ປະຕິກິລິຍາຂອງຜູ້ຄົນ ຫຼັງຈາກການ​ໂຕ້​ວາທີ ຜູ້ສະໝັກ ປະທານາທິບໍດີ ເສັດສິ້ນລົງແລ້ວ

ທ່ານ Donald Trump ຜູ້ສະໝັກປະທານາທິບໍດີ ສັງກັດພັກ Republican ແລະທ່ານນາງ Hillary Clinton ສັງກັດພັກ Democratic ໃນການໂຕ້ວາທີ ທີ່ເມືອງ Hempstead ລັດ New York ວັນທີ 26 ກັນຍາ, 2016.

ຫຼັງ​ຈາກ​ທີ່​ໄດ້ທີ່​ຜູ້​ສະໝັກ​ ເປັນ​ປະທານາທິບໍດີສະຫະລັດ ຈາກສອງ​ພັກການ​ເມືອງ​ໃຫຍ່ ລົງຈາກ​ເວທີ​ໄປແລ້ວ ການ​ສົນທະນາ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາທີ່​ມະຫາວິທະຍາ​ໄລ Hofstra ​ທີ່​ໄດ້ເປັນ​ເຈົ້າພາບ​ຈັດ​ການ​ໂຕ້​ວາທີປະທານາທິບໍດີ​ເທື່ອ​ທຳ​ອິດ ປີ 2016. ການ​ໂຕ້​ຖຽງ​ກັນ​ທາງຄຳ​ເວົ້າລະຫວ່າງພວກນັກຊ່ຽວຊານ ​ແລະ​ພວກ​ນັກ​ສຶກສາ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາວ່າ ​ແມ່ນ​ຜູ້​ສະ​ໝັກທ່ານ​ໃດເປັນຜູ້​ຊະນະ ​ແລະ​ແມ່ນ​ຜູ້​ໃດທີ່​ກັບ​ຄືນ​ບ້ານ ເປັນ​ຜູ້​ຜ່າ​ຍ​ແພ້. ນັກ​ຂ່າວ Ramon Taylor ມີ​ລາຍ​ງານ​ຈາ​ກມະຫາວິທະຍາ​ໄລ Hofstra ຊຶ່ງວັນນະ​ສອນ ​ຈະ​ນຳ​ເອົາລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານຂອງການໂຕ້ວາທີຜູ້ສະໝັກປະທານາທິບໍດີສະຫະລັດ

ທີ່​ມະຫາວິທະຍາ​ໄລ Hofstra ​ໃນ​ເມືອງ Hempstead ລັດ New York ​ພວກ​ນັກ​ສຶກສາ ​ແລະບັນ​ດາຜູ້​ຊ່ຽວຊານ​ທັງຫຼາຍແມ່ນ​ໄດ້​ກວດ​ສອບ​ທຸກ​ຖ້ອຍ​ຄຳ​ເວົ້າ​ແລະ​ທຸກການ​ເຄື່ອນ​ໄຫວ ໂດຍ​ທັງ​ສອງ​ຜູ້​ທີ່​ຖືກ​ແຕ່ງຕັ້ງຂອງ​ພັກ​ການ​ເມືອງໃຫຍ່ ​ໃນ​ການ​ໂຕ້​ວາທີປະທານາທິ ບໍດີ​ເທື່ອ​ທຳ​ອິດ​ຂອງປີ 2016 ນີ້.

​ເມື່ອການ​ໂຕ້​ວາທີເສັດ​ສິ້ນ​ລົງ​ແລ້ວ ການ​ກ່າວ​ອ້າງ​ວ່າ​ຕົນເປັນ​ຜູ້ຊະນະ​ນັ້ນ ​ແມ່ນ​ເລີ່ມຂຶ້ນ.

ທ່ານ Mark Cuban ນັກ​ທຸລະກິດ​ມະຫາ​ເສດ​ຖີພັນ​ລ້ານ ​ໄດ້​ກ່າວ​ວ່າ “ທ່ານ​ນາງ​ໄດ້​ຕອບຄຳ​ຖາມແບບ​ລົງ​ເລິກ ​ແລະ​ບໍ່​ລັງ​ເລ​ໃນ​ການໃຫ້​ຄຳ​ຕອບ. ທ່ານ ​ໄດ້​ຕອບ​ໂຕ້​ຄືນ ​ເໝືອນ​ດັ່ງ​ພວກ​ທີ່​ຕອບ​ໂຕ້​ຄືນ​ທັງຫຼາຍນັ້ນ ​ເວລາ​ທ່ານ​ແຢັບ​ໄປ​ ແລະ​ກໍ​ພາດ​ເປົ້າ ທ່ານ​ກໍ​ຈະ​ບໍ່ພໍ​ໃຈ ​ແລະ​ກໍ​ຈະ​ເຮັດ​ຕື່ມ​ອີກ.”

ທ່ານ David Plouffe ນັກ​ວາງ​ແຜນຍຸດ​ທະ​ສາດການ​ເມືອງ ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ຂະນະ​ທີ່​ການ​ໂຕ້​ວາທີ​ດຳ​ເນີນ​ຢູ່​ຕໍ່​ໄປ​ນັ້ນ​, ທ່ານ​ແມ່ນ​ມີ​ຄວາມ​ລຳ​ບາກ​ທີ່​ຈະເພັ່ງ​ເລັງຊຶ່ງ​ຂ້າພະ​ເຈົ້າ​ໝາຍ​ເຖິງ​ທ່ານ Trump ທີ່​ວ່າ ​ໃນ​ບາ​ງ​ໂອກາດ​ທ່ານ​ປະສົບ​ກັບ​ຄວາມ​ລຳບາກ​ທີ່​ຈະ​ຢືນ​ຢູ່​ໃນ​ຈຸດ​ທີ່​ວ່າ​ທ່ານ​ໄດ້ເວົ້າກ່ຽວ​ກັບ​ຫຍັງກັນ​ແທ້.”

ບັນດາ​ສະມາຊິກ​ພັກ Republican ​ທັງຫຼາຍຮວມທັງອະດີດ​ເຈົ້າ​ຄອງ​ນະຄອນ​ນິວຢ໊ອກ ທ່ານ Rudolph Guiliani ​ພວກ​ຊຶ່ງ​ຖົກ​ຖຽງ​ເລື້ອງ​ນະ​ໂຍບາຍ​ຮັກສາ​ຄວາມ​ປອດ​ໄພ ທີ່​ວ່າ “stop and frisk” ​ແມ່ນ​ໄດ້​ຍົກ​ຍ້ອງ​ທ່ານ Trump ​ໃນ​ລະຫວ່າງ​ໂຕ້​ວາ​ທີ​ນັ້ນ ​ແລະ​ຕໍ່​ມາ​ ​ໄດ້​ຍ້ອງທ່ານ Trump ວ່າ ມີ​ການ​ກະກຽມ​ທີ່​ດີກ​ວ່າ​ ເພື່ອ​ປັບປຸງ​ລະບຽບ​ກົດໝາຍ​ແລະກົດ​ລະບຽບຄຳ​ສັ່ງ ​ແລະ​ທາງ​ດ້ານ​ເສດຖະກິດ.

ທ່ານ Guiliani ​ໄດ້ກ່າວ​ວ່າ “ທ່ານ​ນາງ​ແມ່ນ​ຈອມ​ປອມ. ທ່ານ​ນາງ​ແມ່ນເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ລົ້ມ​ແຫຼວ ຕອນ​ທີ່​ທ່ານ​ນາງ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ​ໃນ​ການ​ທີ່​ທ່ານ​ນາງ​ໄດ້​ອະທິບາຍ​ໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ການ​ເມີນ​ເສີຍ​ຕໍ່​ການ​ເສດຖະ ກິດ​ຢ່າງ​ບໍ່​ໜ້າ​ເຊື່ອ. ທ່ານ​ຈະ​ສາມາດ​ຮັກສາ​ວຽກ​ການ​ໄວ້ໃນ​ປະ​ເທດ​ນີ້ ​ໄດ້​ຢ່າງ​ໃດ ຖ້າ​ຫາກ​ທ່ານ​ເກັບ​ພາສີ​ຂອງ​ນັກທຸລະກິດ​ເພີ້​ມຂຶ້ນ​ຕື່ມ? ​ເປັນ​ຫຍັງ​ນັກທຸລະກິດ​ຕ້ອງການ​ຢາກ​ຈະ​ຈ່າຍ​ພາສີ​ເພີ້​ມຕື່ມ?”

ທ່ານ Ramon Taylor ຜູ້​ສື່​ຂ່າວ VOA ກ່າວ​ວ່າ ​ແຕ່​ວ່າບາງທີ ການສັນລະ​ເສີນ ຕໍ່​ການ​ໂຕ້​ວາທີ​ຂອງ​ທ່ານ Trump ​ແມ່ນ​ມາ​ຈາກຕົວທ່ານ Trump ​ເອງ.

ທ່ານ Donald Trump ຜູ້​ສະໝັກ​ເປັນ​ປະທານາທິບໍດີສະຫະລັດ ສັງກັດ​ພັກ Republican ​ໄດ້​ກ່າ​ວວ່າ “​ອິງ​ຕາມ​ການ​ຢັ່ງ​ຫາງ​ສຽງທາງ​ອິນ​ເຕີ​ແນ໊ຕທັງ​ໝົດ, ພວກ​ເຮົາ​ແມ່ນ​ເຮັດ​ໄດ້​ດີ​ຫຼາຍ. ຂ້າພະ​ເຈົ້າ​ແມ່ນ​ດີ​ໃຈ​ຫຼາຍ ທີ່​ຂ້າພະ​ເຈົ້າ​ສາມາດ​ທີ່​ຈະໂຈະ​ການ​ປະນາມ​ ບໍ່​ໃຫ້​ກຽດ ຊຶ່ງ​ເປັນ​ການ​ໃຫ້​ຄວາມ​ນັບຖືຕໍ່​ທ່ານ Bill Clinton ​ເພາະວ່າ​ຂ້າພະ​ເຈົ້າ​ໃຫ້​ຄວາມ​ຢຳ​ເກງ​ຕໍ່​ຍານາງ Chealsea Clinton ​ແລະ​ຂ້າພະ​ເຈົ້າ ບໍ່​ໄດ້​ກ່າວ​ໃນ​ຄຳ​ເວົ້າ​ທີ່​ໄດ້​ວາງ​ແຜນ​ທີ່​ຈະ​ເວົ້າ​ນັ້ນ.”

​ແຕ່​ວ່າ​ຂ້າງ​ນອກ​ເວ​ທີ​ໂຕ້​ວາ​ທີ ມີ​ນັກ​ສຶກສາ​ຫຼາຍໆ​ຄົນ ທີ່​ເບິ່ງ​ການ​ໂຕ້​ວາທີ ​ໃນ​ມະຫາວິ​ທະ ຍາ​ໄລ ໄດ້​ກ່າວ​ໃນ​ຖານະ​ເປັນ​ຜູ້​ຊ່ຽວຊານ ດ້ວຍ​ຄວາມ​ຮັກ​ຄວາມ​ສັດທາ.

ທ້າວ Brandon Lebowitz ນັກ​ສຶກສາ​ຈາກ ​ມະຫາວິທະຍາ​ໄລ Hofstra ​ໄດ້ກ່າວ​ວ່າ
“​ທ່ານ Trump ​ແມ່ນເປັນ​ຜູ້​ທີ່​ເກັ່ງ​ໃນ​ການ​ກ່າວ​ຕໍ່​ສາທາລະນະ. ພວກ​ຜູ້​ຄົນ​ດູ​ຖູ​ກຕໍ່​ການ​
ມີ​ອຳນາດ​ຂອງ​ທ່ານ​ທາງ​ດ້ານ​ກ່າວຄຳປາໄສຕໍ່​ສາທາລະນະ ​ໃນ​ການ​ສົ່ງ​ຂໍ້ຄວາມ​ຕ່າ​ງໆ​ຂອງ​ທ່ານມື້ນີ້ ທ່ານ​ໄດ້​ເຮັດ​ວຽກ​ກັບ​ພະນັກງານ​ຫຼາຍ​ພັນ​ຄົນ ທົ່ວ​ສະຫະລັດ ທ່ານ​ໄດ້​ຄຸກ​ເຄຍກັບ ພວກ​ຄົນ​ງານ​ກໍ່ສ້າງ ຈົນ​ໄປ​ເຖິງ​ນັກທຸລະກິດ​ການ​ເງິນ ຊຶ່ງ​ຖື​ວ່າ​ເກືອບ​ທຸກ​ໜ້າ​ທີ່​ການ​ງານ​ໃນ​ທຸກໆ​ດ້ານ​ເລີຍ.”

ທ້າວ Summer Mahmoud ນັກ​ສຶກສາ​ຈາກ ​ມະຫາວິທະຍາ​ໄລ Hofstra ​ໄດ້ກ່າວ​ວ່າ “ຂ້ອຍ​ເຂົ້າ​ມາ​ແບບ​ອິດສະຫຼະ ​ແຕ່​ວ່າ​ຂ້ອຍມີ​ຄວາມໝັ້ນ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຕັດ​ສິນ​ໃຈ​ເລືອກ ທີ່​ຈະ​ລົງ​ຄະ​ແນນ​ໃຫ້​ທ່ານ​ນາງ Hillary ​ໃນ​ມື້​ນີ້. ຂ້ອຍ​ມີ​ຄວາມ​ຮູ້ສຶກ​ວ່າ​ທ່ານ​ນາງ​ມີ​ຄວາມ​ໝັ້ນ​ໃຈ​ ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ເພິ່ນ. ຂ້ອຍຮູ້ສຶກ​ວ່າ ທ່ານ​ນາງ​ໄດ້​ມີ​ການ​ຕຽມ​ພ້ອມ​ກວ່າ. ທ່ານ Trump ແມ່ນຫຼົບຫຼີກຫຼາຍໆຄຳຖາມ ຊຶ່ງທ່ານໄດ້ສະແດງອອກ ເຖິງທ່າທີ ຂອງທ່ານ ຢ່າງແຂງຂັນ ຊຶ່ງຂ້ອຍຄິດວ່າ ມັນບໍ່ແມ່ນມືອາຊີບ.”

ສຳຫຼັບບັນດານັກສຶກສາໃນ ມະຫາວິທະຍາ​ໄລ Hofstra ແລ້ວ ການໂຕ້ວາທີຍັງຈະດຳ
ເນີນຕໍ່ໄປຕື່ມ​ອີກ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Clinton and Trump Face Off in Contentious First Debate