ນາງ ສຕອມມີ ເດນຽລສ໌ ຍຶດໝັ້ນໃນຄຳກ່າວອ້າງຂອງນາງ ເລື້ອງການມີເພດສຳພັນກັບທ່ານ ທຣຳ ໃນປີ 2006

ນາງ ສຕອມມີ ເດນຽລສ໌ (Stormy Daniels) ຂຶ້ນໃຫ້ການເປັນພະຍານ ໃນຂະນະທີ່ພາບໂປຣໂມດ ສຳລັບລາຍການນຶ່ງຂອງນາງ ທີ່ມີຮູບຂອງອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ປາກົດຢູ່ເທິງໜ້າຈໍ ໃນສານອາຍາ ແມນຮັດຕັນ, ນະຄອນ ນິວຢອກ, ວັນທີ 9 ພຶດສະພາ 2024.

ທະ​ນາຍ​ຄວາມຕໍ່ສູ້ຄະດີໃຫ້ອະດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ດູຫມິ່ນ​ນັກ​ສະ​ແດງ​ໜັງຜູ້ໃຫຍ່ ນາງ ສຕອມມີ ເດນຽລສ໌ (Stormy Daniels) ວ່າ​ເປັນ​ຄົນ​ຂີ້​ຕົວະ​ເພື່ອ​ເງິນ​ ໃນ​ການໄຕ່ສວນຄະດີອາຍາ ຂອງນາງ ຢູ່​ໃນ​ການດຳ​ເນີນ​ຄະດີທາງອາຍາ​ຂອງ​ທ່ານ ໃນ​ວັນ​ພະ​ຫັດ​ວານນີ້. ​ແຕ່​ນາງ​ຍຶດໝັ້ນ​ກັບ​ຄຳກ່າວ​ອ້າງ​ຂອງນາງທີ່ວ່າ​ ທ່ານໄດ້​ເຊີນ​ນາງ​ໄປ​ກິນ​ອາ ຫານຄໍ່າ ​ໃນ​ຫ້ອງ​ພັກ​ຢູ່ໂຮງ​ແຮມ​ຂອງ​ທ່ານ​ໃນ​ປີ 2006, ໂດຍບໍ່​ເຄີຍ​ເອົາ​ອາຫານ​ເຂົ້າ​ໄປ ແລະຕໍ່ມາໄດ້ຖອດເຄື່ອງອອກ​ເພື່ອ​ມີ​ເພດ​ສຳພັນ​ກັບ​ນາງ.

ທະນາຍຄວາມຕໍ່ສູ້ຄະດີ ທ່ານນາງ ຊູຊານ ແນັກເລັສ (Susan Necheles) ບອກກັບ ນາງ ເດນຽລສ໌ (Daniels) ວ່າການປະເຊີນໜ້າກັນໃນການແຂ່ງ ຂັນກິ​ລາ ກ໊ອຟ ທີ່ມີຊື່ສຽງຢູ່ທີ່ Lake Tahoe ໃນລັດ ເນວາດາ ບໍ່ເຄີຍເກີດ ຂຶ້ນມາກ່ອນ, "ເຈົ້າມີປະສົບການຢ່າງຫຼວງຫຼາຍໃນການສ້າງເລື່ອງຂີ້ຕົວະ ກ່ຽວກັບ ການຮ່ວມເພດໃຫ້ກາຍເປັນເລື້ອງແທ້" ໃນຫຼາຍກວ່າ 200 ຮູບເງົາ ລາ​ມົກທີ່ນາງໄດ້ສະແດງ ຫຼືຜະລິດ.

ແຕ່ ນາງ ເດນຽລສ໌ (Daniels) ຕອບວ່າ, "ນັ້ນ ບໍ່ແມ່ນຮູບແບບທີ່ຂ້ອຍ ຈະອະທິບາຍມັນ. ການຮ່ວມເພດໃນຮູບເງົາກໍຄືສະເໜືອນຈິງຫຼາຍ, ຄືກັນ ກັບສິ່ງທີ່ເກີດຂຶ້ນກັບຂ້ອຍຢູ່ໃນຫ້ອງນັ້ນ.”

ນາງ ແນັກເລັສ (Necheles) ໄດ້ຖາມວ່າ "ເຈົ້າເປັນຄົນສ້າງເລື້ອງທັງຫມົດນີ້, ແມ່ນບໍ່?" ນາງ ເດນຽລສ໌ (Daniels) ຕອບຢ່າງໜັກແໜ້ນວ່າ "ບໍ່."

"ເຈົ້າກຳລັງພະຍາຍາມເຮັດໃຫ້ຂ້ອຍເວົ້າວ່າມັນມີການປ່ຽນແປງ, ແຕ່ມັນກໍບໍ່ປ່ຽນ ແປງ," ນາງ ເດນຽລສ໌ (Daniels) ຜູ້ທີ່ມີອາຍຸ 45 ປີ ເວົ້າກ່ຽວກັບເລື່ອງຂອງ ນາງ.

ນາງຍັງໄດ້ດູຖູກທ່ານ ທຣຳ ຜູ້ທີ່ມີອາຍຸ 77 ປີ ທີ່ນັ່ງຢູ່ໃກ້ໆກັບໂຕະຂອງຝ່າຍ ຕໍ່ສູ້ຄະດີ.

ຖ້າການປະເຊີນໜ້າທີ່ບໍ່ຕ້ອງການຂອງນາງ ກັບ ທຣໍາ ບໍ່ເປັນຄວາມຈິງ, ນາງ ເດນຽລສ໌ (Daniels) ໄດ້ໃຫ້ການວ່າ, "ຂ້ອຍຄົງຈະຂຽນມັນໃຫ້ດີຂຶ້ນກວ່ານີ້ ຫຼາຍ," ເຊິ່ງເຮັດໃຫ້ມີສຽງຫົວຢູ່ໃນຫ້ອງໄຕສວນຄະດີຂອງສານ.

ອ່ານຂ່າວນີ້ເປັນພາສາອັງກິດ