ພວກນັກລົບສະໜັບສະໜູນລັດຖະບານ ເຢເມັນ ທີ່ຖືກຂັບໄລ່ອອກຈາກປະເທດນັ້ນ ໄດ້ຍຶດເອົາແຂວງ Shabwa ທາງພາກໃຕ້ຂອງ
ປະເທດ ຈາກພວກກະບົດ Houthi ທີ່ໄດ້ຮັບການໜູນຫຼັງໂດຍ ອິຣ່ານ ນັ້ນ.
ເຈົ້າໜ້າທີ່ທະຫານ ເຢເມັນ ໄດ້ກ່າວໃນວັນເສົາວານນີ້ວ່າ ພວກກະບົດໄດ້ຖອນໂຕອອກຈາກແຂວງ Shabwa ຫຼັງຈາກໄດ້ສົ່ງຄືນການຄວບຄຸມເມືອງຫຼວງ Atab ຂອງແຂວງ. ບໍ່ມີລາຍງານໃຫ້ຮູ້ເຖິງການບາດເຈັບແລະເສຍຊິວິດໃນເຫດການດັ່ງກ່າວ.
ປະເທດ ຊາອຸດິ ອາເຣເບຍ, ເຊິ່ງໄດ້ນຳໜ້າການໂຈມຕີທາງອາກາດຂອງ Arab ຕໍ່ພວກ Houthi, ໄດ້ໂຈມຕີຢ່າງໜັກໃສ່ທາງພາກໃຕ້ຂອງ ເຢເມັນ ເພື່ອຊ່ວຍເຫຼືອຮັກລົບສະໜັບ ສະໜູນລັດຖະບານ.
ກຳລັງຕໍ່ຕ້ານພວກກະບົດ ໄດ້ທຳການຍຶດທີ່ສຳຄັນຕໍ່ພວກ Houthi ເມື່ອບໍ່ດົນມານີ້, ລວມ ທັງ ການຍຶດຄືນທ່າເຮືອໃຫຍ່ Aden, ເຊິ່ງເປັນທາງເຂົ້າສຳລັບການຊ່ວຍເຫຼືອດ້ານມະນຸດ ສະທຳທີ່ມີຄວາມຕ້ອງການຢ່າງໃຫຽ່ສຳລັບ ເຢເມັນ.
ແຕ່ວ່າພວກ Houthi ຍັງຄົງຄວບຄຸມເມືອງຫຼວງ Sana'a ແລະ ຄວບຄຸມ ຫຼື ມີການປະກົດຕົວທາງທະຫານຈຳນວນຫຼາຍໃນສ່ວນໃຫຍ່ຢູ່ທາງພາກເໜືອ.
ການຕໍ່ສູ້ເທິງພື້ນດິນ ແລະ ການໂຈມຕີທາງອາກາດນຳໜ້າໂດຍ ຊາອຸດິ ອາເຣເບຍ ໄດ້ເຮັດໃຫ້ຫຼາຍກວ່າ 4000 ຄົນເສຍຊີວິດ ແລະ ໄດ້ນຳໄປສູ່ໄພພິບັດດ້ານມະນຸດສະທຳໃນ ເຢເມັນ. ອົງການ ສະຫະປະຊາຊາດ ກ່າວວ່າ 80 ເປີເຊັນຂອງປະຊາກອນແມ່ນມີຄວາມຕ້ອງການອາຫານຢ່າງຮ້າຍແຮງ ແລະ ການຊ່ວຍເຫຼືອດ້ານການແພດ.
ຄວາມພະຍາມດ້ານການທູດເພື່ອນຳຄວາມສັນຕິພາບມາສູ່ ເຢເມັນ ແລະ ກອບກູ້ລັດຖະບານຂອງປະທານາທິບໍດີ Abdu Rabu Mansour Hadi ຈົນຮອດປະຈຸບັນນີ້ ໄດ້ລົ້ມແຫຼວ.
Your browser doesn’t support HTML5
Yemen