ປ. ໂອບາມາ ຮ້ອງຂໍ​ ໃຫ້ສະພາ ອະນຸມັດ ການໃຊ້ກຳລັງ ຕໍ່ກຸ່ມລັດອິສລາມ

ຮອງປະທານາທິບໍດີ ທ່ານ Joe Biden (ຊ້າຍ) ຟັງໃນຂະນະທີ່ ປະທານາທິບໍດີ Barack Obama ກ່າວຖະແຫລງກ່ຽວກັບ ກຸ່ມຫົວຮຸນແຮງລັດອິສລາມເມື່ອ ວັນທີ 11 ກຸມພາ 2015 ຢູ່ທີ່ຫ້ອງການ ທີ່ມີຊື່ຂອງມື້ລາງ ປະທານາທິບໍດີ Roosevelt ໃນທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ຮ້ອງຂໍ​
ຕໍ່ລັດຖະສະພາ ​ໃນ​ວັນ​ພຸດ​ວານ​ນີ້ ໃຫ້ອະນຸມັດຢ່າງ​ເປັນ​ທາງ​ການ
​ຕໍ່ການໃຊ້ກຳລັງ​ທະຫານ ​ໃນ​ການ​ເຮັດສົງຄາມ​ຕໍ່ຕ້ານ ​ພວກກໍ່
​ການ​ຮ້າຍລັດ​ອິສລາມ.

​ໃນການຖະແຫຼງຢູ່​ທີ່​ທຳນຽບຂາວນັ້ນ ທ່ານ​ໂອ​ບາ​ມາເວົ້າວ່າ
ການ​ຮ້ອງຂໍ​ດັ່ງກ່າວ​ ຈະ​ບໍ່​ແມ່ນ​ການ​ອະ​ນຸມັດ​ ເພື່ອໃຫ້ເຮັດສົງ
ຄາມ​ພາກ​ພື້ນ​ດິນ​ອີກ​ຄັ້ງນຶ່ງ ຄື​ກັນກັບທີ່ສະຫະລັດ​ ໄດ້ເຮັດມາ
ຢູ່​ໃນ​ອີຣັກ ​ແລະ​ອັຟກາ​ນິສຖານ. ປະທານາທິບໍດີ ອະທິບາຍ​ວ່າ
ການ​ອະນຸມັດ​ດັ່ງກ່າວນີ້ ຈະ​ອະນຸຍາດໃຫ້ທ່ານ ສົ່ງ​ກອງ​ກຳລັງ​
ພິ​ເສດ ຕົວຢ່າງວ່າ ຖ້າ​ຫາກ​ສະຫະ ລັດ​ໄດ້​ຮັບຂ່າວ​ລັບ​ທີ່​ສາມາດ​ປະຕິບັດ​ການ​ໄດ້ ກ່ຽວ​ກັບ​ບ່ອນ​ທີ່ພວກ​ຜູ້ ນຳ​ລັດ​ອິສລາມ​ເຕົ້າ​ໂຮມ​ກັນຢູ່ນັ້ນ.

​ຄຳຮ້ອງຂໍການອະນຸມັດທີ່ທ່ານໄດ້ສະເໜີໄປ​ນັ້ນ ຈະ​ຈຳກັດ​ການ​ປະຕິບັດ​ງານ​ຕ່າງໆ ​ພາຍໃນ 3 ປີ ​ແລະຫ້າມ​ບໍ່ໃຫ້ກອງ​ທະຫານພົວພັນໃນອັນ ​ທີ່​ຄຳຮ້ອງຂໍ​ລະບຸ​ວ່າ “ການ​ບຸກໂຈມຕີ​ທາງ​ພາກ​ພື້ນ​ດິນ​ທີ່​ຍືດ​ເຍື້ອນັ້ນ.”

ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ຖະ​ແຫລ​ງ ຜ່ານ​ທາງ​ໂທລະ​ພາບ​ທີ່​ຖ່າຍ​ທອດ​ທົ່ວ​ປະ​ເທດ
ວ່າ “ພາລະກິດ​ອັນ​ນີ້ ​ແມ່ນ​ຍາກລຳບາກ ​ແລະ ມັນ​ຈະ​ຄົງ​ຍາກ​ລຳບາກ​ຢູ່ໃນອີກ
ລະຍະ​ນຶ່ງ ​ແຕ່​ແນວ​ໂຮ​ມຂອງ​ພວກ​ເຮົາ​ແມ່ນ​ກຳລັງບຸກ​ໂຈມ​ຕີ. ພວກລັດອິສລາມ
ແມ່ນ​ກຳລັງ​ຢູ່ໃນທ່າຕັ້ງຮັບ ​ແລະ​ພວກລັດອິສລາມ ​ໃນ​ທີ່​ສຸດ​ກໍ​ຈະ​ປະລາ​ໄຊ.”

ຮ່າງ​ຂໍ້​ສະ​ເໜີ​ຂອງທ່ານ​ໂອ​ບາ​ມາ ລະບຸ​ວ່າ ການປະຕິບັດ​ງານ​ສູ້​ລົບ​ທາງພາກ​ພື້ນ​ດິນ​
ຂະໜາດ​ໃຫຍ່ ທີ່​ຄ້າ​ຍຄືກັນ​ກັບ​ໃນ​ອີຣັກ ​ແລະ ອັຟກາ​ນິສຖານ​ນັ້ນ ຄວນ​ປະ​ໄວ້​ໃຫ້ເປັນ​
ໜ້າ​ທີ່ຂອງກອງ​ກຳລັງ​ທ້ອງ​ຖິ່ນ ​ແທນ​ທີ່​ຈະ​ເປັນ​ຂອງ​ກອງ​ທະຫານ​ສະຫະລັດ.

Your browser doesn’t support HTML5

US - WAR AUTHORIZATION VIDEO