ພວກປະທ້ວງ ແບ່ງແຍກດິນແດນ ໃນພາກ ຕາເວັນອອກ ຢູເຄຣນ ປະເຊີນກັບ ເສັ້ນຕາຍ

ນາຍົກຢູເຄຣນ ທ່ານ Arseny Yatseniuk ກ່າວຄຳປາໄສ ຂະນະທີ່ທ່ານໄປຮ່ວມປະຊຸມ ທີ່ເມືອງ Donetsk ໃນພາກຕາເວັນອອກຂອງປະເທດ (11 ເມສາ 2014)

ພວກປະທ້ວງແບ່ງແຍກດິນແດນທີ່ນິຍົມຣັດເຊຍຊຶ່ງໄດ້ເຂົ້າຢຶດ
ເອົາ ຕຶກໂຮງການຂອງລັດຖະບານຫຼາຍໆຫຼັງ ໃນພາກຕາເວັນ
ອອກຂອງຢູເຄຣນນັ້ນພວມປະເຊີນໜ້າກັບເສັ້ນຕາຍທີ່ລັດຖະ
ບານຢູເຄຣນໄດ້ກຳນົດໄວ້ໃນວັນສຸກມື້ນີ້ ເພື່ອໃຫ້ເຂົາເຈົ້າວາງ
ອາວຸດນັ້ນ.

ໃນອາທິດນີ້ ພວກຜູ້ຊາຍທີ່ປະກອບອາວຸດຈຸນຶ່ງ ໄດ້ບຸກເຂົ້າໄປ
ໃນຕຶກໂຮງການລັດຖະບານ ຢູ່ທີ່ເມືອງ Luhansk ແລະເມືອງ
Donetsk ທວງໃຫ້ຢູເຄຣນອະນຸຍາດໃຫ້ມີການລົງປະຊາມະຕິ ເພື່ອໃຫ້ເຂດດັ່ງກ່າວແຍກຕົວອອກເປັນເອກກະລາດ.

ລັດຖະບານຢູເຄຣນໄດ້ສະເໜີໃຫ້ອະໄພຍະໂທດແກ່ພວກທີ່ຍອມຈຳນົນ ແຕ່ກໍໄດ້ຂູ່ວ່າຈະ ໃຊ້ກຳລັງ ຖ້າພວກເຂົາເຈົ້າຫາກບໍ່ຖອນອອກໄປ ຈາກຕຶກໂຮງການຂອງລັດຖະບານພາຍ ໃນວັນສຸກມື້ນີ້.

ພາບຫຼ້າສຸດ ຈາກ ຢູເຄຣນ


ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk ໄດ້ພົບປະໃນວັນສຸກມື້ນີ້ກັບພວກ ຜູ້ນຳທ້ອງຖິ່ນໃນເມືອງ Donetsk ແລະເວົ້າວ່າ ທ່ານມີຄວາມຫວັງໄປໃນແງ່ດີທີ່ວ່າ ການປະ ເຊີນໜ້າກັນດັ່ງກ່າວຈະສາມາດໄດ້ຮັບການແກ້ໄຂ.

ທ່ານ Yatsenyuk ເວົ້າວ່າ “ຂ້າພະເຈົ້າ ຂໍກ່າວຢ່າງຈະແຈ້ງວ່າ ລັດຖະບານກາງບໍ່ພຽງແຕ່ ພ້ອມແລ້ວທີ່ຈະເປີດການໂອ້ລົມກັບຂົງເຂດຕ່າງໆ ແຕ່ຍັງພ້ອມແລ້ວທີ່ ຈະປະຕິບັດຕາມ ພັນທະຕາມກົດໝາຍແລະມີຄວາມປະສົງຢາກໃຫ້ພົນລະເມືອງທັງໝົດເປັນຂອງປະເທດ
ຂອງພວກເຮົາ. ກ່ຽວກັບຂອບເຂດຂອງການປ່ຽນແປງ ລັດຖະທຳມະນູນນັ້ນ ພວກເຮົາຈະ ສາມາດສະໜອງຕອບ ຕໍ່ການຮ້ອງຂໍເປັນພິເສດຂອງທຸກໆເຂດ.”

Your browser doesn’t support HTML5

UKRAINE VO


ຍັງບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນໃນທັນທີວ່າ ລັດຖະບານພວມກະກຽມທີ່ຈະປະຕິບັດ ຕາມຄຳຂູ່ຂອງຕົນທີ່ຈະໃຊ້ກຳລັງເພື່ອຂັບໄລ່ພວກປະທ້ວງອອກໄປຈາກຕຶກໂຮງການລັດ
ຖະບານ ແລະກໍບໍ່ມີຫລັກຖານໃດໆ ສະແດງໃຫ້ເຫັນວ່າພວກປະທ້ວງພ້ອມແລ້ວ ທີ່ຈະຍອມ
ຈຳນົນ.

ຂະນະດຽວກັນ ກໍມີຄວາມວິຕົກຢູ່ຕໍ່ມາວ່າ ຣັດເຊຍອາດຈະກະກຽມເພື່ອບຸກເຂົ້າໄປໃນພາກ ຕາເວັນອອກຂອງຢູເຄຣນ.

ໃນວັນພະຫັດວານນີ້ ອົງການເນໂຕ້ໄດ້ນຳອອກເຜີຍແຜ່ຮູບຖ່າຍທາງອາກາດທີ່ສະແດງໃຫ້ ເຫັນ ໃນອັນທີ່ອົງການເນໂຕ້ເວົ້າວ່າ ເປັນທະຫານຣັດເຊຍຈຳນວນ 40,000 ຄົນ ພ້ອມດ້ວຍ ລົດຖັງ ແລະເຮືອບິນ ເຕົ້າໂຮມກຳລັງຢູ່ໃກ້ໆກັບຊາຍແດນຂອງຢູເຄຣນນັ້ນ.