ຄວາມຫວັງສຳລັບເສລີພາບໃນການຂ່າວ ແມ່ນຖືກບົດບັງໃນຈີນ ແລະຜົນອອກມາ
ແມ່ນກາຍມາເປັນການເພີ້ມຄວາມຂີ້ຮ້າຍ ພາຍໃຕ້ກົດໝາຍ ຂອງປະທານປະເທດ
Xi Jinping.
ໃນຮອບຫຼາຍປີ ຜ່ານມາ ບັນດາເຈົ້າໜ້າທີ່ຈີນ ໄດ້ກ້າວຂຶ້ນໃນການໃຊ້ເທັກໂນໂລຈີ
ແລະຄວາມພະຍາຍາມທີ່ເຂັ້ມງວດ ໃນການກີດກັນ ບໍ່ໃຫ້ເຂົ້າເຖິງແຫ່ງຂ່າວ
ການສະແດງຄວາມຄິດຄວາມເຫັນ ແລະຂໍ້ມູນຂ່າວສານ ແມ່ນກະທັ້ງແຫຼ່ງຂ່າວຕ່າງໆ
ທາງສື່ສັງຄົມອອນໄລນ໌ ທີ່ຖືກກີດກັນໃນປະເທດຈີນ ເຊັ່ນ ທວິດເຕີຣ໌ ເປັນຕົ້ນ.
ການເສດຖະກິດທີ່ໃຫຍ່ ອັນດັບ 2 ຂອງໂລກ ບັນດາອິນເຕີຣ໌ແນັດ ຫຼາຍພັນແວັບໄຊຕ໌
ແມ່ນຖືກກີດກັນ ທີ່ຮວມມີ Facebook, Gmail, Google, Instagram, ແລະແມ່ນແຕ່ Pinterest. ແວັບໄຊຕ໌ຂ່າວສານ ເຊັ່ນ VOAພາສາອັງກິດ ແລະພາສາຈີນ, BBC,
The New York Times, Bloomberg ແລະອື່ນໆໄດ້ຖືກບັງຄັບໃຫ້ຢູ່ຂ້າງນອກລະບົບ
ຂອງອັນທີ່ເອີ້ນວ່າ ກຳແພງໄຟ ເມືອງຈີນ ຫຼື Great Firewall of China.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ພາບທີ່ເຫັນຈາກຈໍມໍນີເຕີ ຂອງການຂຽນຄຳຮ້ອງ ໃນແຫຼ່ງຂ່າວຂອງມາຫາວິທະຍາໄລ Cambridge ທີ່ໄດ້ໃຫ້ເປີດຄືນຂໍ້ມູນທີ່ເກັບກຳ ຂອງ 300 ບົດຂຽນທາງການເມືອງທີ່ຫຼໍ່ແຫຼມ ທີ່ໄດ້ຍົກເລີກຈາກແວັບໄຊຕ໌ ໃນຈີນ ຫຼັງຈາກ ທີ່ໄດ້ຮຽກຮ້ອງເຈົ້າໜ້າທີ່ ໃນປັກກິ່ງ, 21 ສິງຫາ 2017.