ຜູ້ປົກຄອງລັດຟລໍຣິດາ, ທ່ານ ຣິກ ສະກັອດ (Rick Scott) ໃນວັນພະຫັດມື້ນີ້ ໃຫ້
ສັນຍາວ່າ ລັດຖະບານຂອງທ່ານຈະໃຫ້ການບັນເທົາທຸກຢ່າງແຂງຂັນພາຍຫລັງທີ່
ລັດດັ່ງກ່າວ ໄດ້ຮັບຜົນກະທົບຈາກລົມພາຍຸເຮີຣິເຄນໄມເກິລ ຊຶ່ງເປັນລົມພາຍຸທີ່ມີ
ພະລັງແຮງທີ່ສຸດ ທີ່ເຄີຍປະທະແຜ່ນດິນໃຫຍ່ສະຫະລັດ ໃນຮອບ 50 ປີຜ່ານມາ.
“ພວກເຮົາຈະຟື້ນຟູຄືນ ແລະຕອບສະໜອງຢ່າງແຂງຂັນ ພາຍໃນບໍ່ເທົ່າໃດມື້ຕໍ່ໜ້າ
ນີ້ ແລະຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ເພື່ອຊ່ວຍຊຸມຊົນຂອງ
ພວກເຮົາ ທີ່ໄດ້ປະເຊີນກັບຜົນກະທົບ ຂອງພາຍຸທີ່ຫາຍະນະນີ້,” ນັ້ນຄືຄຳເວົ້າ
ຂອງທ່ານສະກັອດ.
ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ຖືກກະທົບໂດຍພາຍຸເຮີຣີເຄນໃຫ້ພາກັນຢູ່
ໃນເຮືອນ ເພື່ອອຳນວຍໃຫ້ພະນັກງານກູ້ໄພສຸກເສີນສາມາດປະຕິບັດງານຂອງ
ພວກເຂົາເຈົ້າໄດ້.
ສູນກາງເຮີຣິເຄນແຫ່ງຊາດໄດ້ປະເມີນລົມພາຍຸດັ່ງກ່າວວ່າ ໄດ້ຫຼຸດລະດັບຄວາມ
ຮ້າຍແຮງລົງມາເປັນລົມພາຍຸເຂດຮ້ອນໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້ ໂດຍ
ກ່າວວ່າ ຄວາມແຮງສູງສຸດຂອງລົມພາຍຸເຮີຣິເຄນນີ້ ໄດ້ຫລຸດລົງມາຢູ່ໃນລະດັບ
ຕ່ຳກວ່າລະດັບຄວາມແຮງຂອງພາຍຸເຮີຣິເຄນ.
ແຕ່ວ່າ ໃນຂະນະທີ່ລົມໄດ້ອ່ອນແຮງລົງ ໄພນາບຂູ່ຂອງຝົນທີ່ຕົກມາຖ້ວມເຂດ
ດັ່ງກ່າວ ຊຶ່ງລວມທັງເຂດທີ່ໄດ້ຖືກນ້ຳຖ້ວມຂັງ ຍ້ອນພາຍຸເຮຣິເຄນທີ່ພັດມາ
ເມື່ອມໍ່ໆມາ ຢູ່ຕາມແຄມຝັ່ງທະເລພາກຕາເວັນອອກຂອງສະຫະລັດຢູ່ແລ້ວນັ້ນ.
ພາຍຸນີ້ ໄດ້ພັດເຂົ້າໄປໃນລັດຈໍເຈຍຢູ່ຕະຫລອດຄືນ ແລະມີການພະຍາກອນວ່າ
ຈະພັດເປັນແລວຊ້າໆ ໄປທົ່ວລັດຄາໂຣໄລນາໃຕ້, ຄາໂຣໄລນາເໜືອ ແລະລັດ
ເວີຈີເນຍ ກ່ອນຈະອອກໄປຫາມະຫາສະໝຸດແອັດແລນຕິກໃນຕອນເຊົ້າວັນສຸກ
ມື້ອື່ນນີ້. ລັດເຫລົ່ານັ້ນ ອາດໄດ້ຮັບນ້ຳຝົນໃນລະຫວ່າງປະມານ 7 ຫາ 15 ຊັງ
ຕີແມັດ.
ພວກເຈົ້າໜ້າທີ່ເວົ້າວ່າ ມີຄົນເສຍຊີວິດຄົນນຶ່ງ ຍ້ອນລົມພາຍຸນີ້ ພາຍຫລັງທີ່ກົກ
ໄມ້ຕົ້ນນຶ່ງ ຫັກລົງທັບຊາຍຜູ້ນຶ່ງ ຢູ່ໃນເມືອງຫລວງທາລລາຮາຊຊີ
(Tallahassee) ຂອງ ລັດຟລໍຣິດາ.
ຄົນອາໄສຢູ່ໃນເຮືອນຫລັງນຶ່ງ ທີ່ຖືກກົກໄມ້ລົ້ມທັບ ພາກັນຫອບເອົາເຄື່ອງໜີໄປ ເມື່ອເຮີຣິເຄນ ໄມເກີລ ເຂົ້າປະທະເມືອງ ປານາມາ ໃນວັນທີ 10 ຕຸລາ, 2018
ເຮີຣິເຄນໄມເກິີລ ໄດ້ພັດຂຶ້ນຝັ່ງ ໃນວັນພຸດວານນີ້ ຢູ່ເຂດພາກຕາເວັນຕົກສຽງ
ເໜືອສຸດຂອງລັດຟລໍຣິດາ ດ້ວຍລົມແຮງທີ່ຄົງຕົວຢູ່ໃນລະດັບ 249 ກິໂລແມັດຕໍ່
ຊົ່ວໂມງ ຊຶ່ງເຮັດໃຫ້ເຮີຣິເຄນຫົວນີ້ມີຄວາມແຮງເກືອບຮອດລະດັບ 5 ຊຶ່ງເປັນ
ລະດັບສູງສຸດ ສຳລັບໃຊ້ວັດແທກຄວາມແຮງ ແລະລະດັບຄວາມສາມາດຂອງ
ເຮີຣິເຄນ ທີ່ພາໃຫ້ເກີດຄວາມເສຍຫາຍໄດ້.
“ພວກເຮົາກຳລັງປະເຊີນກັບນະຮົກຢູ່,” ນັ້ນຄືຄຳເວົ້າຂອງຜູ້ອາໄສຢູ່ໃນເມືອງປາ
ນາມາ ທີ່ຕັ້ງຢູ່ແຄມທະເລ ທີ່ໄດ້ຕັດສິນໃຈບໍ່ຍອມຍົກຍ້າຍໜີ ໃຊ້ເພື່ອພັນລະນາ
ເຖິງເຮີຣິເຄນໄມເກີລ ໃນະຂະນທີ່ມັນພັດຂຶ້ນຝັ່ງ.
ຊາວເມືອງປານາມາ ພາກັນໄປອາໄສຢູ່ສູນລົບໄພ ທີ່ໂຮງຮຽນມັດທະຍົມປາຍ Rutherford ກ່ອນເຮີຣິເຄນ ໄມເກີລຈະໄປເຖິງ ໃນວັນທີ 10 ຕຸລາ 2018
ພາຍຸດັ່ງກ່າວໄດ້ພັດເອົາຕົ້ນໄມ້ ແລະສາຍໄຟຂາດ ຢູ່ທົ່ວຫົວເມືອງຕ່າງໆ ໃນເຂດແຄມອ່າວເມັກຊິໂກໃນລັດຟລໍຣິດາ ໃນຂະນະທີ່ມັນໄດ້ພັດໃຫ້ຫຼັງຄາເຮືອນເປີດ ແລະເຮັດໃຫ້ມີນ້ຳສູງຫຼາຍແມັດໄຫລຂຶ້ນຖ້ວມເຂດດັ່ງກ່າວ ຍ້ອນຄວາມແຮງຂອງລົມພາຍຸ.
Your browser doesn’t support HTML5
Explainer: What is a Hurricane?