ທ່ານແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງເຂດນະຄອນວຽງຈັນ ໄດ້ຖະແຫລງຢືນຢັນ
ວ່າ ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບກອງປະຊຸມ
ສຸດຍອດລະຫວ່າງຜູ້ນໍາອາຊຽນ ກັບສະຫະພາບຢູໂຣບ (ASEM) ຄັ້ງທີ 9 ທີ່ຈະມີຂຶ້ນ
ຢ່າງເປັນທາງການໃນວັນທີ 5-6 ພະຈິກ 2012 ນີ້ ຢູ່ນະຄອນວຽງຈັນ ໄດ້ມີຄວາມຄືບໜ້າ
ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ແລະຈະແລ້ວເສັດສົມບູນ ໃນທຸກໂຄງການ
ພາຍໃນເດືອນຕຸລາ ເປັນຢ່າງຊ້າ.
ໄລຍະຜ່ານມາ ທາງການລາວໄດ້ແບ່ງການດໍາເນີນງານອອກເປັນ 6 ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນການປະຊຸມນາໆຊາດ ເຊິ່ງຕັ້ງຢູ່ບົນເນື້ອທີ່ກ້ວາງ 7 ເຮັກຕາ ຢູ່ຫຼັກ
6 ຖະໜົນໄກສອນພົມວິຫານ ຊຶ່ງລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ
ຈີນ ໃນມູນຄ່າລວມເຖິງ 450 ລ້ານຢວນ ຫຼືປະມານ 80 ລ້ານໂດລາ ໂດຍການກໍ່ສ້າງຈະ
ແລ້ວສໍາເລັດພາຍໃນເດືອນຕຸລາ.
ການປັບປຸງຖະໜົນໄກສອນພົມວິຫານທີ່ແລ່ນຜ່ານຫລັກ 6 ຊຶ່ງສູນການປະຊຸມນາໆຊາດກໍາລັງໄດ້ຮັບການກໍ່ສ້າງຢູ່
ໂຄງການທີ່ 2 ກໍແມ່ນການ
ຂະຫຍາຍບ່ອນຈອດເຮືອບິນ
ຢູ່ສະໜາມບິນນາໆຊາດວັດ
ໄຕ ເພື່ອໃຫ້ສາມາດຮອງຮັບ
ທາງເຮືອບິນຂະໜາດໃຫຍ່
ໃຫ້ໄດ້ເຖິງ 40 ລຳ ພ້ອມດ້ວຍ
ອຸປະກອນຮັກສາຄວາມປອດ
ໄພ ແລະສິ່ງອໍານວຍຄວາມ
ສະດວກຕ່າງໆ ຢ່າງຄົບຊຸດ
ໂດຍເປັນການຊ່ວຍເຫຼືອຈາກ
ລັດຖະບານຍີ່ປຸ່ນ ໃນມູນຄ່າ
1,246 ລ້ານເຢນ ແລະກູ້ຢືມ
ຈາກລັດຖະບານຈີນຈໍານວນນຶ່ງ.
ສ່ວນອີກ 4 ໂຄງການທີ່ເຫລືອ ປະກອບດ້ວຍການພັດທະນາປັບປຸງເສັ້ນທາງ 21 ເສັ້ນ
ໃນເຂດນະຄອນວຽງຈັນ ການກໍ່ສ້າງເຮືອນພັກຮັບຮອງຈຳນວນ 52 ຫຼັງ ຢູ່ຫາດດອນຈັນ
ການກໍ່ສ້າງໂຮງແຮມ 8 ຊັ້ນ ລະດັບ 5 ດາວຢູ່ດອນຈັນ ແລະການກໍ່ສ້າງເຮືອນພັກສຳລັບ
ຄະນະຜູ້ແທນທີ່ຈະເຂົ້າຮ່ວມໃນກອງປະຊຸມ 50 ຫລັງ ຢູ່ບ້ານພະຂາວ ເມືອງໄຊທານີ ຊຶ່ງ
ທັງໝົດນີ້ກໍເປັນການລົງທຶນ ແລະການຊ່ວຍເຫລືອຈາກຈີນ.
ທາງດ້ານທ່ານນາງ ບຸນເພງ ມູນໂພໄຊ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ
ແລະໂຄສົກລັດຖະບານລາວ ໄດ້ຖະແຫລງຢືນຢັນວ່າ ທ່ານທອງສິງ ທໍາມະວົງ ນາຍົກລັດ
ຖະມົນຕີລາວ ໄດ້ມີຄໍາສັ່ງໃນໂອກາດກອງປະຊຸມຄະນະລັດຖະບານປະຈໍາເດືອນກຸມພາ
ຜ່ານມານີ້ ໂດຍຂໍໃຫ້ໜ່ວຍງານຂອງລັດຖະບານແລະຂັ້ນແຂວງໃນທົ່ວປະເທດ ຮ່ວມມືກັນ
ເຂົ້າໃນການກວາດລ້າງປາກົດການຫຍໍ້ທໍ້ ແລະບັນຫາສັງຄົມ ແລະບັນຫາໄພສັງຄົມໃນທຸກ
ຮູບແບບຢ່າງເຂັ້ມງວດ. ເພື່ອຮັບປະກັນໄດ້ຢ່າງຄັກແນ່ວ່າ ຈະບໍ່ມີປາກົດການຫຍໍ້ທໍ້ ແລະບັນ
ຫາໄພສັງຄົມເກີດຂຶ້ນ ໃນໂອກາດທີ່ລັດຖະບານລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດ
ຍອດ ASEM ດັ່ງກ່າວ ດັ່ງທີ່ທ່ານນາງບຸນເພງ ໄດ້ຖະແຫລງຢືນຢັນວ່າ:
ທ່ານນາງ ບຸນເພງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກ ງານນາຍົກລັດຖະມົນຕີ ແລະໂຄສົກລັດຖະບານລາວ
“ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຕັ້ງໜ້າແກ້ໄຂບັນຫາ
ປາກົດການຫຍໍ້ທໍ້ ໃນສັງຄົມໃນ
ຕົວເມືອງໃຫຍ່ຕ່າງໆ ໂດຍເພີ້ມ
ທະວີການຊີ້ນໍາບັນຊາການແລະ
ນໍາເອົາກໍາລັງລົງແກ້ໄຂຕົວຈິງ
ເປັນຕົ້ນແມ່ນບັນຫາ ຢາເສບຕິດ
ການປຸ້ນຈີ້ ຊິງຊັບ ສະຖານມົ້ວ
ສຸມຕ່າງໆ ເພື່ອສ້າງສະພາບ
ແວດລ້ອມ ອັນເອື້ອອໍານວຍ ໃຫ້
ແກ່ການເປັນເຈົ້າພາບຈັດກອງ
ປະຊຸມສຸດຍອດ ASEM ທີ່ຈະ ມາເຖິງນີ້.”
ນອກຈາກນີ້ ທາງການລາວ ຍັງເຊື່ອອີກດ້ວຍວ່າ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ
ASEM ຈະເຮັດໃຫ້ລາວໄດ້ຮັບການຍອມຮັບ ໃນລະດັບສາກົນເພີ່ມຂຶ້ນ ອັນຈະເປັນປັດໃຈ
ທີ່ຊຸກຍູ້ໃຫ້ລາວໄດ້ຮັບການຮັບຮອງ ໃຫ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກ
ໄວຂຶ້ນອີກດ້ວຍ.
ຜ່ານມາຄະນະຜູ້ແທນຂອງທາງການລາວ ໄດ້ບັນລຸການລົງນາມໃນສັນຍາແບບທະວີພາຄີ
ຮ່ວມກັບຜູ້ແທນຂອງສະຫະພາບຢູໂຣບ ແລະຜູ້ແທນຂອງໄຕ້ຫວັນ ຫຼັງຈາກການເຈລະຈາ
ຄັ້ງຫລ້າສຸດນີ້ໄດ້ສິ້ນສຸດລົງ ແລະໃນໂອກາດດຽວກັນນີ້ ຄະນະຜູ້ແທນຂອງລາວຍັງໄດ້ເຈລະ
ຈາຮ່ວມກັບຜູ້ແທນຂອງທາງການສະຫະລັດອາເມຣິກາ ແລະສາມາດບັນລຸຂໍ້ຕົກລົງໃນຫຼັກ
ການຮ່ວມກັນ ກ່ຽວກັບການທີ່ທາງການສະຫະລັດຈະໃຫ້ການສະໜັບສະໜູນລາວ ເພື່ອ
ໃຫ້ໄດ້ເຂົ້າເປັນປະເທດສະມາຊິກຂອງ WTO ໃຫ້ໄວທີ່ສຸດ, ຊຶ່ງກໍເຊັ່ນດຽວກັນກັບຄະນະ
ຜູ້ແທນຂອງອີກຈາກ 70 ປະເທດທີ່ໄດ້ເຂົ້າຮ່ວມໃນການເຈລະຈາຄັ້ງຫລ້າສຸດນີ້ ກໍໄດ້ສະແດງ
ການຮຽກຮ້ອງຂໍໃຫ້ພິຈາລະນາ ເພື່ອຮັບຮອງໃຫ້ລາວ ເຂົ້າເປັນສະມາຊິກຂອງ WTO ຢ່າງ
ເປັນທາງການ ພາຍໃນທ້າຍປີ 2012 ນີ້ອີກດ້ວຍ.