ອ
ຂັດຂວາງການສັນຈອນໄປມາ.
ອີງຕາມອົງການຂ່າວຮອຍເຕີແລ້ວ ຈຳນວນນຶ່ງແມ່ນພາກັນຫລີ້ນໄພ້ເພື່ອຂ້າເວລາ
ຊຶ່ງໃນບາງຄັ້ງ ກໍພາກັນຮ້ອງໂຮອອກມາວ່າ “ລັດຖະບານນີ້ໄດ້ພັງທະລາຍແລ້ວ.”
ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro, ຂວາ, ສຳພັດມືກັບ ລັດຖະມົນຕີປ້ອງກັນປະເທດ ເວເນຊູເອລາ ທ່ານ Vladimir Padrino Lopez.
ຕຳຫລວດຫລາຍຮ້ອນຄົນ ແລະກຳລັງຮັກສາດິນແດນ ໄດ້ຕັ້ງຢູ່ຫລາຍຈຸດໃນນະຄອນ
ດັ່ງກ່າວ ໂດຍມີເຄື່ອງປາບຈາລະຈົນໃນທ່າຕຽມພ້ອມ. ກຳລັງຮັກສາຄວາມປອດໄພໄດ້
ໃຊ້ແກັສນໍ້າຕາ ແລະບາງຄັ້ງໃຊ້ລູກປືນຢາງໃນການປະທະກັນເທື່ອກ່ອນກັບພວກ
ປະທ້ວງ.
ຜູ້ນຳຢ່າຍຄ້ານເວເນຊູເອລາ ທ່ານ Henrique Capriles ກ່າວຕໍ່ບັນດາຜູ້ສະໜັບສtໜູນ.
ຢ່າງໜ້ອຍມີສອງຄົນໄດ້ເສຍຊີວິດ ຢູ່ບ່ອນປະທ້ວງໃນແຫ່ງອື່ນໆຂອງປະເທດໃນວັນ
ຈັນວານນີ້ ທີ່ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດເພີ້ມຂຶ້ນເປັນຢ່າງໜ້ອຍ 23 ຄົນ ນັບ
ແຕ່ຕົ້ນເດືອນເມສາເປັນຕົ້ນມາ ພ້ອມກັບອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບ.
ນາງ Maria Corina Machodo ຜູ້ນຳຝ່າຍຄ້ານ ແລະເປັນອະດີດສະມາຊິກສະພາ
ແຫ່ງຊາດ ຂໍຮ້ອງໃຫ້ພວກປະທ້ວງສືບຕໍ່ການກົດດັນໂດຍກ່າວວ່າ “ຢູ່ໃນໂລກປະຊາ
ທິປະໄຕທັງໝົດຂອງເຮົາທຸກມື້ນີ້ ສາຍຕາຂອງເຂົາເຈົ້າຕ້ອງຢູ່ໃນຄຸກຂອງປະເທດເຮົາ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Venezuela Politics