ສັນຕະປາປາ Francis ພົບຜູ້ນຳ ສາ​ສະ​ໜາ​ຕ່າງໆ ໃນມື້ ສຸດທ້າຍ ຂອງ ການຢ້ຽມຢາມ (ສະ​ໄລ​ດ໌/ວີດີໂອ)

ສັນຕະປາປາ ຢ້ຽມຢາມ ເມືອງ Bethlehem ໃນມື້ທີສອງ ຂອງການຢ້ຽມຢາມ ພາກຕາເວັນອອກກາງ.

ໃນ​ວັນ​ຈັນ​ມື້​ນີ້ ສັນຕະປາປາ Francis ​ໄດ້​ຮຽກຮ້ອງພວກ​ທີ່
​ເຊື່ອ​ຖື​ສາສະໜາ​ອິສລາມ ຢີວແລະ​ຄຣິສຕຽນໃຫ້ເຄົາລົບນັບ
ຖື​ຊຶ່ງ​ກັນ​ແລະ​ກັນ ຄື​ກັນ​ກັບ​ເປັນ​ອ້າຍ ​ເອື້ອຍ​ ນ້ອງ​ແລະ​ບໍ່​ໃຫ້​
ໃຊ້​ຊື່​ພະ​ເຈົ້າ​ໃນ​ທາງ​ຜິດ ​ໂດຍກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​.

ພະ​ອົງ​ໄດ້​ຊົງ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ມື້​ທີ​ສາມ ​ແລະ​ມື້​ສຸດ​ທ້າຍ​
ຂອງ​ການຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງ ​ໃນ​ລະຫວ່າງ​ການ
​ຢ້ຽມຢາມ Dome of the Rock ຊຶ່ງ​ຕັ້ງ​ຢູ່​ໃນ​ບ່ອນ​ສັກສິດ​ທີ່​ສຸດ
​ແຫ່ງ​ທີ​ສາມ​ຂອງ​ອິສລາມ ບ່ອນ​ທີ່​ພວກ​ມຸສລິ​ມເຊື່ອ​ວ່າ ສາດສະ
ດາຈານ Mohammed ຂຶ້ນ​ສູ່​ສະຫວັນ​ນັ້ນ. ບໍລິ​ເວນ​ໂບດ ​ແມ່ນ​
ສ້າງ​ຂຶ້ນ​ໃນ​ບ່ອນ​ສັກສິດ​ທີ່​ສຸດ​ຂອງ​ສາສະໜາ​ຢີວ ບ່ອນ​ທີ່ເຊື່ອ​ກັນ​ວ່າເປັນ​ທີ່​ຕັ້ງ​ຂອງ
ໂບດ​ແຫ່ງ​ທຳ​ອິດ​ແລະແຫ່ງທີ​ສອງ​ນັ້ນ.

​ສັນ​​ຕະ​ປາ​ປາ Francis ຢ້ຽມ​ຢາມ ຕາ​ເວັນ​ອອກ​ກາງ


ບ່ອນ​ຢຸດ​ແຫ​ວ່​ແຫ່ງ​ຕໍ່​ໄປ​ຂອງ​ສັນຕະປາປາ Francis ​ແມ່ນ​ກຳ​ແພງກ້ຳ​ຕາ​ເວັນ​ຕົກບ່ອນ
​ທີ່​ພະ​ອົງ​ໄດ້​ຊົງ​ກົ້ມ​ຫົວ​ລົງ​ໄຫວ້​ວອນ​ເປັນ​ເວລາ​ສອງ​ສາມ​ນາທີ. ກຳ​ແພງ​ທີ່​ວ່າ​ເປັນ​ສິ່ງ​
ດຽວ​ທີ​່ຍັງ​ເຫຼືອ​ຂອງ​ໂບດ​ແຫ່ງ​ທີ​ສອງ ​ແລະ​ເປັນ​ບ່ອນ​ສັກສິດ​ທີ່​ສຸດ ບ່ອນ​ທີ່​ພວກ​ຊາວ
ຢີວສາມາດ​ທຳ​ການ​ໄຫວ້​ວອນ​ໄດ້​ນັ້ນ.

Your browser doesn’t support HTML5

CN-Pope Backs Two-State Solution in Palestine-Israel Conflict


ສັນຕະປາປາ ​ໄດ້​ຢຸດ​ແຫ​ວ່​ແຫ່ງ​ນຶ່ງ​ຊຶ່ງ​ບໍ່​ໄດ້​ຢູ່​ໃນ​ລາຍການ​ຢ້ຽມຢາມ ນັ້ນ ​ແມ່ນ​ຢູ່​ອະນຸສາວະລີ​ແຫ່ງ​ນຶ່ງ​ສຳລັບ​ຊາວ​ອິສຣາ​ແອ​ລ ​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ໂຈມ​ຕີ​ຂອງ
​ພວກ​ຫົວ​ຮຸນ​ແຮງ ນຶ່ງ​ມື້​ຫຼັງ​ຈາກ​ພະ​ອົງ​ໄດ້ຊົງໄຫວ້ວອນ​ທີ່​ກຳ​ແພງ​ຮັກສາ​ຄວາມ​
ປອດ​ໄພ​ຂອງ​ອິສຣາ​ແອ​ລ ທີ່​ຊາວ​ປາ​ແລ​ສ​ໄຕ​ນ໌ ກຽດ​ຊັງ​ນັ້ນ.

ຕໍ່​ໄປ​ສັນ​ຕະປາປາ ຈະ​ຊົງ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Benjamin Netanyahu
​ແລະ​ປະທານາທິບໍດີ Shimon Peres ​ແຫ່ງ​ອິສຣາແອ​ລ.

Your browser doesn’t support HTML5

mideastpope26may14