ອະດີດ ປະທານາທິບໍດີ ສຫລ ທ່ານ George H. W. Bush ອອກຈາກ ໂຮງໝໍແລ້ວ

ອະດີດ ປະທານາທິບໍດີ ສຫລ George H. W. Bush ແລະ ພັນລະຍາ ທ່ານນາງ Barbara Bush ໃນພາບຖ່າຍເມື່ອ ວັນທີ 29 ມີນາ 2015.

ອະດີດ ປະທານາທິບໍດີ​ສະຫະລັດ ທ່ານ George H. W. Bush
​ໄດ້ອອກ​ຈາກ​ໂຮງໝໍ​ແລ້ວ ຢູ່​ລັດ Maine ທາງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອຂອງ​ສະຫະລັດ 4 ມື້ຫຼັງຈາກ​ທີ່​ທ່ານ​ລົ້ມ​ລົງ ​ເຮັດ​ໃຫ້
ກະ​ດູກຄໍ​ຂອງ​ທ່ານ​ຫັກ.

ທ່ານ Bush ມີອາຍຸ 91 ປີ ​ເປັນ​ປະທານາທິບໍດີ ຜູ້​ມີ​ອາຍຸຫຼາຍ
ທີ່​ສຸດ ທີ່​ຍັງ​ມີ​ຊີວິດ​ຢູ່ ​ໄດ້​ຖືກນຳ​ສົ່ງ​ເຂົ້າ​ໂຮງໝໍ ​ໃນ​ວັນ​ພຸດ​ຜ່ານ​ມາ
ຫຼັງຈາກທີ່ ກະດູກ​ສັນຫຼັງຕໍ່​ໃສ່​ຄໍຫັກ ​ໃນ​ຂະນະ​ທີ່ ພັກ​ພ່ອນຢູ່​ເຮືອນ
​ພັກ​ຢາມ​ລະດູ​ຮ້ອນ ​ໃນ​ເມືອງ Kennebunkport ລັດ Maine.

​ທ່ານ Jim McGrath ໂຄສົກ​ຂອງ​ທ່ານ Bush ​ເວົ້າວ່າ “ທ່ານ Bush ​ແມ່ນ​ມີ​ສຸຂະພາບ​ດີ​ພໍ ທີ່​ພວກ​ເ​ພິ່ນຈະສາມາດ ສືບ​ຕໍ່​ຮັກສາ​ຕົວ​ໄດ້​ຢູ່​ບ້ານ.”

ກະດູກ​ຄໍ​ຂອງ ທ່ານ Bush ແຕກ ​ຢູ່​ກ້ອງ​ກະ​ໂຫລ​ກຫົວ ຫຼື ກະດູກ​ສັນຫຼັງ C2 ​ແຕ່​ມັນ​ບໍ່​ໄດ້
​ສົ່ງ​ຜົນ​ກະທົບ​ຕໍ່ກະດູກ​ສັນຫຼັງ​ເລີຍ. ບັນດາ​ນາຍ​ແພດ ​ຜູ້​ໃຫ້ການ​ຮັກສາ​ທ່ານ Bush ​ເອີ້ນ​
ມັນ​ວ່າ “​ເປັນ​ການບາດ​ເຈັບ​ ທີ່​ສຳຄັນ​ອັນ​ໜຶ່ງ” ​ແຕ່​ວ່າ ທ່ານ Bush ​ແມ່ນ​ຢູ່​ໃນ​ສະພາບ​
ທີ່ແຂງ​ແຮງດີຫຼາຍ ​ແລະ ພວກ​ເຂົາ​ເຈົ້າຄາດ​ການ​ລ່ວງ​ໜ້າ​ວ່າ ທ່ານ​ຈະ​ຟື້ນ​ຕົວຢ່າງ​ຄົບ​ຖ້ວນ.

ທ່ານ Bush ຜູ້​ທີ່​ເປັນ​ໂຣກພະຍາດຄວາມ​ຈຳ​ເສື່ອ​ມ ຫຼື Parkinson ​ໄດ້​ຖືກ​ນຳ​ສົ່ງ​ເຂົ້າ
​ໂຮງໝໍ ​ເທື່ອຫຼ້າສຸດ ​ເປັນ​ເວລາ ໜຶ່ງ​ອາທິດ ເມື່ອເດືອນ​ທັນວາປີ​ກາຍ​ນີ້ ຍ້ອນມີ​ອາການ
​ຫາຍ​ໃຈ​ຍາກ.

ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານາທິບໍດີ ​ໃນ​ລະຫວ່າງ ສອງ​ສະ​ໄໝ ຂອງ​ທ່ານ
Ronald Reagan ຢູ່​ທີ່​ທຳນຽບຂາວ ກ່ອນ​ຈະ​ໄດ້​ຖືກ​ເລື​ອກ​ໃຫ້​ເປັນ​ປະທານາທິບໍດີ ​ໃນ​
ປີ 1988.

ທ່ານ Bush ​ແມ່ນ​ເປັນ​ພໍ່​ຂອງ​ອະ​ດີດ​ປະທານາທິບໍດີ George W. Bush ​ແລະ ອະ​ດີດ
​ເຈົ້າຄອງ​ລັດ Florida ທ່ານ Jeb Bush ຜູ້​ທີ່​ສະ​ເໜີ​ຊື່ ລົງ​ສະມັກ​ເລືອກ​ຕັ້ງ​ເປັນ​ປະທານາ
ທິບໍດີ ​ໃນປີ 2016 ສັງກັດ​ພັກຣີພັບ​ບລີ​ກັນ.

Your browser doesn’t support HTML5

US Bush Health