ແຜ່ນດິນໄຫວ ຂະໜາດແຮງ ສັ່ນສະເທືອນ ພາກຕາເວັນຕົກ ຂອງຍີ່ປຸ່ນ

ເຮືອນຊານທີ່ໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວ ໃນເຂດ Kurayoshi ເມືອງ Tottori prefecture ປະເທດຍີ່ປຸນ ໃນຮູູບ ທີ່ພິມເຜີຍແຜ່ໂດຍ ອົງການຂ່າວກຽວໂດ. (21 ຕຸລາ 2016)

ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ ຢູ່​ພາກ​ຕາ​ເວັນ​ຕົກ ຂອງ​ປະ​ເທດ​ຍີ່ປຸ່ນ.

​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.6​ ​ໄດ້​ເກີດ​ຢູ່​ເລິກ​ປະມານ 10 ກິ​ໂລ​ແມັດ ​ໃນ​ເຂດເມື​ອງ Tottori ​ຊຶ່ງ​ຕັ້ງຢູ່​ແຄມ​ທະ​ເລ​ຍີ່ປຸ່ນ ​ໃນ​ຕອນ​ບ່າຍວັນ​ສຸກ​ມື້ນີ້.

ການ​ສັ່ນ​ສະ​ເທືອ​ນຢ່າງ​ແຮງ​ຂອງ​ແຜ່ນດິນ​ໄຫວ ​ໄດ້​ເຮັດ​ໃຫ້​ຫຼາຍ​ພັນ​ຫລັງຄາ​ເຮືອນ​ບໍ່​ມີ​ໄຟຟ້າ​ໃຊ້.

ທ່ານ Koji Nakahara ​ເຈົ້າໜ້າ​ທີ່​ຂອງ​ເມືອງ Hokuel ຊຶ່ງ​ເປັນ​ເມືອງ​ແຄມ​ທະ​ເລກ່າວ​ວ່າ “​ໄດ້​ເກີດ​ຄວາມ​ສັ່ນ​ສະ​ເທືອ​ນຢ່າງ​ແຮງ.”

​ເວລາ​ນີ້ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ຈຳນວນ​ຜູ້​ບາດ​ເຈັບ​ລົ້ມຕາຍຫຼືຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃດໆ​ເທື່ອ.

ພວກ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ບໍ່​ມີ​ໄພ​ອັນຕະລາຍ​ ​ຈາກ​ຄື້ນຟອງ​ຍັກ​ສຸ​ນາ​ມິໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ