ການສືບສວນສອບສວນໂດຍອົງການ Global Witness ທີ່ມີສຳນັກງານທີ່ນະຄອນຫຼວງລອນດອນ ໄດ້ພົບເຫັນຕາໜ່າງທີ່ຊັບຊ້ອນຂອງບໍລິສັດກຳປູເຈຍ ທີ່ມີມູນຄ່າປະມານ 200 ລ້ານໂດລາ ທີ່ພົວພັນກັບຄອບຄົວຂອງຜູ້ນຳຜະເດັດການນາຍົກລັດຖະ ມົນຕີ Hun Sen.
“ຊຶ່ງນີ້ອາດຈະເປັນພຽງແຕ່ຈຸດເລີ້ມຕົ້ນຂອງເລື້ອງທັງໝົດ,” ທີ່ລາຍງານຂອງ Hostile Takeover ໄດ້ກ່າວໄວ້ນັ້ນ.
ສະພາກາແດງ, ທີ່ນຳພາໂດຍພັນລະຍາຂອງນາຍົກລັດຖະມົນຕີ Hun Sen, ທ່ານນາງ Bun Rany, ທີ່ຖືກຕຳນິຕິຕຽນ ທີ່ໃກ້ຊິດກັບພັກປະຊາຊົນກຳປູເຈຍ.
ລາຍງານນີ້ບໍ່ໄດ້ຮວມເອົາມູນຄ່າຂອງອະສັງຫາລິມມະຊັບຂອງຄອບຄົວທ່ານ ຊຶ່ງມັນມີຢ່າງຫຼວງຫຼາຍ ແຕ່ອ້າງເອົາຄຳເວົ້າຂອງພວກຊ່ຽວຊານ ທີ່ກ່າວວ່າ ມູນຄ່າອັນມະຫາສານນີ້ອາດມີໃນລະຫວ່າງ 500 ລ້ານ ແລະ1 ພັນລ້ານໂດລາ.
ນີ້ແມ່ນເງິນມູນຄ່າມະຫາສານຂອງທ່ານ Hun Sen ຊຶ່ງຢືນຢັນວ່າ ທ່ານມີລາຍໄດ້ພຽງແຕ່ 13 ພັນ 800 ໂດລາ ຕໍ່ປີ ໃນຕຳແໜ່ງນາຍົກລັດຖະມົນຕີ ແລະເປັນຜູ້ນຳ ຂອງພັກປະຊາຊົນ ກຳປູເຈຍ.
ບັນດາສະມາຊິກຂອງ ພັກກູ້ຊາດກຳປູເຈຍ ທີ່ສະແດງໃຫ້ເຫັນການຊູມື ໃນພະນົມເປັນ, 27 ພຶດສະພາ, 2016.
ປະມານ 40 ເປີເຊັນ ຂອງຊາວກຳປູເຈຍ ມີຄວາມເປັນຢູ່ໃກ້ໆກັບ ຫຼືບໍ່ ກໍຕ່ຳກ່ວາເສັ້ນກຳນົດຄວາມຍາກຈົນ ອີກ 40 ເປີເຊັນ ຂອງພວກເດັກນ້ອຍແມ່ນຂາດສານອາຫານ ແລະຊ່ອງຫວ່າງທີ່ຫລຸດໂຕນ ລະຫວ່າງຄົນຮັ່ງມີແລະພວກທີ່ທຸກຈົນ ແມ່ນນັບມື້ນັບຈະ ເພີ້ມຂຶ້ນ ຈົນກາຍມາເປັນບັນຫາທາງສັງຄົມ.
ລູກຊາຍຜູ້ໃຫຍ່ທັງສອງຂອງທ່ານ Hun Sen ທ່ານ Manet ແລະທ່ານ Many ແມ່ນຖືກ ກ່າວເຖິງນຳ ຮວມທັງພັນລະຍາຂອງທ່ານ ທ່ານນາງ Bun Rany ຫົວໜ້າອົງການສະພາກາແດງ ຊຶ່ງ Hostile Takeover ລະບຸວ່າ ບໍ່ໄດ້ປິດບັງສະຖານະການທາງການເມືອງ ແລະ ຖືກມອງເຫັນໃນທາງ “ຊ່ອຍເຫຼືອທາງດ້ານມະນຸດສະທຳ” ຂອງພັກປະຊາຊົນກຳປູເຈຍ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ