ໃນຂະນະທີ່ລະດູໜາວໄດ້ສົ່ງຜົນກະທົບໜັກຢູ່ນີ້, ຢູໂຣບ ກຳລັງປະເຊີນກັບການຂາດແຄນອາຍແກັສ - ໂດຍມີປະລິມານການສົ່ງອອກອາຍ ແກັສຈາກ ຣັດເຊຍ ຫຼຸດລົງຊຶ່ງເຮັດໃຫ້ລາຄາສູງຂຶ້ນຢ່າງຫຼວງຫຼາຍ. ແຕ່ຄວາມຜັນແປຂອງການສະໜອງອາຍແກັສຂອງ ຣັດເຊຍ ອາດຈະຮ້າຍແຮງຂຶ້ນຕື່ມອີກ ຂະນະທີ່ ມົສກູ ມີແຜນທີ່ຈະສ້າງທໍ່ສົ່ງອາຍແກັສໃໝ່ໄປຫາຈີນ, ຊຶ່ງສາມາດໃຫ້ ຣັດເຊຍ ມີອຳນາດໃນການຂາຍອາຍແກັສແກ່ຜູ້ທີ່ໃຫ້ລາຄາສູງທີ່ສຸດ. Henry Ridgwell ນັກຂ່າວວີໂອເອມີລາຍງານເລື້ອງນີ້ມາຈາກ ລອນດອນ ຊຶ່ງ ບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການສົ່ງອາຍແກັສຂອງຣັດເຊຍໄປໃຫ້ຈີນ ແລະຢູໂຣບ
ຈາກຂອບເຂດໜາວແຂງກະດ້າງທີ່ກວ້າງຂວາງຂອງເຂດໄຊເບີເຣຍ, ຣັດເຊຍ ແມ່ນໄດ້ສົ່ງອາຍແກັສທໍາມະຊາດຈຳນວນນຶ່ງໄປໃຫ້ ຈີນ ແລ້ວ.
ທໍ່ສົ່ງອາຍແກັສ 'ພະລັງງານຂອງໄຊເບີເຣຍ (Siberia) 1' ໄດ້ເລີ້ມຂຶ້ນໃນປີ 2019 -ຊຶ່ງໄດ້ຂຸດຄົ້ນບໍ່ອາຍແກັສຢູ່ໃນພາກຕາເວັນອອກໄກຂອງຣັດເຊຍ ເພື່ອຊ່ວຍຊຸກຍູ້ເສດຖະກິດຂອງຈີນ.
ທ່ານ ທອມ ມາເຊັກ-ແມນເຊີ (Tom Marzec-Manser), ຫົວຫນ້ານັກ ວິເຄາະອາຍແກັສຂອງອົງການ ICIS ກ່າວວ່າ:
"ທໍ່ສົ່ງພະລັງງານຂອງໄຊບີເຣຍ 1 ໃຊ້ອາຍແກັສທີ່ບໍ່ເຊື່ອມຕໍ່ກັບບໍ່ທີ່ສາ ມາດສະຫນອງອາຍແກັສໃຫ້ແກ່ຕະຫຼາດ ຢູໂຣບ. ສະນັ້ນ ຢ່າງຫນ້ອຍມັນ ກໍບໍ່ມີຄຳຖາມຫຍັງເທື່ອໃນເວລານີ້ວ່າ ອາຍແກັສຈາກ ຣັດເຊຍ ທີ່ໄປຫາ ຈີນ ນັ້ນເປັນການສູນເສຍອາຍແກັສທີ່ອາດສົ່ງໄປຫາຢູໂຣບໄດ້ຫລືບໍ່."
ແຕ່ສິ່ງນັ້ນອາດຈະປ່ຽນໄປໃນໄວໆນີ້. ມົສກູ ແລະ ປັກກິ່ງ ໃກ້ຈະຕົກລົງສ້າງທໍ່ສົ່ງອາຍແກັສແຫ່ງທີສອງຄື "ພະລັງງານຂອງໄຊບີເຣຍ 2" ເຊິ່ງຈະເປັນການສົ່ງອອກອາຍແກັສຈາກ ຣັດເຊຍ ໄປ ຈີນ ເພີ້ມຂຶ້ນເປັນສອງເທົ່າ. ມັນຈະຜ່ານ ມົງໂກເລຍ ແລະ ເຂົ້າໄປໃນເຂດອຸດສາຫະກໍາທີ່ຫິວພະລັງງານທີ່ຢູ່ໃກ້ກັບ ປັກກິ່ງ.
ນອກນັ້ນແລ້ວ ມັນຍັງຈະເອົາຕໍ່ໃສ່ກັບເຄືອຂ່າຍອາຍແກັສພາຍໃນຂອງ ຣັດເຊຍ - ເຊື່ອມຕໍ່ ຈີນ ໃສ່ກັບບໍ່ອາຍແກັສອັນດຽວກັນໃນແຫຼມ ຢາມາລ (Yamal) ຂອງ ຣັດເຊຍ ທີ່ສະໜອງອາຍແກັສໃຫ້ແກ່ຢູໂຣບ.
ທ່ານ ມາເຊັກ-ແມນເຊີ (Marzec-Manser), ຫົວຫນ້ານັກວິເຄາະອາຍແກັສ ຂອງອົງການ ICIS ກ່າວອີກວ່າ:
"ມັນເຮັດໃຫ້ບໍລິສັດ ແກສພຣອມ (Gazprom)- ໃນນາມຜູ້ສົ່ງອອກທີ່ສໍາຄັນ ນັ້ນ -ມີທາງເລືອກທີ່ຈະນໍາເອົາອາຍແກັສໄປສູ່ຕະຫຼາດນຶ່ງແທນທີ່ຈະເອົາໄປໃຫ້ອີກຕະຫລາດນຶ່ງ."
ສິ່ງນັ້ນສາມາດໃຫ້ ຣັດເຊຍ ມີຂໍ້ໄດ້ປຽບຢ່າງຫລວງຫລາຍ.
ທ່ານ ຟີລິບ ມີດູນິກ (Filip Medunic), ຈາກສະພາການພົວພັນຕ່າງປະເທດຂອງຢູໂຣບກ່າວວ່າ:
"ໃນດ້ານວິຊາການແລ້ວ, ມັນເປັນການຍາກທີ່ຈະບອກໄດ້ວ່າ ລະບົບການ ກໍານົດລາຄາຈະຖືກອອກແບບມາໃນລັກສະນະທີ່ເປັນໄປໄດ້ວ່າ ຈະຂາຍໃຫ້ຜູ້ ທີ່ໃຫ້ລາຄາສູງສຸດຫຼືບໍ່, ແຕ່ຂ້າພະເຈົ້າຄິດວ່າ ຣັດເຊຍ ແນ່ນອນມີເຈດຈຳນົງທີ່ຈະເບິ່ງໄປໃນທິດທາງນີ້ ເພື່ອໃຫ້ສາມາດໃຊ້ມັນເປັນທ່າແຮງໄດ້- ຢ່າງຫນ້ອຍກໍໃນດ້ານວາຈາທີ່ຈະເວົ້າໄດ້ - ໃນທົດສະວັດທີ່ຈະມາເຖິງນີ້."
ຣັດເຊຍໄດ້ເພີ້ມກຳລັງທະຫານຂຶ້ນຫຼາຍກວ່າ 1 ແສນຄົນຢູ່ຕາມຊາຍແດນຕິດກັບ ຢູເຄຣນ. ບັນດານັກວິເຄາະກ່າວວ່າ ປະເທດຕາເວັນຕົກໄດ້ຂົ່ມຂູ່ວ່າຈະມີການລົງໂທດຢ່າງຮ້າຍແຮງຖ້າ ຣັດເຊຍ ບຸກໂຈມຕີ - ແລະຍັງມີແຮງຈູງໃຈອື່ນໆອີກທີ່ເຮັດໃຫ້ ມົສກູ ຊອກຫາລູກຄ້າໃໝ່ສຳລັບອາຍແກັສຂອງຕົນ.
ເຄື່ອງໝາຍໂຄງການສ້າງທໍ່ສົ່ງອາຍແກັ Nord Stream 2 ທີ່ສົ່ງອາຍແກັສໄປຢູໂຣບ ຫລຽວເຫັນຢູ່ເທິງທໍ່ໃຫຍ່ສາຍນຶ່ງຂອງໂຮງງານ Chelyabinsk ໃນເມືອງ Chelyabinsk ຂອງຣັດເຊຍ, ວັນທີ 26 ກຸມພາ, 2020
ທ່ານ ມາເຊັກ-ແມນເຊີຈາກອົງການ ICIS ກ່າວອີກວ່າ:
"ເສັ້ນໂຄຈອນຂອງສະຫະພາບຢູໂຣບ ໂດຍສະເພາະໃນແງ່ຂອງການເຮັດໃຫ້ອາຍຄາບອນໝົດໄປນັ້ນກໍແມ່ນວ່າ ອາຍແກັສຈະມີບົດບາດຫຼຸດໜ້ອຍລົງ ໃນ ໄລຍະກາງຫາໄລຍະຍາວ."
ແຕ່ການໄປຕາມຕະຫຼາດ ຈີນ ແຫ່ງໃໝ່ຈະບໍ່ແມ່ນເລື່ອງງ່າຍສຳລັບ ມົສກູ, ອີງຕາມການສັງເກດຂອງບັນດານັກວິເຄາະ.
ທ່ານມີດຸນິກ (Medunic) ກ່າວວ່າ:
“ຈີນເປັນທີ່ຮູ້ຈັກກັນດີໃນເລື້ອງໃຊ້ທ່າທີ ແລະນ້ຳໜັກຂອງຕົນທາງດ້ານການເມືອງ, ເສດຖະກິດ, ການທະຫານ, ແລະເປັນຄູ່ເຈລະຈາທີ່ຍາກຫລາຍ. ແລະ (ເຂົາເຈົ້າ) ຍັງຖືກກ່າວຫາວ່າໄດ້ພິຈາລະນາຕົນເອງວ່າເປັນຜູ້ມີອິດທິພົນເໜືອກວ່າໃນທີ່ນີ້, ແລະ ຣັດເຊຍ ເປັນຄູ່ເຈລະຈາທີ່ຢູ່ໃນຕຳແໜ່ງຕ່ຳກວ່າ.”
ມີການຄາດເດົາກັນວ່າ ຂໍ້ຕົກລົງກ່ຽວກັບທໍ່ສົ່ງ 'ພະລັງງານໄຊເບີຣີ 2' ອາດຈະໄດ້ຮັບການເຊັນກັນໃນງານກິລາໂອລິມປິກລະດູໜາວທີ່ ປັກກິ່ງ ໃນເດືອນໜ້ານີ້, ແຕ່ຍັງບໍ່ທັນມີການຢືນຢັນຢ່າງເປັນທາງການໃດໆເທື່ອ.