ມີການປະທ້ວງ ສະແດງ ຄວາມໂກດແຄ້ນ ຕໍ່ ປ. ທຣຳ ຢູ່ໃນປະເທດ ທີ່ນັບຖື ອິສລາມ

ຜູ້ປະທ້ວງຄົນນຶ່ງ ຖືທຸງຊາດປາແລສໄຕນ໌ ໃນລະຫວ່າງ ການເດີນຂະບວນ ຕໍ່ຕ້ານການຕັດສິນໃຈ ຂອງ ປ. ທຣຳ ທີ່ຮັບຮູ້ເຈຣູຊາແລັມ ເປັນເມືອງຫຼວງ ຂອງອິສ ຣາແອລ. (8 ທັນວາ 2017)

ມີການປະທ້ວງຕໍ່ຕ້ານສະຫະລັດຂະໜາດໃຫຍ່ຢູ່ໃນບັນດາປະເທດທີ່ນັບຖືສາສະໜາ
ອິສລາມ ໃນວັນສຸກວານນີ້ ຫລັງຈາກສະຫະລັດ ຮັບຮູ້ວ່າ ນະຄອນ​ເຈຣູຊາແລັມ ເປັນ ເມືອງຫຼວງຂອງອິສຣາແອລ ຊຶ່ງການປະທ້ວງ ໃນເຂດກາຊາ ເຮັດໃຫ້ຜູ້ຊາຍປາແລສ
ໄຕນ໌ ຄົນນຶ່ງເສຍຊີວິດ.

ທ້າວມາກມຸດ ອາລ-ມາສຣີ ຊາວປາແລສໄຕນ໌ ອາຍຸ 30 ປີ ໄດ້ຖືກຍິງຕາຍ ໂດຍທະ ຫານອິສຣາແອລ ໃນລະຫວ່າງການປະທະກັນ ຢູ່ຕາມຊາຍແດນອິສຣາແອລ ຕິດກັບ
ເຂດກາຊາຫຼັງຈາກຊາວປາແລສໄຕນ໌ໄດ້ຮຽກຮ້ອງໃຫ້ຈັດ “ວັນແຫ່ງຄວາມໂກດແຄ້ນ” ເພື່ອປະທ້ວງການເຄື່ອນໄຫວດັ່ງກ່າວຂອງສະຫະລັດ. ກອງທັບອິສຣາແອລໃຫ້ການ
ຢືນຢັນວ່າ ຕົນໄດ້ຍິງ 2 ຄົນ ຢູ່ທີ່ເມືອງຄານຢູນິສ ທາງພາກໃຕ້ຂອງເຂດກາຊາ ໂດຍ
ກ່າວຫາບຸກຄົນທັງ 2 ວ່າ ເປັນຜູ້ປຸກລະດົມໃຫ້ມີການກໍ່ການຈະລາຈົນຮຸນແຮງ.

ເຮືອບິນອິສຣາແອລຍັງໄດ້ໂຈມຕີເປົ້າໝາຍທາງທະຫານໃນເຂດກາຊາເພື່ອຕອບໂຕ້
ຕໍ່ການຍິງຈະຫຼວດໂຈມຕີ ຈາກເຂດດັ່ງກ່າວ. ກະຊວງສາທາລະນະສຸກ ຂອງປາແລສ
ໄຕນ໌ກ່າວວ່່າ ມີຢ່າງໜ້ອຍ 15 ຄົນບາດເຈັບ ໃນການໂຈມຕີທາງອາກາດທີ່ວ່ານີ້.

ນອກນັ້ນແລ້ວ ໃນວັນສຸກວານນີ້ການເດີນຂະບວນປະທ້ວງຍັງໄດ້ມີຂຶ້ນທີ່ປະເທດອີຣັກ
ຈໍແດັນ ຊີເຣຍ ປາກິສຖານ ເລບານອນ ມາເລເຊຍ ແລະອິນໂດເນເຊຍຊຶ່ງເປັນປະເທດ
ທີ່ນັບຖືສາສະໜາອິສລາມທີ່ໃຫຍ່ທີ່ສຸດໃນໂລກ.

ສັນນິບາດອາຣັບ ທີ່ມີສະມາຊິກ ເກືອບ 24 ປະເທດ ຈະປະຊຸມກັນ ໃນວັນເສົາມື້ນີ້ ໃນ
ຄວາມພະຍາຍາມເພື່ອຈະເອົາທ່າທີຮ່ວມ​ ກ່ຽວກັບເລື່ອງນີ້.

​ປະທານາທິບໍດີ​ສະຫະລັດທ່ານດໍໂນລ ທຣຳ ໄດ້​ປະກາດ​ໃຫ້ນະຄອນ​ເຈຣູຊາ​ແລັມເປັນ
ເມືອງຫຼວງ​ຂອງ​ອິສຣາ​ແອ​ລໃນວັນພຸດແລ້ວນີ້ແລະສະຫະລັດມີແຜນການທີ່ຈະຍ້າຍສະ
ຖານທູດຂອງຕົນໄປທີ່ນັ້ນ.

ອິສຣາແອລຖືວ່າ ນະຄອນເຈຣູຊາແລັມທັງໝົດເປັນເມືອງຫຼວງຂອງຕົນ. ຝ່າຍປາແລສ
ໄຕນ໌ ຕ້ອງການຢາກໃຫ້ ພາກຕາເວັນອອກ ຂອງນະຄອນເຈຣູຊາແລັມ ເປັນເມືອງຫຼວງ
ໃນອະນາຄົດ ຂອງປະເທດປາແລສໄຕນ໌ ທີ່ເປັນເອກກະລາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ