ໄດ້ມີການແຫກຄຸກແຫ່ງນຶ່ງ ທີ່ມີການຮັກສາຄວາມປອດໄພໃນ
ລະດັບສູງ ຢູ່ໃກ້ໆກັບນະຄອນຫຼວງ Port –Au-Prince ຂອງ
Haiti. ບັນດາເຈົ້າໜ້າທີ່ໃນປະເທດໃນເຂດທະເລ Caribbean
ແຫ່ງນີ້ ກ່າວວ່າ ພວກນັກໂທດ ໃນຈຳນວນທີ່ບໍ່ບອກໃຫ້ຮູ້ຢ່າງ
ເຈາະຈົງ ທີ່ຖືກຕັດສິນວ່າມີຄວາມຜິດໃນການລັກລອບຄ້າຢາ
ເສບຕິດ ແລະລັກພາໂຕຜູ້ຄົນເພື່ອຮຽກເອົາຄ່າໄຖ່ ໄດ້ພາກັນ
ຫລົບໜີຈາກຄຸກໃນເມືອງ Croix-des-Bouquets ໃນວັນອາ
ທິດວານນີ້.
ໃນບັນດານັກໂທດທີ່ໂຕນໜີນັ້ນ ມີນາຍ Clifford Brandt ທີ່ປະເຊີນໜ້າກັບຂໍ້ກ່າວຫາລັກພາໂຕຜູ້ຄົນ.
ພວກທີ່ເຫັນເຫດການເກີດຂຶ້ນ ກ່າວວ່າ ການແຫກຄຸກດັ່ງກ່າວມີຂຶ້ນ ພາຍຫຼັງພວກຜູ້ຊາຍປະກອບອາວຸດຈຸນຶ່ງບຸກຖະລົ່ມເຂົ້າໄປໃນອາຄານຄຸກນັ້ນ. ນາຍົກລັດຖະມົນຕີ Laurent Lamothe ແຫ່ງເຮຕີ ໄດ້ເດີນທາງໄປຍັງສະຖານທີ່ດັ່ງກ່າວ ບ່ອນທີ່ໄດ້ມີການສົ່ງພວກຕຳຫຼວດປາບການຈະລາຈົນໄປນັ້ນ.
There has been a jail break at a high security prison near Haiti's capital, Port-Au-Prince.
Authorities in the Caribbean nation say an unspecified number of inmates convicted or accused of drug trafficking and kidnapping for ransom escaped from the prison in Croix-des-Bouquets on Sunday.
Among them was Clifford Brandt who faces charges of kidnapping.
Witnesses say the prison break followed a group of armed men storming the building.
Haitian Prime Minister Laurent Lamothe went to the scene where anti-riot police were dispatched.
Prior to the prison break, the relatively new facility, financed by Canada, held about 800 inmates.