ແມ່ຊີ Teresa ໄດ້ກາຍເປັນ "ນັກບຸນເທເຣຊາ ແຫ່ງນະຄອນ Calcutta"

ໃນພິທີຍົກຍ້ອງນັກບຸນໃນວັນອາທິດມື້ນີ້ ໄດ້ເກີດຂຶ້ນຕໍ່ໜ້າປະຊາຊົນຫຼາຍສິບພັນຄົນທີ່ ຈະຕຸລັດ St. Peter.

ຮູບຮ່າງຂະໜາດນ້ອຍຂອງ ແມ່ຊີ ຊາວ Albanian ເຊິ່ງຕອນນີ້ຮູ້ຈັກກັນວ່າ St. Teresa ໄດ້ເປີດພາລະກິດການກຸສົນໃນຫຼາຍກວ່າ 120 ປະເທດທົ່ວໂລກ ໄດ້ຮັບການຊ່ວຍເຫຼືອ ໂດຍບັນດາແມ່ຊີຫຼາຍພັນຄົນ ແລະ ອາສາສະໝັກຫຼາຍກວ່າ 1 ລ້ານຄົນ. ເພິ່ນໄດ້ເປັນຜູ້ ນຳພາຊີວິດທີ່ມີຄວາມເຄັ່ງຄັດຂອງເພິ່ນເອງ.

ພິທີຍົກຍ້ອງແມ່ຊີ Teresa ໃນຈະຕຸລັດ St. Peter ທີ່ນະຄອນ Vatican. 4 ກັນຍາ, 2016.

ແມ່ຊີ Teresa ໄດ້ເປັນທີ່ຮູ້ຈັກກັນໃນຕະຫຼອດຊີວິດຂອງເພິ່ນວ່າເປັນ “ນັກບຸນແຫ່ງຮາງ ລິນສາຍຄາ” ສຳລັບວຽກງານຂອງເພິ່ນຢູ່ໃນຊຸມຊົນທີ່ທຸກຍາກທີ່ສຸດໃນ ອິນເດຍ, ເພິ່ນໄດ້ ເດີນທາງໄປຮອດເມືອງ Calcutta ໃນວັນທີ 6 ເດືອນມັງກອນ 1929.

ແມ່ຊີ Teresa ໄດ້ຮັບລາງວັນໂນເບລ ສັນຕິພາບ ໃນປີ 1979 ສຳລັບວຽກງານຂອງເພີ່ນ ກ່ຽວກັບຄວາມທຸກຍາກ ແລະ ຄວາມເຈັບປ່ວຍຂອງປະຊາຊົນ Kolkata, ເປັນວຽກງານ ທີ່ໄດ້ສືບຕໍ່ແມ່ນກະທັ້ງຫຼັງຈາກທີ່ເພິ່ນບໍ່ສະບາຍ. ແມ່ຊີ Teresa ໄດ້ເຖິງແກ່ອະສັນຍະກຳ ໃນວັນທີ 5 ກັນຍາ 1997 ອາຍຸໄດ້ 87 ພັນສາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Explainer: Sainthood Requirements