ມື້ນຶ່ງຕື່ມອີກ ບໍ່ສາມາດເຮັດໃຫ້ປະທານາທິບໍດີດໍໂນລ ທຣຳ ແລະສະມາຊິກພັກຣີພັບ
ບລີກັນໃນສະພາ ຊື້ໄຊຊະນະ ສຽງສ່ວນຫຼາຍທີ່ສຳຄັນຄັ້ງທຳອິດ ໃນດ້ານນິຕິບັນຍັດ
ທີ່ພວກເຂົາເຈົ້າຕ້ອງການເປັນທີ່ສຸດ ເພື່ອກຳນົດຄວາມຮູ້ສຶກທີ່ມີຕໍ່ລັດບານຊຸດໃໝ່.
ໃນການພ່າຍແພ້ຢ່າງບໍ່ໜ້າເຊື່ອ ພັກຣີພັບບລີກັນໄດ້ຍົກເລີກການລົງຄະແນນສຽງທີ່
ສຳຄັນ ກ່ຽວກັບ ຮ່າງກົດໝາຍຮັກສາສຸຂະພາບ ໃນນາທີສຸດທ້າຍ ໃນວັນສຸກວານນີ້
ແທນທີ່ຈະສູນເສຍການຕໍ່ສູ້ຢູ່ທີ່ຫ້ອງປະຊຸມ ຂອງສະພາຕ່ຳສະຫະລັດ.
ພັກຂອງທ່ານທຣຳເອງ ທີ່ມອບການປະລາໄຊ ຢ່າງບໍ່ໜ້າເຊື່ອ ໃຫ້ແກ່ທ່ານ
Your browser doesn’t support HTML5
President Trump's Own Party Hands Him Stunning Defeat
ການຍົກເລີກການລົງຄະແນນສຽງໄດ້ມີຂຶ້ນ ຫຼັງຈາກທີ່ໄດ້ເກີດຄວາມວຸ້ນວາຍໃນມື້ວັນ
ພະຫັດ ເວລາຄະນະນຳພາຂອງພັກ ໄດ້ເລື່ອນການລົງຄະແນນສຽງ ໂດຍຫວັງວ່າ ໄລ
ຍະເວລາຕື່ມອີກ 24 ຊົ່ວໂມງ ຄົງພຽງພໍໃນການເອົາຊະນະກ່ຽວກັບການຍົກເລີກແລະ
ທົດແທນກົດໝາຍຮັກສາສຸຂະພາບລາຄາຖືກຂອງປະທານາທິບໍດີບາຣັກ ໂອບາມາ.
ປະທານສະພາຕ່ຳ ທ່ານ Paul Ryan ຈັດການໂຮມຊຸມນຸມບັນດາສະມາຊິກພັກຣີພັບ
ບລີກັນທີ່ມີການແຕກແຍກ ໃນລະຫວ່າງກອງປະຊຸມສຸກເສີນ ຂອງພັກທີ່ຕຶກລັດຖະສະ
ພາ ຫຼັງຈາກໄດ້ແຈ້ງຂ່າວບໍ່ດີດ້ວຍຕົວທ່ານເອງ ໃຫ້ແກ່ທ່ານທຣຳຊາບ ທີ່ທຳນຽບຂາວ.
ທ່ານ Paul Ryan ປະທານສະພາຕ່ຳ ຈາກລັດວິສຄັນຊິນ
ໄຊຊະນະກ່ຽວກັບຮ່າງກົດໝາຍປະກັນໄພສຸຂະພາບ ຊຶ່ງຄັ້ງນຶ່ງເຄີຍເປັນທີ່ແນ່ນອນ
ແລ້ວນັ້ນ ໄດ້ພາໃຫ້ເກີດຄຳຖາມ ກ່ຽວກັບ ແຜນການ ຂອງພັກຣີພັບບລີກັນ ທັງໝົດ
ເພື່ອແກ້ໄຂການປະຕິຮູບດ້ານພາສີ ການໃຊ້ຈ່າຍຂອງລັດຖະບານແລະການໃຫ້ທຶນສະໜັບສະໜຸນ ພື້ນຖານໂຄງລ່າງ. ເຖິງແມ່ນວ່າ ພັກຣີພັບບລີກັນ ຄວບຄຸມທັງສອງ
ສະພາແລະທຳນຽບຂາວກໍຈິງແຕ່ປະຕິກິລິຍາຂອງສະມາຊິກສະພາທີ່ອອກມາຈາກ
ບ່ອນປະຊຸມ ໄດ້ໃຫ້ຮ່ອງຮອຍ ຫຼາຍໆຢ່າງ ທີ່ແຕກຕ່າງກັນ ກ່ຽວກັບວ່າ ພັກດັ່ງກ່າວ
ຈະເຄື່ອນໄຫວໄປໜ້າແບບໃດ.
Your browser doesn’t support HTML5
Spicer: Health Care Tackled First to 'Achieve Savings' for Tax Reform
ທ່ານ Mark Meadows ປະທານຂອງກຸ່ມ ອິດສະຫຼະພາບຫລື Freedom Caucus
ຂອງພວກນິຍົມແນວທາງເດີມໃນສະພາຕ່ຳຊຶ່ງມີສີໜ້າບໍ່ຄ່ອຍດີປານ
ໃດນັ້ນ ບໍ່ຍອມໃຫ້ຄວາມເຫັນໃດໆ ໃນຂະນະທີ່ທ່ານ ຍ່າງອອກມາ ຈາກບ່ອນປະຊຸມ
ພາຍໃຕ້ການນຳພາຂອງທ່ານ Ryan. ກຸ່ມນິຍົມແນວທາງເດີມດັ່ງກ່າວເປັນຜູ້ຄັດຄ້ານ
ຕໍ່ຮ່າງກົດໝາຍຂອງປະທານສະພາຕ່ຳ ໂດຍເວົ້າວ່າ ມັນມີລັກສະນະໃກ້ຄຽງກັນຫຼາຍ
ກັບອັນທີ່ເອີ້ນວ່າ Obamacare.
ສ່ວນສະມາຊິກຄົນອື່ນໆ ເມື່ອເບິ່ງແລ້ວກໍເຫັນວ່າ ມີຄວາມບໍ່ຄ່ອຍສະບາຍໃຈປານໃດ
ກ່ຽວກັບການເອົາບາດກ້າວ ໃນຂັ້ນຕໍ່ໄປ ຂອງພັກຣີພັບບລີກັນ.