ອົງການ​ຈັດ​ຕັ້ງເອກກະຊົນ​ ຈະເລີ້ມ​ຊ່ວຍກູ້​ໄພ ອົບ​ພະຍົບ ໂຣຣິງຢາ ອາທິດໜ້ານີ້

Your browser doesn’t support HTML5

ອົງການ​ຈັດ​ຕັ້ງໜຶ່ງ​ ທີ່ໄດ້​ຮັບ​ການ​ຍົກຍ້ອງ ​ໃນ​ການ​ຊ່ວຍກູ້​ໄພ
ພວກ​ອົບ​ພະຍົບ 13000 ຄົນທີ່​ຕົກ​ຄ້າງ​ຢູ່​ໃນ​ທະ​ເລ Mediter-
ranean ກ່າວ​ວ່າ ຕົນຈະ​ເລີ້ມ​ການ​ປະຕິ​ບັດ​ງານ​ໃໝ່ ​ຢູ່​ໃນ​ເຂດ
ນ່ານນໍ້າ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເພື່ອ​ຊ່ວຍເຫຼືອ​ ​ອົບ​ພະຍົບ
ໂຣຮິງ​ຢາ ທີ່ອອກເດີນ​ທາງ​ຢູ່​ໃນທະ​ເລນັ້ນ. ການ​ປະຕິບັດ​ງານ
ທັງ​ຢູ່​ໃນ ​ແລະ​ໃກ້​ໆກັບ​ທະ​ເລ Andama ຈະ​ໃຊ້​ກຳ​ປັ່ນ​ລໍາ​ໜຶ່ງ

​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບໄລຍະ​ໄກສອງ​ລຳ ​ເພື່ອ​ຊອກ​ຫາ​ບັນດາ
ເຮືອທີ່​ອາດ​ຈະ​ບັນທຸກ​ພວກ​ອົບ​ພະຍົບຫລື​ພວກ​ຍົກຍ້າຍ​ຖິ່ນ​ຖານ.

ທ່ານ Martin Xuereb ຫົວໜ້າ​ອົງການສະຖານີ​ຊ່ວຍ​ເຫລືອ​ອົບ​ພະຍົບຢູ່​ທະ​ເລ ຫລື MOAS ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ສຸກ​ມື້​ນີ້​ວ່າ “ຜູ້ຄົນ​ບໍ່​ຄວນ​ທີ່​ຈະ​ເສຍ​ຊີວິດ​ ຢູ່ໃນ​ທ​ະ​ເລ.”

ການ​ລິ​ເລີ້ມ​ປະ​ຕິ​ບັດ​ງານຂັ້ນຕົ້ນຂອງອົງການ MOAS ຢູ່​ໃນ​ຂົງ​ເຂດຊຶ່ງມີ​ກຳນົດ​ສິ້ນ​ສຸດ​ລົງ ​ຢ່າງ​ນ້ອຍສີ່​ອາທິດ ຈະເລີ້​ມຂຶ້ນ​ໃນ​ວັນ​ທີ 3 ມີນາ ​ໂດຍ​ການ​ໃຊ້​ເຮືອ M.Y Phoenix ​ຊຶ່ງ​ເປັນເຮືອ​ກູ້​ໄພ ທີ່​ຍາວ 40 ​ແມັດ​ ປະສານ​ງານ​ກັບບັນດາ​ໜ່ວຍ​ຍາມ​ຝັ່ງ​ທ້ອງ​ຖິ່ນ​ ກອງ
ທັບ​ເຮືອ ແລະ​ອົງການຈັດ​ຕັ້ງ​ຕ່າງໆທີ່​ບໍ່​ຂຶ້ນກັບລັດ ຖະບານ.

ທ່ານ Xuereb ອະດີດ​ຜູ້​ບັນຊາ​ການກອງທັບ Malta ກ່າວ​ວ່າ “ພວກ​ເຮົາ​ຈະ​ປະຕິ​ບັດ​ງານ​ ຢ່າງ​ແຈ້ງ​ຂາວ​ ກັບບັນດາ​ເຈົ້າ​ໜ້າ​ທີ່. ຖ້າ​ຫາກມີ​ຄວາມ​ຕ້ອງການ​ເກີດ​ຂື້ນ ພວກ​ເຮົາ​ຈະ​ປະ
ສານ​ງານ​ຮ່ວມ​ກັນ ​ຢ່າງ​ສຸດ​ຄວາມ​ສາມາດ.”

ທ່ານ Matthew Smith ຜູ້​ອຳນວຍ​ການ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ Fortify Rights ກ່າວ​ວ່າ “ການປະຕິບັດ​ງານ ​ຂອງອົງການ MOAS ​ເປັນທີ່​ໜ້າ​ປະ​ທັບ​ໃຈ ​ແລະ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ ​ແຕ່​ວ່າອົງການ MOAS ບໍ່​ສາ ມາດ​ປະຕິບັດ​ງານ​ຜູ້​ດຽວ​ໄດ້. ລັດຖະບານ​ຢູ່​ໃນ​ຂົງ​ເຂດຕ້ອງ​ໄດ້​ເຮັດ​ໃຫ້ການ​ປົກ ປ້ອງທາງ​ທະ​ເລ​ເປັນ​ບູລິ​ມະ​ສິດ ​ແລະ​ອະນຸຍາດ​ໃຫ້​ຜູ້​ຂໍ​ລີ້​ໄພ ແລະ​ພວກ​ອົບ​ພະ ຍົບ​ຂື້ນ​ຝັ່ງ​ໄດ້.”

ອົງການ Fortify Rights ຈະ​ຢູ່່​ເທິງ​ກຳ​ປັ່ນ Phoenix ​ເລີ້ມ​ໃນ​ອາທິດ​ໜ້າ​ເປັນ ຕົ້ນ​ໄປ “​ເພື່ອ​ໃຫ້ການ​ສະໜັບສະໜູນ​ໃນ​ການ​ສັງ​ເກດ​ການ ການອົບ​ພະຍົບຢູ່ໃນ ທະ​ເລທີ່​ຜິດ​ປົກກະຕິ ​ແລະ​ໃຫ້​ຄຳ​ແນະນຳຕ່າງໆ”