ພະສັນຕະປາປາ ສະເດັດ ຢ້ຽມຢາມ ສູນ Auschwitz ຢ່າງງຽບໆ

ພະສັນຕະປາປາ Francis ຢ່າງຜ່ານປະຕູໂຂງ ອະດີດສູນ ມໍລະນະ Auschwitz ຂອງພວກນາຊີເຢຍຣະມັນ ທີ່ເມືອງ Oswiecim ປະເທດໂປແລນ, ວັນສຸກ ທີ 29 ເດືອນກໍລະກົດ, 2016.

ພ​ະສັນຕະປາ​ປາ Francis ຍ່າງ​ຢ່າງ​ງຽບໆ​ ໃນ​ວັນ​ສຸ​ກມື້​ນີ້ ຢູ່​ກ້ອງ​ປ້າຍ​ທີ່ມີ​ຊື່​ສຽງ​ບໍ່ຄ່ອຍ​ດີ ຢູ່​ສູນ​ມໍລະນະ Auschwitz-Birkenau.

ດ້ວຍ​ການ​ກົ້ມ​ຫົວ​ລົງ ​ແລະ​ຢູ່​ໃນ​ຊຸດ​ສີ​ຂາວ ພະ​ອົງ​ໄດ້​ຍ່າງ​ຢູ່ກ້ອງ​ປ້າຍທີ່​ຂຽນ​ວ່າ “Arbeit Macht Frei” ຫລື ​“​ເຮັດ​ວຽກ​ເພື່ອ​ອິດສະຫລະ​ພາບ.” ຫຼາຍ​ກວ່າ​ນຶ່ງ​ລ້ານ​ຄົນ ຊຶ່ງສ່ວນ​ໃຫຍ່ເປັນ​ຊາວ​ຢີວ ​ໄດ້​ຖືກ​ສັງຫານ​ຢູ່​ສູນດັ່ງກ່າວ ໂດຍພວກ Nazis ​ໃນລະ​ຫວ່າງສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຢູ່​ທີ່​ຄ້າຍ​ທະຫານ​ຂອງ​ສູນ​ນັ້ນ ພະ​ອົງ​ໄດ້​ນັ່ງ​ຢູ່​ເທິງ​ແປ້ນ​ມ້າ​ຢ່າງ​ງຽບໆ​ເພື່ອ​ອະ​ທິຖານ. ຕໍ່ ​ມາ​ພ​ະສັນຕະປາ​ປາ Francis ຜູ້ນຳ​ສາສະໜາ​ຄາ​ໂທ​ລິກ​ໂລກ ​ໄດ້​ພົບ​ປະ​ກັບ​ພວກ​ຜູ້ຄົນ ທີ່​ມີ​ພໍ່​ຕູ້​ແມ່ຕູ້​ລອດ​ຊີວິດມາ​ໄດ້ຈາກ​ສູນ.

ຫລັງ​ຈາກ​ນັ້ນ​ພະ​ອົງ​ໄດ້​ວາງ​ທຽນ​ໄຂ​ໃຫຍ່ສີຂາວ​ຢູ່​ຝາ ບ່ອນ​ທີ່​ພວກ​ນັກ​ໂທດ​ໄດ້​ຖືກ​ປະຫານ​ຊີວິດ.

ນີ້​ເປັນ​ມື້​ທີ​ສາມ​ຂອງ​ການ​ສະ​ເດັດ​ປະພາດ Poland ຂອງພະ​ສັນຕະປາ​ປາ​ເປັນ​ເວລາ​ຫ້າ​ວັນ.

ອ່ານຂ່າວນີ້ເປັນພາສາອັງກິດ

Your browser doesn’t support HTML5

Pope Francis Urges Poles to Welcome Refugees