ພະສັນຕະປາປາ Francis ຊົງ ທໍາພິທີສວດມົນ ທີ່ວັງວາຕິກັງ ເປັນຄັ້ງທໍາອິດ (ວີດິໂອ)
ພະສັນຕະປາປາ Francis ທີ່ຫາກໍ່ຖືກເລືອກຕັ້ງໃໝ່ ຊົງທໍາພິທີສວດມົນຄັ້ງທໍາອິດ ຜ່ານທາງປ່ອງຢ້ຽມຂອງບ່ອນພໍານັກ ຫລື ອາພາດເມັນຂອງພະສັນຕະປາປາ ທີ່ປິ່ນໜ້າໄປຫາຈະຕຸລັດ St. Peter's ໃນວັງວາຕິກັງ ໃນວັນອາທິດ ທີ 17 ມີນາ 2013. (AP Photo/Michael Sohn)
ພວກສະແຫວງບຸນຫລາຍໆແສນຄົນ ໄດ້ພາກັນອັ່ງອໍ ທີ່ຈະຕຸລັດ
St. Peter ໃນວັນອາທິດມື້ນີ້ ໃນຂະນະທີ່ພະສັນຕະປາປາ
Francis ທີ່ຫາກໍ່ຖືກເລືອກຕັ້ງໃໝ່ ຊົງທໍາພິມີສວດມົນອັນທໍາ
ອິດຜ່ານທາງປ່ອງຢ້ຽມຂອງບ່ອນພໍານັກ ຫລື ອາພາດເມັນຂອງ
ພະສັນຕະປາປາ.