ພະສັນຕະປາປາ ແຟຣນສິດສ໌ ໄດ້ຊົງປະພາດເຖິງ ປະເທດມຽນມາແລ້ວ ໃນວັນຈັນ
ມື້ນີ້ ໃນຄວາມພະຍາຍາມຂອງພະອົງ ເພື່ອຈະດຶງດູດຄວາມສົນໃຈ ຂອງໂລກເຂົ້າ
ໄປຫາວິກິດການຂອງ ຊາວອົບພະຍົບ ໂຣຮິງຢາ.
ໃນພາບນີ້ ສະໜອງໃຫ້ໂດຍ ອົງການ ໂລເຊີວາໂຕເຣ ໂຣມາໂນ, ສະແດງໃຫ້ເຫັນ ພະສັນຕະປາປາ ແຟຣນສິດ ຊົງປະພາດເຖິງ ນະຄອນ ຢາງກຸ້ງ ຂອງມຽນມາ, ວັນທີ 27 ພະຈິກ 2017.
ຜູ້ນຳຂອງ ສາສະໜາ ຄຣິສຈຽນ ນິກາຍໂຣມັນ ກາໂທລິກ ຈະຊົງປະພາດປະເທດ
ບັງກລາແດັສ ໃນວັນພະຫັດ ຈະມາເຖິງນີ້.
ຕາຕະລາງຂອງພະສັນຕະປາປາ ຈະບໍ່ປະກອບດ້ວຍການປະພາດ ສູນອົບພະຍົບ
ແຕ່ຄາດໝາຍວ່າ ພະອົງຈະໄດ້ພົບປະກັບຊາວໂຣຮິງຢາ ກຸ່ມນ້ອຍກຸ່ມນຶ່ງ ຢູ່ໃນ
ນະຄອນຫຼວງ ດາກາ ຂອງປະເທດບັງກລາແດັສ.
ລັດຖະມົນຕີ ທີ່ປຶກສາ ແລະ ປອງດອງຊາດ ຂອງປະເທດ ຮັກສາການດ້ານການຕ່າງປະເທດຂອງສາທາລະນະລັດ ສະຫະພາບ ມຽນມາ ທ່ານນາງ ອ່ອງ ຊານ ຊູຸ ຈີ ຢືນຕັ້ງທ່າ ຖ່າຍຮູບ ກັບ ພະສັນຕະປາປາ ແຟຣນສິດສ໌ໃນໂອກາດ ທີ່ພະອົງ ຊົງພົບປະກັບຜູ້ຊົມ, ຢູ່ທີ່ວັງວາຕິກັງ, Mວັນທີ 4 ພຶດສະພາ 2017.