ພວກປະທ້ວງໄດ້ປະທະກັບຕໍາຫຼວດໃນປະເທດ Bahrain ທີ່ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນໃນຂະນະທີ່ພັກຝ່າຍຄ້ານສຽງສ່ວນຫຼາຍຂອງຊາວມຸສລິມ ນິກາຍ Shi’ite ໃນປະເທດດັ່ງກ່າວນີ້ ພາກັນສະເຫຼີມສະຫຼອງຂີດໝາຍວັນຄົບຮອບປີທີສອງ ໃນການລຸກຮືຂຶ້ນ ຕໍ່ຕ້ານຜູ້ປົກຄອງປະເທດທີ່ນັບຖືສາ ສະໜາອິສລາມນິກາຍຊຸນນີນັ້ນ.
ກຸ່ມຝ່າຍຄ້ານໃຫຍ່ສຸດ Al Wefaq ເວົ້າວ່າ ເດັກຊາຍໄວລຸ້ນນຶ່ງຄົນຖືກຕໍາຫຼວດຍິງຕາຍ ຢູ່ໃນໝູ່ບ້ານຂອງຊາວ Shi’ite ໃກ້ໆນະຄອນຫຼວງ Manama. ກະຊວງພາຍໃນຂອງບາເຣນເວົ້າວ່າ ມີຜູ້ນຶ່ງເສຍຊີວິດໃນວັນພະຫັດມື້ນີ້ ຫຼັງຈາກຖືກນໍາສົ່ງໂຮງໝໍ.
ບັນດາກຸ່ມຝ່າຍຄ້ານ ໄດ້ຮຽກຮ້ອງນັດຢຸດງານໃນທົ່ວປະເທດເມື່ອວັນພະ ຫັດມື້ນີ້ ເພື່ອເປັນຂີດໝາຍວັນຄົບຂອງການລຸກຮືຂຶ້ນ.
ການປະທ້ວງບັ້ນຕ່າງໆໄດ້ລະເບີດຂຶ້ນໃນປີ 2011 ທ່າມກາງຄື້ນຟອງຂະບວນການເຄື່ອນໄຫວເພື່ອຮຽກຮ້ອງເອົາປະຊາທິປະໄຕຢູ່ໃນປະເທດອາຣັບ ອື່ນໆ. ພວກປະທ້ວງໄດ້ທວງໃຫ້ມີການປະຕິຮູບປະໄຊທິປະໄຕຢູ່ໃນປະເທດບາເຣນ ແລະເຮັດໃຫ້ລະບອບການປົກຄອງຂອງກະສັດຊຸນນີ ທີ່ເຂົ້າໃຈວ່າຈຳແນກກີດກັນຕໍ່ຊາວມຸສລິມນິກາຍ Shi’ite ຊຶ່ງເປັນຊົນກຸ່ມນ້ອຍນັ້ນ ສິ້ນສຸດລົງ.
ປະມວນພາບການສະຫຼອງຂີດໝາຍວັນຄົບຮອບປີທີສອງ ໃນການລຸກຮືຂຶ້ນ

Your browser doesn’t support HTML5
Protests in Bahrain on Second Anniversary of Uprising
ບັນດາກຸ່ມຝ່າຍຄ້ານ ໄດ້ຮຽກຮ້ອງນັດຢຸດງານໃນທົ່ວປະເທດເມື່ອວັນພະ ຫັດມື້ນີ້ ເພື່ອເປັນຂີດໝາຍວັນຄົບຂອງການລຸກຮືຂຶ້ນ.
ການປະທ້ວງບັ້ນຕ່າງໆໄດ້ລະເບີດຂຶ້ນໃນປີ 2011 ທ່າມກາງຄື້ນຟອງຂະບວນການເຄື່ອນໄຫວເພື່ອຮຽກຮ້ອງເອົາປະຊາທິປະໄຕຢູ່ໃນປະເທດອາຣັບ ອື່ນໆ. ພວກປະທ້ວງໄດ້ທວງໃຫ້ມີການປະຕິຮູບປະໄຊທິປະໄຕຢູ່ໃນປະເທດບາເຣນ ແລະເຮັດໃຫ້ລະບອບການປົກຄອງຂອງກະສັດຊຸນນີ ທີ່ເຂົ້າໃຈວ່າຈຳແນກກີດກັນຕໍ່ຊາວມຸສລິມນິກາຍ Shi’ite ຊຶ່ງເປັນຊົນກຸ່ມນ້ອຍນັ້ນ ສິ້ນສຸດລົງ.
ປະມວນພາບການສະຫຼອງຂີດໝາຍວັນຄົບຮອບປີທີສອງ ໃນການລຸກຮືຂຶ້ນ
ການປະທ້ວງຂີດໝາຍ ຄົບຮອບປີທີສອງຂອງ ການລຸກຮືຂຶ້ນ ຢູ່ບາເຣນ