ບັນຫາຄວາມຍາກຈົນຂອງປະຊາຊົນທ່າມກາງເສດຖະກິດຂະຫຍາຍ ຕົວນັບມື້ ນັບຝືດເຄືອງບວກໃສ່ກັບການປາບປາມການສໍ້ລາດບັງຫລວງ ໃນວົງການລັດຖະບານຍັງບໍ່ມີປະສິດທິຜົນສູງ ເຮັດໃຫ້ຄົນລາວ ໂດຍສະເພາະແມ່ນໄວໜຸ່ມ ໄປພົວພັນກັບການລັກລອບຄ້າ ແລະເສບຢາເສບຕິດຫລາຍຂຶ້ນເປັນພິເສດໃນ ໄລຍະ 3 ຫາ 4 ປີມານີ້ ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ບັນຫາຄວາມຍາກຈົນ ບວກໃສ່ກັບການປາບປາມຄ້າຢາເສບຕິດ ທີ່ມີປະສິດທິພາບຕ່ຳ ເປັນສາຍເຫດ ພາໃຫ້ຊາວໜຸ່ມລາວ ໄປພົວພັນກັບຢາເສບຕິດຫຼາຍຂຶ້ນ
ຂະນະທີ່ຈີນ ແລະໄທໄດ້ເພີ້ມຄວາມເຂັ້ມງວດ ໃນການກວດກາຢູ່ຊາຍແດນຂອງເຂົາເຈົ້າທີ່ຕິດກັບມຽນມາ ແລະມີການຈັບກຸມຜູ້ລັກລອບຂົນສົ່ງຢາບ້າ ຫຼື methamphetamine ທີ່ຜ່ານປະເທດລາວ ຫລາຍຂຶ້ນກໍຕາມ ແຕ່ຂະບວນການຄ້າຢາເສບຕິດຢູ່ໃນລາວ ປາກົດວ່າຍັງນັບມື້ ມີທ່າອ່ຽງເພີ້ມຂຶ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວທ່ານນຶ່ງຍອມຮັບວ່າ ສະພາບການນັ້ນອາດເປັນຍ້ອນມີການພົວພັນຂອງເຈົ້າໜ້າທີ່ກ່ຽວຂ້ອງຢູ່ພາຍໃນລັດຖະບານຮູ້ເຫັນເປັນໃຈນໍາ ຊຶ່ງທ່ານໃຫ້ຂໍ້ສັງເກດວ່າ:
“ມັນກະບໍ່ຮູ້ກະບໍ່ຈັກຊິວ່າ ໂຕນີ້ມັນຫລາຍ ປາບປາມຈັ່ງໃດມັນກະບໍ່ໝົດນີ້ແຫລະ ກະມີ ມັນກະຮູ້ເຫັນເປັນໃຈກັບບາງສ່ວນ ພວກທີ່ຢູ່ນອກແຖວຫັ້ນແຫລະ”.
ທາງດ້ານຫ້ອງການຢາເສບຕິດແລະອາຊະຍາກຳຂອງອົງການສະຫະປະຊາຊາດ ຫລື UNODC ກ່າວວ່າ ເຄືອຂ່າຍຂອງແກັ່ງຢາເສບຕິດຂ້າມຊາດ ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງມຽນມາ ທີ່ບໍ່ຖືກກົດໝາຍ ໄດ້ລັກລອບຂົນສົ່ງຢາບ້າຜ່ານລາວຫລາຍຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ. ຫ້ອງການດັ່ງກ່າວ ລາຍງານເມື່ອມໍ່ໆມານີ້ວ່າ ສປປ ລາວ ໄດ້ມີບົດບາດເພີ້ມຂຶ້ນໃນການເປັນທາງຜ່ານຂອງການລໍາລຽງ ຢາເສບຕິດຈາກເຂດສາມຫລ່ຽມຄໍາ ເຂົ້າໄປຫາໄທ ແລະພາກສ່ວນອື່ນຂອງຂົງ ເຂດແມ່ນໍ້າຂອງ ແລະເອເຊຍປາຊີຟິກ. ມີການຢຶດຢາບ້າຫລື methamphetamine ແລະຢາໄອຊ໌ ໄດ້ເກືອບຮອດ 172 ໂຕນ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນປີ 2021. ໃນນັ້ນມີຢາບ້າຫລາຍກວ່າ 1 ຕື້ເມັດ ຊຶ່ງເປັນຈໍານວນທີ່ເພີ້ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ 10 ປີ ກ່ອນໜ້ານີ້. ທ່ານເຈີຣມີ ດັກກລາສ (Jeremy Douglas) ຜູ້ຕາງໜ້າຫ້ອງການຢາເສບຕິດໃນເອເຊຍຕາເວັນອອກສຽງໃຕ້ຂອງ UNODC ກ່າວວ່າ ເກີນກວ່າ 90 ເປີເຊັນຂອງຢາເສບຕິດທີ່ຢຶດໄດ້ນັ້ນ ແມ່ນມາຈາກເຂດສາມຫຼ່ຽມຄຳ ທີ່ເປັນເຂດຊາຍແດນລະຫວ່າງ ມຽນມາ-ລາວ-ໄທ ນັ້ນ.
ສ່ວນເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງລາວ ກໍເວົ້າວ່າ ຕົນໄດ້ເລັ່ງການປາບປາມຂະບວນການຄ້າດັ່ງກ່າວນີ້ຫລາຍຂຶ້ນ ດັ່ງທີ່ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແລະຮອງນາຍົກລັດຖະມົນຕີຂອງລາວ ຢືນຢັນວ່າ:
“ມາເຖິງປັດຈຸບັນນີ້ພວກເຮົາແກ້ ອົງການສຶບສວນສອບສວນ ພວກເຮົາປັບປຸງຍົກລະດັບ ສ່ວນທີ່ພົວພັນການຄ້າການຂາຍເນາະ ການຢູ່ເບື້ອງໜ້າເບື້ອງຫລັງ ການບໍ່ມີຄວາມເປັນທໍາ ວ່າແຕ່ພວກເຮົາຮູ້ປະຕິບັດວິໄນໝົດ ດຽວນີ້ ບໍ່ຈົ່ງຈັກຄົນ ຊັ້ນສູງເທົ້າໃດ ກະຢ່າມັນ”
ແຕ່ຢ່າງໃດກໍຕາມການທີ່ສະພາບເສດຖະກິດຂອງລາວນັບມື້ນັບຝືດເຄືອງ ແລະ ໄພເງິນເຟີ້ນັບມື້ນັບເພີ້ມຂຶ້ນໃນໄລຍະ 3 ຫລື 4 ປີມານີ້ ເປັນສາຍເຫດຕົ້ນຕໍພາໃຫ້ຜູ້ຄົນທີ່ຫວັງເກງກໍາໄລສູງ ແລະ ຜູ້ທີ່ມາຈາກຄອບຄົວທຸກຍາກໃນລາວ ຫັນໄປຫາການຄ້າ ແລະເສບຢາເສບຕິດ ແລະພົວພັນກັບກຸ່ມແກັ່ງຢາເສບຕິດ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຈະມີການກວດກາຢ່າງເຄັ່ງຄັດຂຶ້ນ ຂອງເຈົ້າໜ້າທີ່ກໍຕາມ ອີງຕາມການສັງເກດການຂອງພະນັກງານສະຖາບັນການເງິນເຂດພາກເໜືອ ທ່ານນຶ່ງທີ່ເວົ້າວ່າ:
“ແຕ່ກີ້ມັນກະເປັນນໍາເຈົ້າໜ້າທີ່ອໍານວຍຄວາມສະດວກເນາະ ກ່ຽວພັນກັນຫັ້ນລະ ດຽວນີ້ເຈົ້າໜ້າທີ່ເພິ່ນກະເຄັ່ງມາ ຂ່າວວ່າຈັບໄດ້ບ່ອນນັ້ນບ່ອນນີ້ຊັ້ນນະ ອົງການໂຕນີ້ຄັນໃຜເຮັດ ລະມັນກະອອກຍາກເດ, ບໍ່ມີກິນມີຢູ່ ກະສ່ຽງເອົາເຮັດເນາະ ສ່ຽງຕາຍໄປຫັ້ນ ລອດກະຖືວ່າລອດ ຄັນບໍ່ລອດກະບໍ່ລອດ”.
ທ່ານກ່າວຕໍ່ໄປວ່າ ສະພາບການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ກ່ຽວຂ້ອງ ທີ່ຍັງມີຢູ່ ບວກກັບຄວາມທຸກຍາກຂອງພວກຊາວໜຸ່ມທີ່ມາຈາກຄອບຄົວຂາດເຂີນ ໄດ້ຜັກດັນໃຫ້ຜູ້ທີ່ບໍ່ມີທາງເລືອກ ຫັນໄປເພິ່ງພາຢາເສບຕິດເພີ້ມຂຶ້ນ ດັ່ງທີ່ທ່ານບອກວ່າ:
“ຄົນເຮົາທີ່ຢູ່ອຸດົມໄຊນີ້ຄົນກິນຫລາຍຄົນຂາຍກະຫລາຍຫັ້ນນະ ແຕ່ວ່າພວກຕໍາຫລວດນີ້ເຂົາກະເມື່ອຍລະເນາະ ເອົາເຂົ້າຄຸກເຂົາກະແມ່ນແຕ່ໜ້າເກົ່າຢູ່ຕະຫຼອດ ອອກໄປມັນລະຊິປ່ຽນຊິແປງບໍ່ ມັນກະຄືເກົ່າຢູ່ມັນແຫ່ງແຜ່ລາມໄປ ດຽວນີ້ ເດັກ ນ້ອຍອາຍຸສິບສອງປີກະກິນນະ ປະໂທ໊ໆໆ ເຂົາຄືວ່າແຫລະຜູ້ຊ່າງເຮັດຊ່າງໄປເພິ່ນກະບໍ່ໄດ້ຢ້ານຊັ້ນນະ ເປັນມາເພິ່ນກະເອົາເງິນຖົມຫັ້ນລະ ມັນທຸກມັນຍາກຫລາຍ ຜູ້ໃດກະຜູ້ບໍ່ຢ້ານນະ ດຽວນີ້ກົດໝາຍ ກະພໍຊໍ່ານີ້ ບາງຄົນກະວ່າເຂົ້າຄຸກໄດ້ ກະຍັງມີເຂົ້າກິນດີກວ່າຢູ່ທາງນອກ ອຶດໆຢາກໆ ມີບາງຄົນວ່າແນວນັ້ນໃດ”.
ສະຫລຸບແລ້ວສະພາບຄວາມທຸກຈົນຂອງຄອບຄົວທີ່ຂາດເຂີນທ່າມກາງສະພາບ ເສດຖະກິດນັບມື້ນັບຝືດເຄືອງ ບວກກັບການປາບປາມການສໍ້ລາດບັງຫລວງໃນວົງການລັດ ຍັງບໍ່ທັນມີປະະສິດທິພາບສູງ ຂະນະທີ່ເຄືອຂ່າຍຄ້າຢາເສບຕິດຂ້າມຊາດຜ່ານລາວນັ້ນ ນັບມື້ເຂັ້ມແຂງຂຶ້ນ ໄດ້ເປັນປະເດັນຜັກດັນ ໃຫ້ຊາວໜຸ່ມລາວ ຈໍານວນນຶ່ງ ຫັນໄປເພິ່ງພາຢາເສບຕິດຫລາຍຂຶ້ນ.
Your browser doesn’t support HTML5
ວີດີໂອ ກ່ຽວກັບລາຍງານບັນຫາຄວາມຍາກຈົນ ບວກໃສ່ກັບການປາບປາມຄ້າຢາເສບຕິດ ທີ່ມີປະສິດທິພາບຕ່ຳ ເປັນສາຍເຫດ ພາໃຫ້ຊາວໜຸ່ມລາວ ໄປພົວພັນກັບຢາເສບຕິດຫຼາຍຂຶ້ນ