ຊາວເນປານ 3 ໝື່ນຄົນ ປະທ້ວງ ແຜນການຂອງ ລັດຖະບານ ກ່ຽວກັບ ລັດຖະທຳມະນູນ

ທຸງປະຈຳພັກ ປິວສະບັດ ຂະນະທີ່ບັນດາສະມາຊິກ ຈາກພັກຝ່າຍຄ້ານຕ່າງໆ ຟັງການກ່າວຄຳປາໄສຂອງຜູ້ນຳພັກ ໃນລະຫວ່າງການປະທ້ວງ ທີ່ນຳພາໂດຍ ພັກຄອມມິວນິສສາມັກຄີ ຂອງເນປານ ທີ່ນິຍົມລັດທິ Mao ຢູ່ທີ່ນະຄອນຫລວງ Kathmandu, ວັນທີ 28 ກຸມພາ 2015.

ພວກ​ສະໜັບສະໜຸນ​ຝ່າຍ​ຄ້ານ ຈຳນວນຫຼາຍໝື່ນ​ຄົນ ​ໄດ້​ປະ​ທະ​
ກັນ​ກັບ​ຕຳຫລວດ ຢູ່​ທີ່ນະຄອນຫລວງ Kathmandu ​ຂອງ​ປະ​ເທດ
​ເນ​ປານ ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ການ​ປະ​ທ້ວງ​ແຜນການ​ ຂອງ​ລັດ
ຖະບານ ທີ່​ຈະ​ໃຫ້​ສະພາລົງ​ຄະ​ແນນ​ສຽງ ກ່ຽວ​ກັບລັດ​ຖະ​ທຳ
ມະນູນສະບັບ​ໃໝ່.

​ກຸ່ມພັນທະ​ມິດ ທີ່​ປະ​ກອບ​ດ້ວຍ 30 ພັກ​ຝ່າຍ​ຄ້ານຮຽກຮ້ອງ​ໃຫ້ມີ
ການ​ລົງປະຊາ​ມະຕິ​ແຫ່ງ​ຊາດ ​ເພື່ອ​ຮັບຜ່ານ​ຮ່າງ​ລັດຖະທຳ​ມະນູ​ນ
ສະບັບ​ໃໝ່​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ກຸ່ມ​ຝ່າຍ​ຄ້ານດັ່ງກ່າວ​ ທີ່ໄດ້​ຂົ່ມຂູ່​ຈະ​ທຳ​ການ
​ປະ​ທ້ວງ​ຕາມ​ທ້ອງ​ຖະໜົນ ໄດ້​ລະດົມ​ເອົາຜູ້ຄົນ​ ປະມານ 30,000 ຄົນ​ ອອກ​ມາປະ​ທ້ວງ
​ໃນ​ນະຄອນຫລວງ Kathmandu. ການ​ໂຮມ​ຊຸມນຸມ​ກັນ​ໄດ້​ເລີ້ມ​ຂຶ້ນ​ ​ຢູ່​ໃນ​ຫລາຍໆ​ເຂດ
​ຂອງເມືອງຫລວງ ​ແລະ ​ໄດ້​ເດີນ​ຂະ​ບວນ​ເຂົ້າ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ ​ສະໜາມກິລາ cricket
Tudikhel.

​ພວກ​ປະ​ທ້ວງກຸ່ມນຶ່ງ ​ໄດ້ປະ​ທະ​ກັບ​ຕຳຫລວດ​ປາບ​ຈາ​ລາ​ຈົນ ​ເວລາ​ພວກ​ເຂົາ​ເຈົ້າພະຍາຍາມ ບຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນ ທີ່​ທາງ​ການ​ຫ້າມບໍ່​ໃຫ້​ທຳ​ການ​ປະ​ທ້ວງ.

ຕຳຫລວດ ​ໄດ້​ຍິງ​ແກັສນ້ຳຕາ ​ໃສ່​ພວກ​ປະ​ທ້ວງ ​ຊຶ່ງ​ມີຫຼາຍຄົນ​ໄດ້​ຖືກ ​ ​ ທຸບ​ຕີ ດ້ວຍໄມ້​ຄ້ອນ ຂອງຕຳຫລວດ.

Your browser doesn’t support HTML5

Nepal rally video