ກຳລັງ ສະໜັບສະໜູນ ລັດຖະບານຊີເຣຍ ຫາທາງ ເຂົ້າຍຶດທີ່ໜັ້ນ ແຫ່ງສຸດທ້າຍ ຂອງ ພວກຕໍ່ຕ້ານ

ຮູບພາບ ທີ່ສະແດງໃຫ້ເຫັນ ຄວາມເສຍຫາຍ ຈາກການໂຈມຕີ ທາງອາກາດ ໃນວັນອັງຄານມື້ນີ້ ທີ່ເມືອງຄານ ຂອງຄານເຊກູນ ປະເທດຊີເຣຍ.

ທະ​ຫານ​ຊີເຣຍ ​ແລະ​ກຳລັງ​ທີ່​ໄດ້ຮັບການໜູນ​ຫລັງຈາກອີຣ່ານ ຮວມທັງ​ພວກ​ນັກ​ລົບ
ອັຟກາ​ນິສຖານ ສະໜັບສະໜູນໂດຍ​ກຳລັງ​ທາງ​ອາກາດຂອງຣັດ​ເຊຍ ​ໄດ້​ເລີ້ິມບຸກ​ໂຈມ​
ຕີທີ່​ໝັ້ນຂອງພວກຕໍ່ຕ້ານລັດຖະບານຊີເຣຍໃນ​ແຂວງ​ອິດລິບ.

​ແຂວງ​ອິດ​ລິບ​ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືຶ​ອຂອງ​ຊີ​ເຣຍ ຖື​ວ່າ​ເປັນ​ທີ່​ໝັ້ນ​ອັນ​ເຂັ້ມແຂງ
ແຫ່ງ​ສຸດ​ທ້າຍ ​ທີ່​ຄວບຄຸມ​ໂດຍບັນດາ​ພວກຕໍ່ຕ້ານ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ເມືອງ​
ອາ​ແລັບໂປ ​ໃຫ້ແກ່​ອຳນາດການປົກຄອງຊີ​ເຣຍໃນ​ເດືອນ​ທັນ ວາປີກາຍ​ນີ້. ດ້ວຍ​ການ​
ໂຈມ​ຕີ​ທາງ​ອາກາດຢ່າງໜັກ​ໜ່ວງຂອງຣັດເຊຍ ​ແລະ​ການສະໜັບສະໜູນ​ທາງ​ພາກ​ພື້ນ​ດິນໂດຍອີຣ່ານ ກຳລັງ​ທ່ານ​ອາຊາ​ດ ​ຈຶ່ງສາມາດເຂົ້າ​ຍຶດ​ເອົາຄຸ້ມຕ່າງໆ​ໃນເຂດຊານ
​ເມື​ອງອາ​ແລັບໂປ​ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ.

ການຕົກລົງເພື່ອຍຸຕິ​ການ​ສູ້​ລົບ​ຢູ່​ເມືອງ​ອາ​ແລັບ​ໂປ ​ມີ​ລາຍ​ງາຍ​ວ່າ​ ພົວພັນ​ກັບ​ການ​ຍົກ
ຍ້າຍ​ສ່ວນ​ໃຫຍ່​ຂອງພວກ​ນັກ​ລົບ​ຝ່າຍ​ຕໍ່ຕ້ານ ​ແລະ​ຄອບຄົວ​ເຂົາ​ເຈົ້າ​ໄປ​ຢູ່ແຂວ​ງອິດລິບ
ທີ່ຕັ້ງຢູ່​ໃກ້​ຄຽງ​.

​ແຂວງ​ອິດ​ລິບ ໄດ້​ຕົກ​ຢູ່​ພາຍ​ໃກ້​ການ​ຄວບ​ຄຸມໂດຍເຕັມ ​ຂອງ​ຕໍ່ຕ້ານ​ຕັ້ງມາ​ແຕ່່ປີ 2015
​ເວລາ​ພວກ​ກະບົດໄດ້​ຍຶດ​ເອົາ​ເມືອງ​ເອກ​ຂອງ​ແຂວງທີ່ເອີ້ນວ່າ​ອິດ​ລິບເຊັ່ນດຽວກັນນັ້ນ.

ກອງທັບ​ກ່າວ​ວ່າ ບ້ານ ອູມ ຕູ​ເຣກາ, ບີ​ລິນ, ​ແລະບ້ານຣູຈຳ ອາລ ອາມາ ​ໄດ້​ຖືກ​ຍຶດ​ເອົາ
​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ແຂວງ​ຮາ​ມາ ໂດຍບັງຄັບ​ໃຫ້ພວກ​ຕໍ່ຕ້ານ​ຫລົບໜີ​ໄປ​
ຫາ​ເຂດ​ທີ່​ຢູ່ໃກ້​ກັບ​ຊາຍ​ແດນແຂວງ​ອິດ​ລິບ.
ພວກ​ຕໍ່ຕ້ານ​ຖິ້ມ​ໂທດ​ໃສ່ການ​ໂຈມ​ຕີ​ທາງ​ອາກາດຢ່າງໜັກ ຊຶ່ງ​ເປັນ​ເຫດຜົນທີ່ສຳຄັນ​ທີ່
ພາໃຫ້ເຂົາເຈົ້າຖອຍໜີ. ເຟສບຸກທີ່​ໃກ້ຊິດກັບກອງທັບ​ຊີ​ເຣຍເສລີ ກ່າວ​ວ່າ ມີການໂຈມີ
ດ້ວຍລູກ​ສອນ​ໄຟ​ ແລະ​ການ​ຖິ້ມ​ລະ​ເບີດ​ຫຼາຍໆຄັ້ງ ໂດຍ​ເຮືອບິນ​ລົບ ຣັດ​ເຊຍໃນໄລຍະ
48 ຊົ່ວ​ໂມງ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ເ​ຮັດ​ໃຫ້​ຂົງ​ເຂດດັ່ງກ່າວໄດ້ຮັບ ​ຄວາມເສຍ​ຫາຍເຮັດໃຫ້
ປະຊາຊົນ​ທີ່​ບໍ່ມີຄວາມຜິດ​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ ​ແລະ​ຖືກບ້ານແລະເມືອງຕ່າງໆ ຊຶ່ງ
ເປັນທີ່​ໜັ້ນຂອງ​ຝ່າຍຕໍ່ຕ້ານ ໃນ​ພາກ​ຕາ​ເວັນອອກ ສຽງເໜືອຂອງແຂວງຮາມາ ແລະ
ພາກໃຕ້ຂອງແຂວງ​ອິດ​ລິບ.

ອິດລິບ ແລະໂຮມສ ບັນດາແຂວຂອງ ຊີເຣຍ.

ທ່ານ​ອາລີ ອາລ​ຈາ​ເບີ ນັກ​ເຄື່ອນ​ໄຫວ ​ແລະ​ນັກ​ຂ່າວ ຊີເຣຍ ຊຶ່ງໃນປັດຈຸບັນ​ນີ້​ອາໄສຢູ່ໃນ
ເຂດຊົນນະບົດທາງພາກ​ເໜືອ​ນອກເມືອງອາແລັບ​ໂປກ່າວ​ຕໍ່​ວີ​ໂອ​ເອ ວ່າ ​ເຮືອບິນ​ລົບຣັ​ດເຊຍໄດ້ໂຈມ​ຕີ​ເປົ້າໝາຍ​ຂອງພວກຕໍ່ຕ້ານ​ ໃນແຂວງ​ອິດ​ລິບ ​ແຕ່​ວ່າການ​ລູ້ລົບ​ທາງ​
ພາກ​ພື້ນ​ດິນ ​ໂດຍ​ອຳນາດການປົກຄອງ​ຊີ​ເຣຍ ​ແລະ​ທະຫານບ້ານທີ່ເປັນພັນ​ທະມິດ​ໄດ້
ຊັກຊ້າ​ລົງໃນມື້ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ