ພະສັນຕະປະປາ Benedict ສະເດັດປະພາດ ເມັກຊິໂກ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ພະສັນຕະປະປາ Benedict ທີ XVI ປະທານພອນ ໃຫ້ເດັກນ້ອຍເມັກຊິໂກຄົນນນຶ່ງ ຂະນະທີ່ພະອົງສະເດັດ ໄປເຖິງເມືອງ Leon (23 ມີນາ 2012)

ພະ​ສັນ​ຕະປະ​ປາ Benedict ຊົງ​ພົບ​ປະ​ ກັບ​ປະທານາທິບໍດີ​ເມັກ​ຊິ​ໂກ ທ່ານ Felipe Cal-
deron ​ໃນ​ວັນ​ເສົາ​ມື້ນີ້ ຂະນະ​ທີ່​ຜູ້ນຳ​ຂອງ​ສາສະໜາ​ໂຣມັນ​ກາໂຕລິກ ​ເລີ່​ມການສະ​ເດັດ​ປະ
ພາດຫ້າ​ປະ​ເທດ​ໃນ​ອາ​ເມຣິກາ​ລາ​ຕິນຊຶ່ງ​ຈະ​ຮວມທັງປະ​ເທດ​ຄິວບາ​ນຳ​ດ້ວຍ.

ໃນ​ວັນ​ອາທິດ ​ມື້ອື່ນ​ນີ້ ພະ​ສັນ​ຕະປະ​ປາ Benedict ຈະ​ຊົງ​ເປັນ​ປະທານ ​ໃນການ​ປະກອບ
ພິທີ​ທາງ​ສາສະໜາ​ກາງ​ແຈ້ງ​ຂະໜາດ​ໃຫຍ່ທີ່​ເມືອງ Leon ໃນເຂດ​ພາກ​ກາງຂອງ​ເມັກ​ຊິ​ໂກ.

ປະຊາຊົນ​ຈຳນວນ​ຫຼາຍໆ​ພັນ​ຄົນ ​ໄດ້​ພາກັນ​ໄປ​ຕ້ອນຮັບ​ພະ​ສັນຕະປະປາ ​ເວລາພະ​ອົງ​ສະ
ເດັດ​ໄປ​ເຖິງ​ສະໜາມ​ບິນ​ນາໆ​ຊາດ Guanajuato ​ໃນ​ມື້ວັນ​ສຸກ​ວານນີ້ຊຶ່ງ​ພວກ​ທີ່​ໄປຕ້ອນ
ຮັບໄດ້​ຢາຍ​ກັນ​ເລາະ​ຕາມ​ເສັ້ນທາງ​ທີ່​ຍາວ 32 ຫຼັກກິ​ໂລ​ແມັດແຕ່​ສະໜາມ​ບິນ​ໄປ​ຫາ​ເມືອງ
Leon ​ໂດຍ​ໂຮ່ຮ້ອງ​ວ່າ ພະ​ສັນຕະປະປາ​ເວລາ​ນີ້ພະ​ອົງ​ເປັນ​ຄົນ​ເມັກ​ຊິ​ໂກ​ແລ້ວ.

ມັນ​ເປັນ​ການ​ຕ້ອນຮັບ​ ທີ່​ອົບ​ອຸ່ນ​
ກວ່າ​ທີ່​ໄດ້​ ມີ​ການ​ທຳນາຍ​ໄວ້​ສຳ
ລັບ​ພະ​ສັນ​ຕະປະປາ Benedict
ທີ່​ຄາດ​ວ່າ ຈະ​ບໍ່​ສ້າງ ​ຄວາມ​ຕື່ນ
ເຕັ້ນ​ໃຫ້​ແກ່​ຜູ້​ຄົນດັ່ງ​ທີ່​ພະ​ສັນຕະ
ປະປາ​ຄົນ​ກ່ອນ ຄື​ມື້ລາງ​ພະ​ສັນ
ຕະປະ​ປາ John Paul ທີ 2
ຊຶ່ງ​ເປັນ​ພະ​ສັນຕະປະ​ປາ​ອົງ​ທຳ​
ອິດ​ທີ່​ໄດ້​ສະ​ເດັດ​ປະ​ພາດ​ເມັກ​ຊິ​
ໂກແລະ​ເປັນ​ທີ່​ເຄົາ​ລົບ​ຮັກ​ ຂອງ
ປະຊາຊົນ​ທີ່​ນັ້ນ​ເ​ປັນ​ຢ່າງ​ຍິ່ງ.

ຂະນະ​ທີ່ຢູ່​ເທິງ​ເຮືອບິນ​ພະ​ທີ່​ນັ່ງ
ພະ​ສັນ​ຕະປະ​ປາ Benedict
ຊົງ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ສາ
ສະໜາ​ກາ​ໂຕ​ລິກຕ້ອງ​ໄດ້​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງເທົ່າ​ທີ່​ຕົນສາມາດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​
ໜຸ່ມ​ນ້ອຍ​ໃນ​ເມັກ​ຊິ​ໂກ​ເຂົ້າ​ໄປ​ຮ່ວມ​ແກ່ງ​ຄ້າ​ຢາເສບ​ຕິດ. ພະອົງ​ຊົງ​ກ່າວ​ວ່າ ຄວາມ​ຕ້ອງການ
ຫຼືຢາກ​ໄດ້​ເງິນ ​ແມ່ນ​ຢູ່​ເບື້ອງຫຼັງຄວາມ​ຮຸນ​ແຮງ​ກ່ຽວກັບ​ຢາເສບ​ຕິດ​ຢູ່​ໃນເມັກ​ຊິ​ໂກ.

http://www.voanews.com/templates/widgetDisplay.html?id=144055486&player=article