ສຣີລັງກາພວມປະເຊີນກັບວິກິດການທາງດ້ານລັດຖະທຳມະນູນ.
ປະທານາທິບໍດີໄມທຣີພາລາ ສິຣິເສນາ ໄດ້ສັ່ງໂຈະການປະຕິບັດງານຂອງສະພາແຫ່ງຊາດ ໃນວັນເສົາມື້ນີ້ ໄປຈົນຮອດວັນທີ 16 ພະຈິກ.
ໃນວັນສຸກວານນີ້ ທ່ານໄດ້ສັ່ງປົດ ນາຍົກລັດຖະມົນຕີ ຣານິລ ວິກເຣເມສິງເຫ ແລະຍຸບຄະນະລັດຖະບານຂອງທ່ານ.
ຄະນະລັດຖະບານຂອງທ່ານວິກເຣເມສິງເຫ ກ່າວວ່າ ການເຄື່ອນໄຫວໃນວັນສຸກວານນີ້ ແມ່ນເທົ່າກັບເປັນການກໍ່ລັດຖະປະຫານ.
ນາຍົກລັດຖະມົນຕີ ທີ່ຖືກປົດ ຂອງສຣີລັງກາ ທ່ານ ຣານິລ ວິກເຣເມສິງເຫ (ວັນທີ 27 ຕຸລາ 2018)
ແຕ່ແນວໃດກໍຕາມ ທ່ານວິກເຣເມສິງເຫ ໃນວັນເສົາມື້ນີ້ ຍັງຢູ່ທີ່ບ້ານພັກ Temple Trees ຊຶ່ງເປັນບ້ານພັກຢ່າງເປັນທາງການຂອງນາຍົກລັດຖະມົນຕີ. ທ່ານກ່າວວ່າ ທ່ານມີສຽງສ່ວນຫຼາຍສະໜັບສະໜຸນທ່ານຢູ່ໃນສະພາແລະກໍບໍ່ມີຄວາມຕັ້ງໃຈທີ່ຈະລາອອກຈາກຕຳແໜ່ງ. ທ່ານເວົ້າວ່າ “ຂ້າພະເຈົ້າມີສຽງສ່ວນຫຼາຍສະໜັບສະໜຸນ ຂ້າພະເຈົ້າຍັງຈະເຮັດໜ້າທີ່ ໃນຖານະນາຍົກລັດຖະມົນຕີ. ຂ້າພະເຈົ້າຈະເປັນນາຍົກລັດຖະມົນຕີຕໍ່ໄປ.”
ທ່ານເຈຮານ ເພເຣຣາ ຜູ້ອຳນວຍການບໍລິຫານຂອງສະພາສັນຕິພາບສຣີລັງກາ ຊຶ່ງເປັນອົງການຈັດຕັ້ງທີ່ບໍ່ສັງກັດພັກ ກ່າວຕໍ່ອົງການຂ່າວເອພີວ່າ “ສິ່ງທີ່ປະທານາທິບໍດີຄວນກະທຳໃນເວລານີ້ ແມ່ນຮຽກປະຊຸມສະພາໃນທັນທີ ແລະກໍລົງຄະແນນສຽງ. ນັ້ນແມ່ນແນວທາງປະຊາທິປະໄຕ ເພື່ອແກ້ໄຂວິກິດການ.”
ກະຊວງການຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ທັງສອງຝ່າຍ “ປະຕິບັດຕາມລັດຖະທຳມະນູນຂອງສຣີລັງກາ ລະເວັ້ນຈາກການໃຊ້ຄວາມຮຸນແຮງ ແລະປະຕິບັດຕາມຂັ້ນຕອນທາງກົດໝາຍ.”