ພວກປະທ້ວງ ສະໜັບສະໜູນ ທຸງສະຫະພັນ ລັດພາກໃຕ້ ປະທະກັບຝ່າຍຄ້ານໃນ ລັດ South Carolina

ພວກປະທ້ວງຮ້ອງດ່າວ່າສະມາຊິກຂອງກຸ່ມ Ku Klux Klan ໃນຂະນະທີ່ພວກເຂົາເດີນຂະບວນຫຼັງຈາກພວກເຂົາຍ່າງ ອອກຈາກການຊຸມນຸມຢູ່ລັດຖະສະພາ ຂອງລັດ South Carolina ໃນເມືອງ ໂຄລຳເບຍ. 18 ກໍລະກົດ, 2015.

ໄດ້​ມີ​ການເກີດ​ເຫດ​ປະ​ທະ​ກັນເລັກ​ນ້ອຍ​ທີ່​ລັດ South Carolina ​ໃນ​ວັນ​ເສົາ​ວານ​ນີ້, ຫຼັງ​ຈາກ​ສະ​ມາ​ຊິກ​ຂອງ​ກຸ່ມ Ku Klux Klan ຫຼາຍ​ສິບ​ຄົນ​ໄດ້​ອອກ​ມາ​ປະ​ທ້ວງ​ຕໍ່​ການ​ຍົກຍ້າຍ​ທຸ​ງ ສະຫະພັນ ລັດ​ພາກ​ໃຕ້ ​ແລະ ປະ​ເຊີນ​ໜ້າ​ຕໍ່ໜ້າ​ກັບ​ນັກ​ເຄື່ອນ​ໄຫວ​ຊາວ
ອາ​ຟຣິກັນ-ອາ​ເມຣິກັນ​ ທີ່​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຢູ່ໃກ້​ຄຽງ​ກັນ.

ຕຳ​ຫຼວດ​ໃນ​ເມືອງ ​ໂຄ​ລຳ​ເບຍ ​ໄດ້​ຈັບ​ກຸມ​ຈຳ​ນວນ​ຫຼາຍ​ຄົນ, ​ແຕ່​ບໍ່ມີ​ການ​ລາຍ​ງານເຖິງ​ການ​ບາດ​ເຈັບ​, ​ໃນ​ຂະ​ນະ​ທີ່​ພວກ​ປະທ້ວງຈາກ​ສອງ​ຝ່າ​ຍ​ໄດ້​ເວົ້າ​ສຽດ​ສີ ​ແລະ ຮ້ອງ​ດ່າ​ວ່າໃສ່​ກັນ​

ສະມາຊິກຂອງກຸ່ມ Ku Klax Klan ພາກັນຮ້ອງດ່າພ້ອມກັບແກວ່ງທຸງ ສະຫະພັນ ລັດພາກໃຕ້ໃນລະຫວ່າງການຊຸມນຸມທີ່ ລັດຖະສະພາ ຂອງລັດ South Carolina ໃນເມືອງ ໂຄລຳເບຍ, 18 ກໍລະກົດ 2015.

ເຈົ້າ​ໜ້າທີ່ກ່າວ​ວ່າ ໜ່ວຍ​ສະກັດ​ກັ້ນ​ພວກປະ​ທ້ວງ, ທີ່​ບັນ​ລະ​ຍາຍ​ວ່າ​ເປັນ​ກຸ່ມ​ຂອງ​ນັກ​ການສຶກສາ​ຜິ​ວດຳ, ​ທີ່​ເຕົ້າ​ໂຮ​ມກັນ​ເພື່ອເນັ້ນ ຢ້ຳເຖິງສິ່ງ​ທີ່​ພວກ​ຕໍ່​ສູ້​ຢູ່ນັ້ນ​ ເອີ້ນ​ວ່າຄວາມ​ບໍ່​ເທົ່າ​ທຽມ​ທາງ​ດ້ານ
​ເຊື້​ອຊາ​ດຢ່າງ​ຕໍ່​ເນື່ອງ​ ​ເຊິ່ງຜູ້​ຈັດການ​ປະທ້ວງ ທ່ານ James Evans Mohammad ​ເວົ້າ​ວ່າຍັງ​ມີສືບ​ຕໍ່ເຖິງ​ແມ່ນ​ ທຸງ​ທີ່​ເປັນ​ບັນຫາ​ໄດ້​ຖືກ​ຍົກຍ້າຍອອກ​ໄປ​ແລ້ວ​ໃນ​ຕົ້ນ​ຂອງ​ເດືອນ​ນີ້ກໍ​ຕາມ.

ຕຳຫຼວດ​ໄດ້​ນຳ​ຕົວ​ສະມາ​ຊິກ​ກຸ່ມຈັດ​ຕັ້ງ​ຂອງ​ຄົນ​ຜິວ​ຂາວ​ ທີ່​ກຽດ​ຊັງ​ຄົນ​ຜິວ​ອື່ນ ອອກ​ໄປຈາກ​ພື້ນ​ທີ່​ຂອງ​ລັດ​ຖະສະພາ​ ລັດ South Carolina, ​ໃນ​ຂະ​ນະ​ທີ່​ຄົນ​ອື່ນໆ​ໄດ້​ພາກັນ​ແຍກ​ຍ້າຍອອກ​ໄປ.

ທຸງ ​ສະຫະພັນ​ ລັດ​ພາກ​ໃຕ້, ​ທີ່ຝ່າຍ​ກົງກັນຂ້າມ​ໄດ້​ໃຫ້​ທັດ​ສະນະ ວ່າ​ເປັນ​ສັນຍາ​ລັກ​ໃນ​ປະ​ຫວັດ​ສາດ ​ຂອງ​ການ​ກຽດ​ຊັງ​ຕໍ່​ເຊື້​ອຊາດ​ຄົນຜິວ​ດຳ, ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ພື້ນ​ທີ່​ຂອງ​ອາຄານ​ສະພາ​ຂອງ​ລັດ ເປັນການ​ຕອບ​ສະໜອງ​ຕໍ່​ການ​ສັງຫານ 9 ຄົນ​ທີ່​ໂບດ​ຄົນ​ຜິວດຳ​ໃນ​ເມືອງ Charleston.

ປະທານາທິບໍດີ Barack Obama ​ໄດ້ຮຽກຮ້ອງໃຫ້​ຍົກຍ້າຍ​ທຸງ​ດັ່ງກ່າວ, ​ເຊິ່ງເປັນ​ມະຕິ​ຂອງ ສະມາຊິກ​ສະພາ​ສູງ​ຂອງ​ລັດດັ່ງກ່າວ, ​ອັນເປັນ​ການສະ​ແດງ​ເຖິງ ​ໄມຕີ​ຈິດ ​ແລະ ການ​ເຮັດ​ໃຫ້​ທັງ​ສອງ​ເຊື້ອ​ຊາດຜິວ​ພັນ​ກັບ​ມາ​ຄືນ​ດີ​ກັນ.

Your browser doesn’t support HTML5

South Carolina Protests