ພາຍຸໄຕ້ຝຸ່ນນົກເຕັນທີ່ມີຄວາມຮຸນແຮງ ພັດເຂົ້າປະເທດ ຟີລິບປິນ ໃນວັນ ຄຣິສມາສມື້ນີ້

ນັກພະຍາກອນອາກາດ ທ່ານ Benison Estareja ຊີ້ໃຫ້ເຫັນທາງຜ່ານຂອງພາຍຸລະດູຮ້ອນ ນົກເຕັນ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນແຂວງ Quezon ພາກເໜືອຂອງນະຄອນຫຼວງ ມານິລາ, ຟີລິບປິນ. 23 ທັນວາ, 2016.

ບັນດາເຈົ້າໜ້າທີ່ໃນປະເທດ ຟີລິບປິນ ແມ່ນກຳລັງດີ້ນຮົນເພື່ອຮຽກຮ້ອງຄວາມສົນໃຈ ຈາກປະຊາຊົນ ໃນຂະນະທີ່ພາຍຸໄຕ້ຝຸ່ນ Nock-Ten ທີ່ມີຄວາມແຮງສູງ ກຳລັງຫຍັບໃກ້ ເຂົ້າໃນໝູ່ເກາະໃນວັນຄຣິສມາສມື້ນີ້, ເຊິ່ງເປັນວັນພັກທີ່ໃຫຍ່ທີ່ສຸດໃນປະເທດທີ່ມີປະຊາ ຊົນນັບຖືສາສະໜາ ຄຣິສຕຽນ ເປັນສ່ວນໃຫຍ່.

ຜູ້ປົກຄອງລັດຄົນໜຶ່ງໄດ້ຫາທາງທີ່ຈະລໍ້ປະຊາຊົນໃຫ້ໄປຢູ່ໃນສະຖານທີ່ລີ້ໄພສຸກເສີນ ບ່ອນທີ່ທ່ານກ່າວວ່າ ມັນຈະມີ “Lechon” ເຊິ່ງແມ່ນໝູປິ່ນຕາມປະເພນີ ຄຣິສມາສ ກຽມ ໄວ້ໃຫ້. ທ່ານ Villafuete ຜູ້ປົກຄອງແຂວງ Camarines Sur ເຊິ່ງເປັນທາງຜ່ານຂອງ ພາຍຸໄຕ້ຝຸ່ນນັ້ນ, ໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ຂ້າພະເຈົ້າຮູ້ວ່າມື້ນີ້ແມ່ນວັນຄຣິສ ມາສ.. ແຕ່ ນີ້ແມ່ນພາຍຸໄຕ້ຝຸ່ນທີ່ມີຄວາມຮຸນແຮງ.. ກະລຸນາອົບພະຍົບອອກຈາກບ້ານ ຂອງທ່ານ, ພວກເຮົາຈະມີໝູປິ່ນຕຽມໄວ້ໃຫ້ຢູ່ສູນອົບພະຍົບ.”

ພາຍຸໄຕ້ຝຸ່ນ Nock-Ten ມີຄວາມດັນແຮງລົມສູງສຸດຢູ່ 185 ກິໂລ ແມັດຕໍ່ຊົ່ວໂມງ ດ້ວຍ ແຮງລົມພັດເປັນບາດເຖິງ 255 ກິໂລແມັດຕໍ່ຊົ່ວໂມງ.

ເຈົ້າໜ້າທີ່ສະຫວັດດີການ ທ່ານ Felinio Castro ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ມັນ ຍາກທີ່ຈະບັງຄັບໃຫ້ມີການສະເຫຼີມສະຫຼອງ ເມື່ອຊີວິດຂອງພວກເຮົາຕົກຢູ່ໃນຄວາມ ສ່ຽງ.” ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ “ໃຫ້ຄວາມສຳຄັນແກ່ຄວາມປອດໄພ ແລະ ຄວນ ລະວັງຕໍ່ຄຳເຕືອນຕ່າງໆໂດຍໜ່ວຍງານລັດຖະບານຫຼາຍແຫ່ງທີ່ຕັ້ງຢູ່ໃນທ້ອງຖິ່ນ."

ພາຍຸດັ່ງກ່າວແມ່ນຄາດວ່າຈະກໍ່ໃຫ້ເກີດດິນເຈື່ອນພາຍໃນບໍ່ເທົ່າໃດຊົ່ວໂມງໃນແຂວງ Catanduanes ຕັ້ງຢູ່ແຫຼມ Bicol ບ່ອນທີ່ຮອງຜູ້ປົກຄອງລັດ ທ່ານນາງ Shirley Abundo ໄດ້ກ່າວວ່າ ເພິ່ນໄດ້ສັ່ງໃຫ້ບັງຄັບອົບພະຍົບຊາວບ້ານອອກຈາກພື້ນທີ່. ທ່ານ ນາງໄດ້ກ່າວວ່າ “ປະຊາຊົນບາງຄົນ “ແມ່ນຫົວແຂງແທ້ໆ, ພວກເຂົາເຈົ້າບໍ່ຢາກໜີອອກ ຈາກເຮືອນຂອງພວກເຂົາເຈົ້າຍ້ອນວັນ ຄຣິສມາສ.”

ປະເທດ ຟີລິບປິນ ເຄີຍມີປະຫວັດຂອງການໂຈມຕີໂດຍພາຍຸໄຕ້ຝຸ່ນໃນວັນພັກ ຄຣິສມາສ ມາກ່ອນແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Philippines Typhoon