ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເດີນທາງໄປຢ້ຽມຢາມ ລັດ Louisiana ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເປັນຄັ້ງທຳອິດ ໃນວັນ ອັງຄານວານນີ້ ທີ່ໄດ້ປະສົບກັບໄພນ້ຳຖ້ວມຮ້າຍແຮງເປັນປະຫວັດການ ເຊິ່ງໄດ້ ທຳລາຍເຂດພາກໃຕ້ຂອງລັດ ເປັນສ່ວນໃຫຍ່.
ຂະບວນລົດ ຂອງປະທານາທິບໍດີ ສະຫະລັດ ທ່ານ Barack Obama ສາມາດເຫັນໄດ້ຢູ່ໃກ້ໆ ທ່ານ ຂະນະທີ່ ຢ້ຽມຊົມ ຄຸ້ມບ້ານ ໃນເມືອງ Zachary ລັດ Louisiana ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ວັນທີ 23 ສິງຫາ 2016.
ທ່ານປະທານາທິບໍດີ ໄດ້ຫວັງທີ່ຈະໃຫ້ການຄ້ຳປະກັນແກ່ຜູ້ເຄາະຮ້າຍ ວ່າ ລັດຖະບານ ຂອງທ່ານ ຈະຖືເອົາເລື່ອງການຟື້ນຟູຈາກໄພພິບັດ ເປັນບູລິມະສິດ ອັນດັບສູງ. ທ່ານ ໂອບາມາ ໄດ້ກ່າວ ໃນຂະນະທີ່ທ່ານ ໄປຢ້ຽມຄຸ້ມບ້ານແຫ່ງໜຶ່ງ ໃນເຂດກ້ຳຕາເວັນອອກ ຂອງເມືອງ Baton Rouge ທີ່ໄດ້ຮັບຄວາມເສຍຫາຍໂດຍໄພນ້ຳຖ້ວມ ວ່າ “ທ່ານ ບໍ່ ແມ່ນຜູ້ດຽວ ທີ່ໄດ້ຮັບບັນຫາເລື່ອງນີ້. ເຖິງແມ່ນວ່າ ຫຼັງຈາກທີ່ກ້ອງໂທລະ ພາບຕ່າງໆ ໄດ້ອອກໄປແລ້ວ ປະເທດທັງໝົດ ແມ່ນຈະສືບຕໍ່ໃຫ້ການສະໜັບສະໜູນພວກທ່ານ.”
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຍ່າງໄປທັກທາຍຄອບຄົວໜຶ່ງ ເພື່ອຢ້ຽມຊົມ ເຮືອນທີ່ໄດ້ຮັບຄວາມເສຍຫາຍ ຂອງພວກເຂົາເຈົ້າ ໃນຄູ້ມບ້ານ Castle Place ຂອງເມືອງ Baton Rouge, ລັດ Louisiana, ວັນທີ 23 ສິງຫາ 2016.
ທ່ານໂອບາມາ ໄດ້ປະກາດໃຫ້ 20 ເມືອງ ໃນຈຳນວນທັງໝົດ 46 ເມືອງຂອງລັດ Louisiana ເປັນເຂດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຊຶ່ງເປັນຂັ້ນຕອນເພື່ອຈັດສົ່ງ ການຊອຍເຫຼືອຂອງລັດຖະບານກາງໄປຊ່ວຍ. ອົງການຄຸ້ມຄອງເຫດການສຸກເສີນ ຂອງ ລັດຖະບານກາງ ຫຼື FEMA ໄດ້ກ່າວວ່າ ປະຊາຊົນຫຼາຍກວ່າ 115,000 ຄົນ ໄດ້ຍື່ນ ຄຳຮ້ອງຂໍຄວາມຊ່ວຍເຫຼືອດ້ານການເງິນຈາກລັດຖະບານກາງ ແລະ ມາເຖິງປັດຈຸບັນນີ້ ມີທຶນຈຳນວນ 127 ລ້ານໂດລາ ພ້ອມທີ່ຈະນຳໃຊ້ໃນທັນທີ. ຫຼາຍກວ່າ 700 ຄົວເຮືອນ ໄດ້ຖືກສົ່ງໃຫ້ໄປຢູ່ທີ່ສະຖານທີ່ພັກຊົ່ວຄາວ ເຊັ່ນໂຮງແຮມ ແລະສະຖານທີ່ພັກເຊົາຊົ່ວຄາວຕ່າງໆ.
Your browser doesn’t support HTML5
Obama Message to Louisiana Flood Victims
ການເດີນທາງໄປຍັງ Louisiana ຂອງປະທານາທິບໍດີ ມີຂຶ້ນຫຼັງຈາກທີ່ໄດ້ໄປພັກຜ່ອນ ກັບຄອບຄົວເປັນເວລາສອງສັບປະດາ ຢູ່ທີ່ສວນໝາກອະງຸ່ນ ຂອງທ່ານນາງ Martha ໃນລັດ Massachusetts ຊຶ່ງໄດ້ກໍ່ ໃຫ້ເກີດມີການຕຳໜິຕິຕຽນ ຈາກພວກຜູ້ທີ່ຄິດວ່າ ທ່ານຄວນຕັດການໄປພັກຜ່ອນຂອງທ່ານໃຫ້ສັ້ນລົງ ເພື່ອເດີນທາງໄປຢ້ຽມຢາມ ລັດ ແຄມຝັ່ງທະເລດັ່ງກ່າວ. ທຳນຽບຂາວ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ທ່ານໂອບາມາ ກະຕືລືລົ້ນທີ່ຢາກໄປເຫັນຜົນກະທົບຂອງໄພນ້ຳຖ້ວມ ແຕ່ຢາກໃຫ້ມີຄວາມແນ່ໃຈວ່າ ການໄປມີໜ້າຂອງທ່ານນັ້ນ ຈະບໍ່ “ເຂົ້າໄປຫຍຸ້ງກ່ຽວ ກັບຄວາມພະຍາຍາມໃຫ້ການຊ່ວຍເຫລືອໃ ທີ່ກຳລັງດຳເນີນຢູ່ນັ້ນ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Your browser doesn’t support HTML5
President Obama Promises Help for Flood-Stricken, 'Even After TV Cameras Leave'