​​​​​ພະ​ສັນຕະປາໆ ຟຣານຊິ​ສ ສົ່ງສານເຖິງຊາວໂລກ ເລື່ອງສັນຕິພາບ ໃນນະຄອນ ເຈຣູຊາແລັມ

​​​​​ພະ​ສັນຕະປາໆ ຟຣານຊິ​ສ ຢືນຄຽງຂ້າງພະສັງຄະລາດ ກຸຍໂດ ມາຣີນີ (Guido Marini) ໃນພິທີທາງສາສະໜາ, ກຳລັງໂບກມື ຕໍ່​ພວກ​ທີ່​ນັບ​ຖື​ສາສະໜາທີ່​ມາສັກກາລະ​ບູຊາ ໃນ​ເມືອງ Urbi et Orbi ໃນວັນຄຣິສມັສ ຈາກລະບຽງ ໃນໂບດວິຫານ ເຊັງຕ໌ ພີເຕີ ບາຊີລິກາ St. Peter's Basilica ໃນວັງວາຕີກັງ (Vatican), 25 ທັນວາ 2017.

​ພະ​ສັນຕະປາໆ ຟຣານຊິ​ສ (Francis) ​ໄດ້​ໃຊ້ຂໍ້ຄວາມ​ແບບ​ດັ້ງ​ເດີມ​ຂອງ​ພິທີ​ທາງ​ສາ
ສະໜາ​ສະຫຼອງ​ວັນ​ຄຣິສມັສຂອງພະອົງ ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ເລື່ອ​ງສອງ​ລັດ ​
ໃນ​ວິ​ກິດ​ການ​ຂອງ​ທັງ​ອິສຣາ​ແອ​ລ ​ແລະ​ປາ​ແລັສ​ໄຕ​ນ໌ ​ເພື່ອ​ຊ່ອຍ​ໃນ​ການ​ນຳ​ມາ ​
ຊຶ່ງ​ສັນຕິພາບ​ໃນ​ພາກ​ຕາເວັນ​ອອກ​ກາງ.

ພະ​ສັນຕະປາໆ ຟຣານຊິ​ສ ​ໄດ້​ກ່າວ​ວ່າ ຕໍ່​ເມືອງ​ Urbi et Urbi” ແລະ​ຕໍ່​ໂລກ ທີ່​ພະອົງ​ໄດ້​
ກ່າວ​ຈາກ​ລະບຽງທາງ​ກາງ​ຈາກ​ໂບດວິຫານ ​ເຊັງ ພີ​ເຕີ ບາ​ຊີ​ລິ​ກາ (St. Peter Basilica)
ວ່າ ພວກ​ເດັກນ້ອຍ​ພາກ​ຕາ​ເວັນ​ອອກ​ກາງ ກຳ​ລັງ​ຈະ​ສືບ​ຕໍ່ໄດ້ຮັບຄວາມ​ທໍລະມານ ຍ້ອນ​
ການ​ເພີ່ມ “ຄວາມ​ເຄັງ​ຕຶງ​ລະຫວ່າງ ອິສຣາ​ແອ​ລ ​ກັບ​ປາ​ແລັສ​ໄຕ​ນ໌.”

ພະອົງໄດ້​ສະ​ແດງ​ອອກ​ ຊຶ່ງ​ຄວາມມີ​ຄວາມ​ຫວັງ ຕໍ່​ພວກ​ທີ່​ນັບ​ຖື​ສາສະໜາທີ່​ມາສັກກາລະ​
ບູຊາ ຫຼາຍ​ສິບ​ພັນ​ຄົນ ​ໃນ​ນະ​ຄອນ​ວາ​ດີ​ກັນ ທີ່​ວ່າ “ການ​ກັບ​ຄືນ​ມາ​ເຈລະຈາ​ກັນໃໝ່​ນີ້
ອາດ​ຈະ​ແກ້ໄຂບັນຫາໄດ້ ລະຫວ່າງ​ຫຼາຍໆ​ພັກ ​ແລະ​ທາງ​ອອກ​ໃນ​ການ​ເຈລະຈາ
ສາມາດ​ຈັດ​ໃຫ້​ມີ​ຂຶ້ນ​ໄດ້, ຊຶ່ງ​ນຶ່ງ​ໃນ​ນັ້ນ ກໍ​ຄື​ການ​ອະນຸຍາດ​ໃຫ້​ມີ​ສັນຕິພາບ​ເກີດ​ຂຶ້ນ​
ໃນ​ສອງ​ລັດ.”

ປາ​ແລັສ​ໄຕ​ນ໌ ພາກັນແຕ່ງຕົວຊານຕາ ຄຣອດ (Santa Claus) ຫຼື ປາໆໂນແອລ ທີ່ປະເຊີນໜ້າກັບຕຳຫຼວດຊາຍແດນ ໃນຂະນະທີ່ມີການປະທ້ວງ ໃນເມືອງແວສ ເເບັຄ (West Bank) ຂອງເມືອງ ເບັຕເຕີແຮມ (Bethlehem), 23 ທັນວາ 2017.

​ນີ້​ແມ່ນ​ເປັນ​ຄັ້ງ​ທີ 2 ທີ່ພະ​ສັນຕະປາໆ ​ໄດ້​ຖະ​ແຫຼ​ງ ກ່ຽວ​ກັບວິ​ກິດ​ການ​ລະຫວ່າງອິສຣາ​
ແອ​ລ ​ກັບ​ປາ​ແລັສ​ໄຕ​ນ໌ ນັບ​ຕັ້ງ​ແຕ່ ການ​ຕັດສິນ​ໃຈ​ຂອງປະທານາທິບໍດີ​ສະຫະລັດ
ທ່ານ​ດໍໂນລ ທຣຳ ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ໃຫ້​ຮັບ​ຮູ້​ວ່າ ເຈຣູສລິມ (Jerusaliem) ເປັນ​ເມືອງ
​ຫຼວງ​ຂອງ​ອິສຣາ​ແອ​ລ. ພະ​ສັນຕະປາໆ ຟຣານຊິ​ສ ຮຽກຮ້ອງ​ກ່ອນ​ໜ້າ​ນີ້ ​ເພື່ອ​ໃຫ້​ມີ​ການ
​ນັບຖື “ສະຖານະ” ​ເຈຣູສລິມ ​ເພື່ອ​ຫຼີກເວັ້ນຄວາມ​ເຄັ່ງ​ຕຶງ​ອັນ​ໃໝ່​ ​ໃນພາກ​ຕາ​ເວັນ​ອອກ​ກາງ.

ໃນ​ວັນ​ຈັນວານ​ນີ້ ພະ​ສັນຕະປາໆ ​ໄດ້​ວິ້ງ​ວອນ ບໍ່ໃຫ້ມີ ການ​ປະ​ເຊີນ​ໜ້າ​ກັນ​ໃນ​ແຫຼມ​
ເກົາ​ຫຼີ​ ໂດຍ​ກ່າວ​ວ່າ ທ່ານ​ຫວັງ​ວ່າ “ຄວາມ​ເຊື່ອ​ໝັ້ນ​ອາດ​ຈະ​ມີ​ເພີ່ມ​ຂຶ້ນເພື່ອຜົນ​ປະ​ໂຫຍ​ດ
ຂອງ​ໂລກ ​ທີ່​ເປັນ​ປຶກແຜ່ນ​ກັນ​ນັ້ນ.

ພະສັນຕະປາໆ ຟຣານຊິສ ນຳພາ ພິທີທາງສາສະໜາສະຫຼອງວັນຄຣິສມັສ ໃນຄືນກ່ອນວັນຄຣິສມັສ ທີ່ເຊັງ ພີເຕີ ບາຊີລິກາ (St. Peter Basilica) ໃນນະຄອນວາດີກັນ, 24 ທັນວາ 2017.

ຍິ່ງ​ໄປ​ກວ່າ​ນັ້ນ ພະ​ສັນຕະປາໆ​ ໄດ້​ນຳ​ໃຊ້​ຂໍ້ຄວາມ​ຂອງ​ເພິ່ນ​ມາ​ເວົ້າ ​ກ່ຽວ​ກັບ​ຄວາມທຸກ
ທໍລະມານ​ໃນ​ທົ່ວ​ໂລກ ທີ່​ຮວມມີ ວິ​ກິດ​ການ​ໃນ​ຊູ​ດານ​ໃຕ້ ອີຣັກ ​ເຢ​ເມນ ຢູ​ເຄຣນ ​
ແລະ​ເວ​ນີຊູ​ເອລາ. ທ່ານ​ໄດ້​ກ່າວ​ໃນ​ການ​ຢ້ຽມຢາມມຽນມາ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ແລະ
​ບັງກລາ​ເດັຊແລະ​ຮຽກຮ້ອງ ​ໃຫ້​ມີ​ການປົກ​ປ້ອງ​ທີ່​ເໝາະ​ສົມ​ພຽງພໍ ຂອງ​ຄວາມ​ມີ​ກຽດ
​ສັກ​ສີ​ຂອງ​ບັນດາຊົນ​ກຸ່ມ​ນ້ອຍ ​ໃນ​ຂົງ​ເຂດ.

ພະ​ສັນຕະປາໆ​ ຮຽກຮ້ອງ​ໃຫ້​ພວກ​ຜູ້​ຄົນ​ໃຫ້​ມອງ​ເຫັນ​ພະຜູ້​ເປັນ​ເຈົ້າ ພະ​ເຍຊູ ​ໃນໝູ່​ພວກ​ເດັກນ້ອຍ ທີ່​ໄດ້​ຮັບ​ຄວາມ​ທໍລະມານ ​ໃນວິ​ກິດ​ການ ຢູ່​ໃນ​ທົ່ວ​ໂລກ.

“ສາຍລົມ​ຂອງ​ສົງຄາມ ​ແມ່ນ​ພັດ​ໄປ​ໃນ​ທົ່ວ​ໂລກ​ຂອງ​ພວກ​ເຮົາ ​ແລະແບບ​ຢ່າງ​ຂອງ
​ການ​ພັດທະນາ ທີ່​ໝົດ​ອາ​ຍຸ​ນັ້ນ​ແມ່ນຍັງ​ຈະ​ສືບ​ຕໍ່ ໃນ​ການ​ສ້າງ​ມວນ​ມະນຸດ​ເຮົາ
ສັງຄົມ ​ແລະ​ສິ່ງແວດ​ລ້ອມ​ນັ້ນ ແມ່ນ​ໄດ້​ຫຼຸດ​ລົງ,”
ຊຶ່ງ​ພະອົງໄດ້​ກ່າວ​ໄປ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພາບປະມວນ: ການສະຫຼອງ​ວັນ​ຄຣິສມັສໃນທົ່ວໂລກ

Christmas Celebrations Around the World