ພະສັນຕະປາປາ ແຟຣນຊິສ ພົບປະກັບ ທ່ານນາງ ອອງ ຊານ ຊານ ຊູ ຈີ

ພະສັນຕະປາປາ ແຟຣນຊິສ ພົບປະກັບ ທີ່ປຶກສາລັດຖະບານ ແລະລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ທ່ານນາງ ອອງ ຊານ ຊູ ຈີ.

ພະ​ສັນ​ຕະປາ​ປາ ​ແຟຣນຊິ​ສ ກຳ​ລັງ​ພົບ​ປະໃນມື້ນີ້ ​ກັບຜູ້ນຳ​ພົນລະ​ເຮືອນ​ມຽນ ມາທ່ານ
​ນາງ ອອງຊານ ຊູ ຈີ ນຶ່ງ​ມື້​ຫລັງ​ຈາກ​ພວກຜູ້ບັນຊາການ​ທະຫານຂອງ​ປະ​ເທດ​ກ່າວ​ວ່າ
ທ່ານ​ໄດ້​ກ່າວຕໍ່ພະ​ສັນ​ຕະປະ​ປາວ່າ “ບໍ່​ມີ​ການ​ຈຳແນກກີດກັນ​ທາງ​ສາສໜາ​ຢູ່” ​ໃນ​
ມຽນມາ.

ສະຫະ​ປະຊາ​ຊາດ ​ແລະ​ສະຫະລັດ ​ໄດ້​ກ່າວ​ຫາກອງ​ທັບມຽນມາວ່າ “ກວດລ້າງ​ຊົນ​ຊາດ
ຊົນເຜົ່າ” ​ໃນ​ຄວາ​ມຮຸນ​ແຮງ​ຕໍ່ຕ້ານຊາວ​ມຸສລິ​ມ​ໂຣຮິງ​ຢາ​ແລະ​ທ່ານ​ນາງ ອອງ ຊານ ຊູ ຈີ
ຜູ້​ໄດ້​ຮັບ​ລາງວັນໂນແບລຂະແໜງ​ສັນຕິພາບ ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕິ​ຕຽນ​ກ່ຽວກັບການ
ຮັບມື​ກັບ​ວິ​ກິດ​ການ.

ທ່ານ​ນາງໄດ້​ກ່າວ​ໃນ​ອາທິດ​ແລ້ວນີ້ ​ເວລາ​ມີການຖ​າມ​ກ່ຽວ​ກັບ​ການ​ລະເມີດສິດທິ​ມະນຸດ
ວ່າ “ພວກ​ເຮົາ​ບໍ່​ສາມາດ​ເວົ້າ​ວ່າ​ ມັນ​ໄດ້​ເກີດ​ຂຶ້ນ ຫລື​ບໍ່. ​ໃນຖານະທີ່ລັດ ຖະບານເປັນຜູ້
ຮັບຜິດຊອບ​ ພວກ​ເຮົາຕ້ອງ​ໃຫ້​ເປັນ​ທີ່​ແນ່ໃຈ​ວ່າ​ມັນ​ຈະ​ບໍ່​ເກີດ​ຂື້ນ.”

ພະ​ສັນ​ຕະປາ​ປາ​ແຟຣນຊິ​ສ ​ໄດ້​ພົບ​ປະ​ກັບ​ຜູ້ນຳທະຫານ ນາຍ​ພົນ​ອະວຸ​ໂສ ມິນ ອັອງ
ຮ​ແລງ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ພະ​ອົງ​ຊົງ​ເລີ້ມ​ການສະເດັດປະພາດ ມຽນມາ ທີ່ຕັ້ງ
ຢູ່ໃນເອ​ເຊຍ​ອາຄະ​ເນ ​ເພື່ອ​ສົນທະນາ​ຫາລືກ່ຽວກັບຄວາ​ມຮຸນ​ແຮງ​ຢູ່​ໃ​ນລັດຣາໄຄນ໌​ ທີ່​
ໄດ້​ເຮັດ​ໃຫ້ຊາວ​ໂຣຮິງ​ຢາ 620,000 ຄົນ​ພາກັນ​ຫລົບໜີ​ໄປສູ່​ບັງ​ກລາ​ແດັສທີ່ເປັນ
ເພື່ອນບ້ານ.

ນາຍພົນ ມິນ ອອງ ຮະ​ແລງ ກ່າວ​ຢູ່​ໃນ ເຟສບຸກ ທີ່​ພິມເຜີຍແຜ່​ໂດຍ​ຫ້ອງການ​ຂອງ​ທ່ານ
ວ່າ “ມຽນມາບໍ່​ມີ​ການ​ຈຳແນກກີດກັນ​ ທາງ​ສາສໜາ​ຫຍັງ​ໝົ​ດ. ​ເຊັ່ນ​ດຽວ​ກັນກັບກ​ອງທັບ​ຂອງພວກ​ເຮົາ​ຄື​ກັນ ປະຕິບັດໜ້າທີ່​ເພື່ອໃຫ້ມີ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຂອງ​
ປະ​ເທດ.”

ຫລັງ​ຈາກການພົບປະເປັນເວລາ 15 ນາທີ​ໂຄສົກ​ວັງ​ວາ​ຕິ​ກັນ​ ທ່ານເກຣັກ ​ເບິ​ກ ​ໄດ້​ກ່າວ
​ວ່າ ທັງ​ສອງທ່ານ “​ໄດ້​ສົນ​ທະ​ນາ​ເຖິງ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຂອງ​ພວກ​ເຈົ້າ​ໜ້າ​ທີ່
​ຂອງປະ​ເທດ​ໃນ​ໄລຍະ​ຂ້າມ​ຜ່ານ​ຂອງ​ປະ​ເທດໃນ​ເວລາ​ນີ້” ກ່ອນ​ມີ​ການແລກປ່ຽນ​ຂອງ
ຂວັນ​ກັນ.

ເຈົ້າໜ້າທີ່iຮັກສາຄວາມປອດໄພຄົນນຶ່ງ ປິດປະຕູເຂົ້າເຮືອນ ບິສຊອບ ທີ່ມຽນມາ ຫລັງຈາກ ຂະບວນລົດນຳພາຜູ້ນຳທະຫານມາເຖິງ.

ຊາວ​ມຽນມາ​ຫລາຍ​ພັນ​ຄົນ ຂອງຊາວຄາໂທລິກ​ຈຳນວນເກືອບ 700,000 ຄົນ ​ໄດ້​ພາ
ກັນ​ເດີີ​ນທາງໄປຕ້ອນຮັບ​ພະ​ສັນ​ຕະປະ​ປາ ​ໃນ​ຂະນະ​ທີ່​ເຮືອບິນຂອງພະ​ອົງລົງຈອດທີ່​
ສະໜາມ​ບິນນະຄອນ​ຢາງ​ກຸ້​ງແລະ​ຫລາຍ​ກວ່າ 150,000 ​ຄົນໄດ້​ລົງ​ທະບຽນ ເພື່ອເຂົ້າ
ຮ່ວມພິທີ​ສູດ​ມົນຂະໜາດໃຫຍ່ ​ທີ່​ພະ​ອົງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ອີງ​ຕາມ​ໂຄສົກ​
ສາສະໜາ​ຄາ​ໂທ​ລິກາຂອງມຽນມາ ທ່ານມາຣິ​ອາໂນ ​ໂຊ ​ແນ້ງ.

ຮູບພາບພະສັນຕະປາປາ ແຟຣນຊິສ ເດີນທາງມາເຖິນນະຄອນຢາງກຸ້ງ ປະເທດມຽນມາ ວັນທີ 27 ພະຈິກ, 2017.

​ສາສະໜາ​ຄາ​ໂທ​ລິກໃນມຽນມາ ​ໄດ້​ຮຽກຮ້ອງ​ຢ່າງ​ເປີ​ດ​ເຜີຍ ຂໍໃຫ້​ພະ​ສັນ​ຕະປະ​ປາ
ແຟຣນຊິ​ສ ​ຫລີກ​ລ່ຽງການໃຊ້ຄຳ​ເວົ້າ “​ໂຣຮິງ​ຢາ” ​ເພາະວ່າ​ກຸ່ມຊົນກຸ່ມນ້ອຍ ດັ່ງກ່າວ​ບໍ່
​ໄດ້​ຖືກ​ຮັບ​ຮູ້ຢູ່​ໃນ​ປະ​ເທດ.

ແຜນທ່ີ່ ເດີນທາງຢ້ຽມຢາມເອເຊຍ ຂອງພະສັນຄະປາປາ ແຟຣນຊິສ.

ຜູ້ນໍາ​ສາສະໜາ​ໂຣມັນ​ຄາ​ໂທ​ລິກ ​ໄດ້​ຮ້ອງຊາວ​ມຸສລິ​ມ​ໂຣຮິງ​ຢາ ຢູ່​ໃນ​ປະ​ເທດທີ່​ຖື​ສາສ
ໜາ​ພຸດ​ເປັ​ນສ່ວນ​ໃຫຍ່ວ່າ “ພວກ​ອ້າ​ຍ ​ແລະ​ເອື້ອຍ” ຂອງ​ທ່ານ ໂດຍໄດ້ ກ່າວ​ຕໍ່​ຕ້ານ
ການໃຊ້​ຄວາ​ມຮຸນ​ແຮງ ​ຢູ່​ໃນ​ລັດຣາໄຄນ໌​ທີ່​ມີ​ບັນຫາ​ນັ້ນ.

ທ່ານ​ເບີກ​ບໍ່​ໄດ້ແຈ້ງໃຫ້ຊາບວ່າ ພະ​ສັນ​ຕະປະ​ປາ​ແຟຣຊິ​ສ ​ໄດ້​ໃຊ້​ຄໍາ​ເວົ້າ​ດັ່ງ​ກ່າວ​ຢູ່​ໃນ
​ການ​ພົບ​ປະ​ກັບ​ນາ​ຍພົນມຽນມາຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Opoe Myanmar