ພະສັນຕະປາປາ Francis ຊົງ​ຢ້ຽມຢາມ​ ອາ​​ລ​ເບ​ເນຍ ເປັນເວລາໜຶ່ງມື້ (ວີດີໂອ)

Pope Francis waves to faithful as he is driven through the crowd in Mother Teresa Square in Tirana, Sept. 21, 2014.

ພະສັນຕະປາປາ Francis ຊົງ​ກຳລັງຢ້ຽມຢາມ ​ປະ​ເທດ
​ອາລ​ເບ​ເນຍ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ ທີ່​ພະ​ອົງ​ສະເດັດ​ປະພາດ
​ປະ​ເທດ​ນຶ່ງ​ໃນ​ຢູ​ໂຣບທີ່​ຢູ່ນອກ​ປະ​ເທດອີ​ຕາ​ລີ​.

ຜູ້ນຳສາສະໜາ​ໂຣມັນ ຄາ​ທໍລິກ ທີ່​ມີ​ສາວົກຈຳນວນ ໜຶ່ງ​ຕື້​ຄົນ
ໃນໂລກ ຈະ​ຊົງ​ປະກອບ​ພິທີ​ທາງ​ສາສະໜາກາງ​ແຈ້ງ ຢູ່​ທີ່ຈະຕຸ​ລັດ
Mother Teresa ​ໃນ​ນະຄອນຫລວງ Tirana ໃນລະຫວ່າງການ
​ຢ້ຽມຢາມ​ເປັນ​ເວລາໜຶ່ງ​ມື້ໃນ​ວັນ​ອາທິດ​ມື້​ນີ້. ພະອົງຍັງ​ຈະຊົງ​
ພົບ​ປະກັບ​ປະທານາທິ ບໍດີ​ອາ​ລ​ເບ​ເນຍ ທ່ານ Bujar Nishani
​ແລະ ມີ​ກຳນົດ ​ທີ່​ຈະໄປ​ຢ້ຽມຢາມ​ພວກ​ເດັກ​ກຳພ້ານຳ.

​ພະສັນຕະປາປາ Francis ໄດ້​ກ່າວ​ ໃນ​ລະຫວ່າງ​ການ​ເດີນ​ທາງ​ ໄປ​ຍັງ​ປະ​ເທດອາລ​ເບ​ເນຍ ​ວ່າ ​ປະ​ເທດ​ນ້ອຍໆ​ແຫ່ງ​ນັ້ນ ​ໄດ້ “​ບັນລຸຄວາມ​ສຳ​ເລັດ ​ໃນການປະສົບ​ກັບ ສັນຕິ​ພາບ ລະຫວ່າງ​ຫລາຍໆສາສະໜາທີ່​ແຕກ​ຕ່າງກັນ.”

ອາລ​ເບເນຍ ເຄີຍເປັນລັດ​ຄອມ​ມິວນິສ ​ແລະ ດຽວ​ນີ້ ​ໄດ້​ເປັນ​ແບບຢ່າງ​ຂອງການ​ຢູ່​ຮ່ວມ​ກັນ ລະຫວ່າງ ຄຣິສ​ຕຽນກັບ​ມຸສລິ​ມ.

ຮູບ​ພາບ​ອັນ​ໃຫຍ່​ໂຕ ​ຂອງ​ບັນດາ​ນັກບວດ​ຄາ​ທໍ​ລິກ ​ແລະ ​ແມ່​ຊີ ຜູ້​ທີ່​ໄດ້​ຖືກ​ປະ​ຫັດ​ປະຫານ ພາຍ​ໃຕ້​ລັດທິ​ຄອມ​ມິວນິສ ​ໄດ້​ຖືກ​ແຂວນ​ໄວ້​ຢູ່​ຕາມ​ທ້ອງ​ຖະໜົນ​ໃຫຍ່ ​ທີ່ເນັ່ງ​ໄປ​ຫາຈັດ​ຕຸ​ລັດ Mother Teresa.

ການ​ກັບ​ຄືນ​ມາ​ຂອງ​ສາສະໜາ​ຄາ​ທໍ​ລິກ ຢູ່​ໃນ​ອາລ​ເບ​ເນຍນັ້ນ ສ່ວນ​ນຶ່ງ​ແມ່ນ​ເປັນ​ ຍ້ອນ​ຄວາມເຫລື້​ມໄສ​ໃນ​ໂຕ​ແມ່​ຊີ Mother Teresa ຜູ້​ທີ່​ເກີດ​ຢູ່ມາ​ເຊ​ໂດ​ເນຍ​ໃນປັດຈຸບັນ​ນີ້ ​ແຕ່​ມີ​ເຊື້ອສາຍ​ອາລ​ເບ​ເນຍ.

Your browser doesn’t support HTML5

POPE ALBANIA VO