ພວກກະບົດຕາລິບານກຸ່ມນຶ່ງ ໄດ້ທຳການໂຈມຕີດ້ວຍລະເບີດແລະປືນ ໃນນະຄອນຫຼວງກາບູນ ໃນເຊົ້າວັນອັງຄານມື້ນີ້ທີ່ໄດ້ສັງຫານຢ່າງນ້ອຍ 28 ຄົນ ແລະບາດເຈັບຢ່າງນ້ອຍ 327 ຄົນ ອີງຕາມຕຳຫຼວດແລະເຈົ້າໜ້າທີ່ສາທາລະນະສຸກໃນນະຄອນຫຼວງຂອງອັຟການິສຖານ.
ການໂຈມຕີທີ່ວ່ານີ້ ແມ່ນຕັ້ງເປົ້າໝາຍໃສ່ຕຶກອາຄານ ຊຶ່ງທາງເຈົ້າໜ້າທີ່ກ່າວວ່າ ເປັນກອງ ບັນຊາການກຳລັງຮັກສາຄວາມປອດໄພພິເສດ ຂອງອັຟການິສຖານ ທີ່ເຮັດວຽກພາຍໃຕ້ໜ່ວຍສືບລັບຂອງອັຟການິສຖານ ແລະ ຮັບຜິດຊອບໃນການປົກປ້ອງບັນດາເຈົ້າໜ້າທີ່ລັດ ຖະບານຂອງປະເທດ. ການໂຈມຕີດັ່ງກ່າວນີ້ ເລີ້ມຂຶ້ນໃນເວລາປະມານ 9 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ ດ້ວຍລະເບີດສະລະຊີບ ທີ່ຖືກວາງໄວ້ໃນລົດ ຢູ່ທາງເຂົ້າໂຮງການ.
ບັນດາເຈົ້າໜ້າທີ່ໄດ້ກ່າວເຖິງຄວາມຮຸນແຮງຂອງການຍິງປະທະກັນທີ່ຕິດຕາມມາ ລະຫວ່າງພວກໂຈມຕີ ແລະກອງກຳລັງອັຟການິສຖານ ເປັນເວລາຫຼາຍໆຊົ່ວໂມງ ແລະຍັງຜົນໃຫ້ພວກທີ່ຖືກໂຈມຕີນັ້ນ ເສຍຊີວິດໝົດ ໂດຍທີ່ບາງຄົນໄດ້ສັງຫານຕົວເອງໂດຍລະເບີດສະລະຊີບ.
ປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani ໄດ້ປະນາມ ການໂຈມຕີໃນຄັ້ງນີ້
ດ້ວຍການໃຊ້ “ຄຳເວົ້າທີ່ແຮງສຸດ” ແລະໄດ້ກ່າວວ່າ ໄດ້ມີຫຼາຍໆຄົນ ໄດ້ຖືກສັງຫານ ແລະ
ໄດ້ຮັບບາດເຈັບ. ທ່ານໄດ້ກ່າວວ່າ ການໂຈມຕີໃນຄັ້ງນີ້ “ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ພວກສັດຕູໄດ້ຜ່າຍແພ້ ໃນການໂຈມຕີແບບເຊິ່ງໜ້າ.”
ໂຄສົກຂອງກຸ່ມ ຕາລິບານ ທ່ານ Zabihullah Mujahid ໄດ້ອອກມາອ້າງເອົາຄວາມຮັບ
ຜິດຊອບ ໃນຄວາມຮຸນແຮງຄັ້ງນີ້. ໃນຖະແຫຼງການສະບັບນຶ່ງ ໄດ້ສົ່ງໄປຍັງໃຫ້ນັກຂ່າວ ນັ້ນ ທ່ານໄດ້ກ່າວວ່າ ການໂຈມຕີຄັ້ງນີ້ ແມ່ນໄດ້ມີເປົ້າໝາຍແນໃສ່ຫ້ອງການສືບລັບຂອງ
ອັຟການິສຖານ ແລະເອີ້ນຫ້ອງການນີ້ວ່າ “ເປັນນຶ່ງໃນບັນດາອົງການທີ່ຮ້າຍກາດແລະໄຮ້
ຄວາມເປັນມະນຸດ” ຂອງລັດຖະບານກາບູລ.
ທ່ານ Mujahid ໄດ້ກ່າວເພີ້ມຕື່ມວ່າ ການວາງລະເບີດສະລະຊີບ ແມ່ນໄດ້ແຜ່ວທາງໃຫ້ກຸ່ມຕາລິບານທີ່ຕິດອາວຸດຢ່າງໜັກ ພ້ອມທີ່ຈະສະລະຊີບນັ້ນ ໄດ້ບຸກເຂົ້າໄປໃນຕຶກແລະທຳການປະທະກັບພວກພະນັກງານຂອງຫ້ອງການສືບລັບ ດ້ວຍການຍິງປະທະ ທີ່ຍັງດຳເນີນຢູ່ຕໍ່ມານັ້ນ.
ທ່ານໄດ້ອ້າງວ່າ ການໂຈມຕີນີ້ແມ່ນ “ການສ້າງຄວາມເຈັບແສບຢ່າງໜັກໃຫ້ພວກສັດຕູ
ແລະ ເຫດລະເບີດລົດ ທີ່ໄດ້ທຳລາຍສ່ວນນຶ່ງຂອງຕຶກອາຄານດັ່ງກ່າວ” ພວກກະບົດກຸ່ມນີ້ ແມ່ນມັກຈະກ່າວອ້າງກ່ຽວກັບການໂຈມຕີຕ່າງໆຕໍ່ລັດຖະບານແລະກຳລັງທະຫານເກີນຄວາມເປັນຈິງ.