ເມື່ອຖືກຖາມໃນວັນສຸວານນີ້ ວ່າທ່ານຍິນດີທີ່ຈະສາບານຕົນເພື່ອໃຫ້ການກ່ຽວກັບ
ການສົນທະນາກັບທ່ານ James Comey ອະດີດຫົວໜ້າສັນຕິບານກາງ ຫລື FBI
ບໍ່ ປະທານາທິບໍດີດໍໂນລ ທຣໍາ ໄດ້ຕອບວ່າ “100 ເປີເຊັນເລີຍ” ແຕ່ວ່າ ໃນທັນທີໃດ
ກໍໄດ້ກ່າວເພີ່ມວ່າ “ຂ້າພະເຈົ້າບໍ່ໄດ້ກ່າວພາຍໃຕ້ການໃຫ້ຄຳສາບານ.”
ປະທານາທິບໍດີ ດໍໂນລ ທຣໍາ (ຂວາ) ລະຫວ່າງກອງປະຊມນັກຂ່າວ ກັບປະທານາທິບໍດີ ໂຣເມເນຍ ທ່ານ Klaus Werner Iohannis (ຊ້າຍ)
ປະທານາທິບໍດີໄດ້ບອກຢ່າງຊັດເຈນເລີຍວ່າ ເຖິງຢ່າງໃດກໍຕາມ ທ່ານກໍຍິນທີ່ຈະຕອບ
ຄຳຖາມຕ່າງໆຈາກ ທ່ານ Robert Muller ອະດີດຫົວໜ້າ FBI ຜູ້ນຶ່ງອີກ ທີ່ປັດຈຸບັນນີ້
ນຳພາການສືບສວນພິເສດ ເພື່ອກວດເບິ່ງການແຊກແຊງຂອງຣັດເຊຍເຂົ້າໃນການເມືອງ ຂອງສະຫະລັດ.
ຜູ້ແທນສະພາຕໍ່າ ທ່ານ Mike Conaway ພັກຣີພັບບລິກັນ ຈາກລັດ Texas (ຊ້າຍ) ຫລັງຈາກປະຊຸມປິດລັບ
ການຕອບ ແລະຖາມກັນລະຫວ່າງປະທານາທິບໍດີ ແລະພວກນັກຂ່າວ ໄດ້ມີຂຶ້ນ
ຢູ່ສວນກຸຫລາບ ທີ່ທຳນຽບຂາວ ທ່າມກາງອາກາດຮ້ອນເອົ້າຂອງຕອນທ່ຽງເດືອນ
ມິຖຸນາ ໃນຂະນະທີ່ປະທານາທິບໍດີທຣໍາ ຢືນຢູ່ຂ່ຽງຂ້າງປະທານາທິບໍດີໂຣມາເນຍ ທ່ານ Klaus Lohannis.
ອະດີດຫົວໜ້າສັນຕິບານກາງ FBI ທ່ານ James Comey ກ່າວຕໍ່ຄະນະກຳມະການສຶບລັບ ລະຫວ່າງການຮັບຟັງຄຳໃຫ້ການ.
ປະທານາທິບໍດີີກ່າວຫາທ່ານ Comey ວ່າເວົ້າຂີ້ຕົວະພາຍໃຕ້ການໃຫ້ຄຳສາບານ ໃນ
ໄລຍະທີ່ໃຫ້ຄຳໃຫ້ການ ຢູ່ໃນວັນພະຫັດທີ່ຜ່ານມາ ຕໍ່ໜ້າຄະນະກຳມະການສືບລັບສະ
ພາສູງ ແລະທ່ານເວົ້າວ່າ “James Comey ໄດ້ຢືນຢັນຫລາຍຢ່າງທີ່ຂ້າພະເຈົ້າໄດ້ເວົ້າ
ໄປ ແລະ ສິ່ງທີ່ລາວເວົ້ານັ້ນບາງຢ່າງກໍບໍ່ມີຄວາມຈິງ”