ກຳລັງທະຫານທີ່ຈົ່ງຮັກພັກດີຕໍ່ ປະທານາທິບໍດີ Gambia
ກຳລັງຊອກຄົ້ນຫາຝ່າຍກົງກັນຂ້າມ ຢູ່ຕາມບ້ານເຮືອນໃນ
ນະຄອນຫລວງ Banjul ທີ່ຮັບຜິດ ຊອບໃນການໂຈມຕີ
ດ້ວຍອາວຸດ ຕໍ່ທຳນຽບປະທານາທິບໍດີໃນອາທິດນີ້. ປະທາ
ນາທິບໍດີ Yahya Jammeh ກ່າວໃນວັນພະຫັດວານນີ້ວ່າ
ຄວາມຮຸນແຮງທີ່ ເກີດຂື້ນໃນຕອນເຊົ້າມືດຂອງວັນອັງຄານ
ນັ້ນ ບໍ່ແມ່ນລັດຖະປະຫານ ເພາະວ່າ ທະຫານຍັງຈົງຮັກພັກ
ດີຕໍ່ທ່ານ. ທ່ານ Jammeh ກ່າວວ່າ ນີ້ແມ່ນການໂຈມຕີໂດຍ
“ພວກກໍ່ການຮ້າຍ” ທີ່ສະໜັບສະໜູນຈາກກຸ່ມຄົນບໍ່ດີຢູ່ນອກ
ປະເທດ. ປະທານາທິບໍດີ ບໍ່ໄດ້ຢູ່ໃນປະເທດ ເວລາເກີດເຫດ
ຮ້າຍດັ່ງກ່າວ.
ປະ ທານາທິບໍດີ Jammeh ກ່າວວ່າ “ບໍ່ມີພວກທະຫານ ແມ່ນແຕ່ນຶ່ງຄົນເຂົ້າຮ່ວມ ເວັ້ນແຕ່ເຂົ້າຮັບມືກັບການໂຈມຕີ. ເພາະສະນັ້ນມັນຈຶ່ງບໍ່ສາມາດຮ້ອງໄດ້ ວ່າເປັນການລັດຖະ
ປະຫານໂດຍທະຫານ ເພາະວ່າ ຂ້າພະເຈົ້າເຫັນຂ່າວຂອງ ສື່ມວນຊົນຈຳນວນນຶ່ງທີ່ເຂົາ
ເຈົ້າກ່າວວ່າ ເປັນລັດຖະປະຫານ. ນີ້ບໍ່ແມ່ນລັດຖະ ປະຫານ ນີ້ແມ່ນການຖືກໂຈມຕີຈາກ
ກຸ່ມກໍ່ການຮ້າຍ ທີ່ໄດ້ຮັບການໜູນຫລັງຈາກມະຫາອຳນາດບາງປະເທດ ທີ່ຂ້າພະເຈົ້າຈະ
ບໍ່ຂໍບອກຊື່ດຽວນີ້ ແຕ່ພວກເຮົາຮູ້ວ່າ ພວກທີ່ຄັດຄ້ານນີ້ຕັ້ງຢູ່ໃສ.”
ອົງການຂ່າວຝຣັ່ງ ອ້າງຄຳເວົ້າ ຈາກແຫລ່ງຂ່າວສືບລັບ Gambia ທີ່ກ່າວວ່າ ພັກຝ່າຍ
ຄ້ານ ພວກຄັດຄ້ານທາງດ້ານການເມືອງຕໍ່ທ່ານ Jammeh ຫລາຍສິບຄົນ ໄດ້ຖືກຈັບ
ສອບສວນ ແລະຕິດຄຸກ. ລັດຖະບານ ຍັງບໍ່ທັນໄດ້ຢືນຢັນຢ່າງເປັນການເປີດເຜີຍກ່ຽວ
ກັບເລື່ອງນີ້.
ສະຫະປະຊາຊາດ ໄດ້ປະນາມຕໍ່ການກໍ່ຄວາມຮຸນແຮງໃນ Gambia. ເລຂາທິການໃຫຍ່
ສະຫະປະຊາຊາດ ທ່ານ Ban Ki-moon ໄດ້ຮ້ອງໃຫ້ມີການສືບ ສວນແບບໂປ່ງໃສ ກ່ຽວ
ກັບເຫດການທີ່ເກີດຂຶ້ນໃນວັນອັງຄານຜ່ານມາ ໃນຂະ ນະທີ່ປະທານາທິບໍດີເອງ ໄດ້ເຕືອນ
ບຸກຄົນອື່ນໆຕໍ່ການພະຍາຍາມທີ່ຈະຍຶດອຳ ນາດໃດໆກໍຕາມ.
ທ່ານ Jammeh ໄດ້ເຂົ້າຢຶດອຳນາດ ຢູ່ໃນອະດີດອານານິຄົມອັງກິດແຫ່ງນີ້ໃນເວລາທີ່
ທ່ານມີອາຍຸ 29 ປີ ຫລັງຈາກເຮັດລັດຖະປະຫານ ໃນປີ 1994. ພວກ ນັກເຄື່ອນໄຫວສິດ
ທິມະນຸດກ່າວວ່າ ທ່ານໄດ້ແນເປົ້າໝາຍມາເປັນເວລາດົນນານ ແລ້ວ ໃສ່ພວກນັກການ
ເມືອງຝ່າຍຄ້ານ ນັກຂ່າວ ແລະພວກທີ່ຮັກຮ່ວມເພດ.
Your browser doesn’t support HTML5
GAMBIA FAILED COUP SOTVO