ພວກປະທ້ວງ ໜຸນຫຼັງ ບໍລິສັດ Apple ໃຫ້ຕໍ່ສູ້ ກັບອົງການ FBI ຂອງ ສະຫະລັດ

ປະທານບໍລີສັດ Apple ທ່ານ Tim Cook ຕອບຄຳຖາມ ໃນກອງປະຊຸມ IBM ທີ່ສຳນັກງານໃຫຍ່ Watson ໃນ New York.

ພວກ​ທີ່​ສະໜັບສະໜຸນ ບໍລິສັດ Apple ທີ່​ຄັດຄ້ານຕໍ່ການ​ຊ່ອຍ​ເຫຼືອອົງການ​ສັນຕິ​ບານ​ສະ ຫະລັດ ຫຼື FBI ​ເພື່ອເຈາ​ະ​ເຂົ້າ​ໄປ​ໃນ IPhone ​ຂອງ​ມື​ປືນ​ສັງຫານ​ໝູ່ນັ້ນ ​ແມ່ນ​ວາງ​ແຜນ​ທີ່​ຈະ​ປະ​ທ້ວງ​ໃນ​ 40 ຫົວ​ເມືອງ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ຮວມທັງ​ສຳນັກງານ​ໃຫຍ່​ຂອງ​ອົງ ການ FBI ​ໃນ​ນະຄອນຫຼວງວໍ​ຊີງ​ຕັນນຳ.

ນີແມ່ນໂທລະສັບມືຖື Apple iPhone 5c ທີ່ຕອນນັ້ນແມ່ນເປັນທີ່ນິຍົມ ນຳມາວາງສະແດງໃນຮ້ານ Apple ທີ່ນະຄອນໂຕກຽວ, 20 ກັນຍາ, 2013. ໂທລະສັບ 5c ແມ່ນເປັນຂອງກາງ ທ່າມກາງການຟ້ອງຮ້ອງຂອງອົງການ FBI ຕໍ່ບໍລິສັດ Apple ໃນຄວາມພະຍາຍາມ ທີ່ຈະໃຫ້ບໍລິສັດດັ່ງກ່າວເປີດລະຫັດລັບຂອງໂທລະສັບນັ້ນ.

ກຸ່ມປົກ​ປ້ອງ​ສິດທິ​ທາງ​ດ້ານ​ດິຈິໂຕ​ ຫຼື Digital Right Group
ທີ່​ຮຽກຮ້ອງ​ໃຫ້​ທຳ​ການ​ຕໍ່ສູ້ ​ເພື່ອ​ອະນະ​ຄົດນັ້ນ ​ພວມວາງ​ແຜນ​ຈັດພິທີ​ຂຶ້ນ​ໃນ​ຮ້ານ​ Apple ​ໃນ​ນະຄອນ New York San Francisco Minneapolis Hong Kong ​ແລະນະຄອນ London. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ມັນ​ມີ​ຄວາມ​ຫຼໍ່​ແຫຼມສຳຄັນ ​ໃນຄວາມ​ພະຍາຍາມ​ທີ່​ຈະ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ໃຫ້​ປອດ ​ໄພ ແລະ​ໂທລະສັບ​ຕ່າງໆ​ຈະ​ມີ​ອັນ​ຕະລາຍ​ຫຼາຍຂຶ້ນ ຖ້າ​ຫາ​ວ່າ​ລັດຖະບານ​ຊະນະ​ຄະດີ​ດັ່ງ ກ່າວ​ ​ທາງ​ກົດໝາຍ ຕໍ່​ບໍລິສັດ Apple.

​ເຈົ້າ​ໜ້າ​ທີ່​ສະຫະລັດ ຕ້ອງການໃຫ້ບໍລິສັດ Apple ຊ່ອຍ​ໃນ​ການ​ເປີດ​ລະ​ຫັດ​ລັບ​ໂທລະສັບ ​ທີ່​ທ້າວ Syed Rizwan Farook ​ໃຊ້
ຜູ້​ຊຶ່ງພ້ອມ​ທັງ​ພັນ​ລະ​ຍາ​ຂອງ​ລາວນາງ Tafsheen Malik ໄດ້​ສັງຫານ 14 ຄົນ ທີ່​ເມືອງ San Bernardino ​ລັດ California ​ໃນ​ປີ​ກາຍ​ນີ້.

​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ທາງບໍລິສັດ Apple ​ໄດ້​ປະຕິ​ເສດບໍ່​ຍອມ​ໃຫ້ການ​ຊ່ອຍ​ເຫຼືອດັ່ງກ່າວ​ນີ້ ​ໂດຍ​ກ່າວ​ວ່າ ທາງ FBI ​ໄດ້​ຮຽກຮ້ອງ​ໃຫ້​ໃຊ້ວິທີ​ທີ່​ເອີ້ນ​ວ່າ ປະຕູ​ຫຼັງ ຫຼື Backdoor ຂອງ​ທາງ​ບໍລິສັດ ​ທີ່​ຈະ​ສົ່ງ​ເສີມ​ການ​ໄຂລະຫັດ​ລັບ​ນີ້ ແລະ​ວ່າ ​ໃນ​ທາງ​ທີ່ບໍ່​ຖືກບໍ່ຕ້ອງ​ແລ້ວ software ທີ່​ວ່າ​ນີ້ ຈະ​ສາມາດ​ເປີດເຜີຍຂໍ້​ມູນ​ຜູ້​ບໍລິ​ໂພ​ກຂອງບໍລິສັດ Apple ຈຳນວນ​ນັບບໍ່​ຖ້ວນ ​ເພື່ອ​ຊອກ​ຄົ້ນ​ໂທລະສັບຂອງ​ພວກ​ເຂົາ​ເຈົ້າ​ໃນ​ອະນາ​ຄົດ.

Your browser doesn’t support HTML5

Apple Security Dispute Raises Controversy