ກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳເກົາຫລີເໜືອ, ທ່ານກິມ ຈົງ ອຶນ ໄດ້ມີຂຶ້ນຍ້ອນຄວາມປາດຖະໜາ ທີ່ກົງກັນຂອງພວກເພິ່ນ ໃນການທີ່ຈະ "ເຮັດໃຫ້ມະໂນພາບອັນບໍ່ຈິງ ກ່ຽວກັບການລົບລ້າງອາວຸດນິວເຄລຍມີຢູ່ຕະຫລອດການ" ເຖິງແມ່ນວ່າ ຄຳນິຍາມຂອງ ພວກເພິ່ນ ກ່ຽວກັບການລົບລ້າງອາວຸດນິວເຄລຍ ທີ່ແຕກຕ່າງກັນນັ້ນ ຍັງບໍ່ມີຫຍັງປ່ຽນແປງກໍຕາມ, ອີງຕາມຄຳຄິດເຫັນຂອງພວກນັກຊ່ຽວຊານ.

ປ. ທຣຳ ແລະທ່ານ ກິມ ຈັບມືກັນຢູ່ກອງປະຊຸມສຸດຍອດທີ່ຈັດຂຶ້ນໃນວັນທີ 30 ມິຖຸນາ, 2019 ຢູ່ໃນບ້ານປັນມູນຈອມ ຊຶ່ງຢູ່ຊາຍແດນຂອງສອງປະເທດເກົາຫລີ
ອົງການຂ່າວສູນກາງເກົາຫລີ ຫລື KCNA ຂອງທາງການເກົາຫລີ ໃນວັນຈັນວານນີ້ ໄດ້ກ່າວສັນລະເສີນກອງປະຊຸມສຸດຍອດທີ່ຈັດຂຶ້ນໃນວັນອາທິດຜ່ານມາ ຢູ່ໃນບ້ານປັນມູນຈອມ ຊຶ່ງຢູ່ຊາຍແດນຂອງສອງປະເທດເກົາຫລີນັ້ນ ແລະລາຍງານວ່າ ຂັ້ນຕອນຕໍ່ໄປຈະເປັນການເຈລະຈາກ່ຽວກັບການລົບລ້າງອາວຸດນິວ ເຄລຍກັບວໍຊິງຕັນ, ຊຶ່ງເປັນການປ່ຽນທ່າທີຢ່າງໃຫຍ່ຂອງພຽງຢາງ.
ອົງການຂ່າວ KCNA ເວົ້າວ່າ "ບັນດາຜູ້ນຳສູງສຸດຂອງທັງສອງປະເທດ ເຫັນພ້ອມນຳກັນ ທີ່ຈະຮັກສາການພົວພັນທີ່ໃກ້ຊິດໄວ້ໃນອະນາຄົດ ເຊັ່ນກັນ ແລະ ຈະທຳການໂອ້ລົມສົນທະນາກັນທີ່ມີປະສິດທິຜົນຄືນອີກ ແລະພັກດັນໃຫ້ມັນກ້າວໄປ ເພື່ອຈະເຮັດໃຫ້ມີຜົນສຳເລັດອັນໃໝ່ ໃນການລົບລ້າງອາວຸດນິວເຄລຍອອກຈາກແຫລມເກົາຫລີ ແລະໃນເລື້ອງສາຍພົວພັນສອງຝ່າຍ."
ທ່ານ ທຣຳ ຜູ້ທີ່ມີແຜນການຢ້ຽມຢາມເກົາຫລີໃຕ້ທີ່ລວມມີ ການໄປຢ້ຽມຢາມ ເຂດປອດທະຫານຫລື DMZ ນຳນັ້ນ ໄດ້ຂຽນການເຊື້ອເຊີນທ່ານ ກິມ ລົງໃນ ທວີດເຕີໃນວັນສຸກຜ່ານມາ ໂດຍສະເໜີໃຫ້ພວກເພິ່ນພົບກັນຢູ່ຊາຍແດນທີ່ແບ່ງເກົາຫລີອອກເປັນສອງປະເທດນັ້ນ. ທ່ານ ກິມ ເຫັນດີນຳທ່ານ ທຣຳ ໃນວັນອາທິດຜ່ານມາ ແລະໄດ້ເຊື້ອເຊີນທ່ານໃຫ້ໄປພົບກັນຢູ່ຟາກຊາຍແດນຂອງເກົາຫລີເໜືອ.
ຫລັງຈາກໄດ້ຂ້າມຊາຍແດນມາເບື້ອງຂອງເກົາຫລີໃຕ້ ຢູ່ໃນເຂດ DMZ ແລ້ວ ຜູ້ນຳທັງສອງກໍໄດ້ໃຊ້ເວລາ 1 ຊົ່ວໂມງ ເພື່ອພົບປະກັນຢູ່ໃນເຮືອນແຫ່ງເສລີພາບ. ທ່ານ ທຣຳ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັບປະທານາທິບໍດີມູນ ແຈ-ອິນ (Moon Jae-in) ຂອງເກົາຫລີໃຕ້ວ່າ ການເຈລະຈາໃນລະດັບປະຕິບັດການຈະມີຂຶ້ນອີກພາຍໃນບໍ່ພໍເທົ່າໃດອາທິດຂ້າງໜ້ານີ້. ການພົບປະລະຫວ່າງ ທ່ານທຣຳ ແລະທ່ານ ກິມ ໄດ້ຢຸດສະງັກບໍ່ໄປບໍ່ມາ ພາຍຫລັງກອງປະຊຸມສຸດຍອດຂອງພວກເພິ່ນຢູ່ຮາໂນ່ຍ ໃນເດືອນກຸມພາຜ່ານມາຈົບລົງແລ້ວ.
ກອງປະຊຸມຂອງທ່ານກິມ ກັບທ່ານທຣຳຄັ້ງນັ້ນ ໄດ້ຮັບການຕ້ອນຮັບທີ່ດີ, ຮ່ອງຮອຍສະແດງໃຫ້ເຫັນວ່າຈະມີການເຈລະຈາກັບວໍຊິງຕັນໃນອະນາຄົດກໍເຊັ່ນກັນ, ຊຶ່ງເປັນຂີດໝາຍທີ່ຕ່າວປີ້ນຕໍ່ຄຳເຫັນຂອງທ່ານກິມທີ່ກ່າວຕໍ່ພວກນາຍພົນຂັ້ນສູງຂອງເພິ່ນໃນເດືອນເມສາທີ່ຜ່ານມາ. ຢູ່ໃນຄຳປາໄສຂອງເພິ່ນຕໍ່ສະພາປະຊາຊົນສູງສຸດນັ້ນ ທ່ານ ກິມ ເວົ້າວ່າ ທ່ານຈະບໍ່ພົບ ກັບທ່ານ ທຣຳອີກຕໍ່ໄປເວັ້ນເສຍແຕ່ວ່າ ວໍຊິງຕັນຈະປ່ຽນທ່າທີຂອງຕົນຢູ່ໃນທ້າຍປີນີ້. ຢູ່ໃນກອງປະຊຸມສຸດຍອດ ຢູ່ຮາໂນ່ຍ ໃນເດືອນກຸມພາຜ່ານມາ ສະຫະລັດ ໄດ້ວາງເງື່ອນໄຂ ຕໍ່ຄຳຮ້ອງຂໍຂອງເກົາຫລີເໜືອທີ່ຢາກໃຫ້ຍົກເລີກການລົງໂທດແກ່ພຽງຢາງນັ້ນ ຈະມີຂຶ້ນເທື່ອລະກ້າວຈົນກວ່າຈະມີການລົບລ້າງອາວຸດນິວຢ່າງສິ້ນເຊິງ.
ລັດຖະມົນຕີກະຊວງການຕ່າງປະເທດເກົາຫລີເໜືອ ກໍໄດ້ກ່າວຢ້ຳຄຳເວົ້າຂອງ ທ່ານກິມເຊັ່ນກັນ ຢູ່ໃນຖະແຫລງການຂອງຕົນທີ່ຂຽນລົງໃນເວັບໄຊທ໌ໃນວັນທີ 24 ພຶດສະພາຜ່ານມາ ໂດຍເວົ້າວ່າ "ເວັ້ນເສຍແຕ່ວ່າ ສະຫະລັດເອົາວິທີການຄິດໄລ່ປັດຈຸບັນຂອງຕົນອອກໄປ ແລະນຳເອົາການຄິດໄລ່ໃໝ່ ຂອງຕົນມາໃຊ້, ການໂອ້ລົມກັນລະຫວ່າງ DPRK ແລະສະຫະລັດ ຈະບໍ່ມີຂຶ້ນອີກ ແລະ ໂດຍການຕໍ່ວິທີການຄິດໄລ່ນັ້ນອອກໄປ ຄວາມເປັນໄປໄດ້ ໃນການແກ້ໄຂເລື້ອງນິວເຄລຍໃນອະນາຄົດ ກໍຍິ່ງຈະມືດມົນໄປກວ່ານີ້ອີກ." ຊື່ທາງການເກົາຫລີເໜືອແມ່ນ ສາທາລະນະລັດປະຊາທິປະໄຕເກົາຫລີ.