ພະສັນຕະປາປາ ສີ້ນສຸດ ການຢ້ຽມຢາມ ຄິວບາ ແລະ ເດີນທາງມາ ສະຫະລັດ

ພະສັນຕະປາປາ Francis ກ່າວຕໍ່ບັດດາເດັກນ້ອຍ ຢູ່ທີ່ໂບດ Virgin of Charity of Cobre ໃນເມືອງ El Cobre, ປະເທດ Cuba.

ພະ​ສັນຕະປາປາ Francis ຈະ​ເດີນທາງ​ມາ ສະຫະລັດ ​ໃນ​ວັນ​
ອັງຄານ​ມື້​ນີ້ ຫລັງຈາກ​ໄດ້ປະກອບພິທີທາງສາສະໜາເທື່ອ​ທີ​
ສາມ ​ແລະ​ເທື່ອສຸດ​ທ້າຍຢູ່​ທີ່ ປະ​ເທດ​ເກາະດອນ ຄອມ​ມິ​ວ
ນິສຄິວ​ບາ.

ພະ​ອົງຈະ​ປະກອບພິທີທາງສາສະໜາ ຢູ່່​ທີ່​ໂບດ Virgin of
Charity ແຫ່ງ ເມືອງ El Cobre​. ພະ​ສັນຕະປາປາ ​ໄດ້​ເດີນ
ທາງ​ໄປ​ຍັງໂບດດັ່ງກ່າວ ​ບໍ່ດົນຫຼັງຈາກໄດ້ເດີນທາງໄປ​ເຖິງ
​ເມືອງ Santiago ​ໃນ​ຕອນ​ແລງ​ວັນ​ຈັນ ​ແລະ​ນຳ ພາການສູດ​
ມົນພາວະນາເປັນເວລາ​ສັ້ນໆ ​ເພື່ອ​ເປັນ​ການ​ປະນີປະນອມ
​ແກ່ບັນດາ “ລູກຫຼາຍ​ທີ່​ພາກັນ​ກະ​ຈັດຈະ​ຈາ​ຍກັນຢູ່ໃນ
​ທົ່ວ​ໂລກ.”

ພະ​ອົງປາກົດ​ວ່າ ​ບໍ່​ຄ່ອຍສະບາຍປານໃດ ລະຫວ່າງ​ການ​ຢ້ຽມຢາມໂບດດັ່ງກ່າວ ຊຶ່ງພະ
​ສັນຕະປາ​ປາ ທີ່ມີພະຊົນມາຍຸ 78 ປີແລ້ວນັ້ນ ຊົງມີອາການເຈັບທີ່​ຮ້າຍ​ແຮງຈາກສະພາບ
​ການ​ທີ່​ຮ້ອງ​ວ່າ sciatica ຫລື​ການປວດ​ຕາມ​ເສັ້ນ​ປະສາດ​ທີ່ ລາມ​ລົງ​ໄປ​ຫາ​ສັນຫລັງ ແລະ
​ລົງໄປ​ສູ່​ຂາ.

ພະ​ສັນຕະປາປາ Francis ​ໄດ້ສະເດັດໄປ​ເຖິງ​ເມືອງ Santiago ຫລັງ​ຈາກ​ໄດ້ປະກອບ
ພິທີທາງສາສະໜາ ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ຢູ່ເມືອງ Holguin ໃນ ພາກ​ຕາ​ເວັນ​ອອກ
​ຂອງ​ຄິວ​ບາ ໂດຍ​ກ່າວຕໍ່​ຫລາຍ​ສິບ​ພັນ​ຄົນ ໃຫ້ເອົາ​ໃຈໃສ່​ນຳ​ຄຳ​ເຊື້ອ​ເຊີນ​ຂອງ​ພະ​ເຍຊູ
​ເຈົ້​າ ​ເພື່ອ​ໃຫ້ເອົາໄຊຊະນະ ການຕ້ານຢັນຕໍ່​ການ​ປ່ຽນ​ແ​ປງ.

ພະສັນຕະປາປາ Francis ກຳລັງນຳພາພິທີ່ສູດມົນທີ່ ໂບດຄາໂທບິກ ເມືອງ Holguin, ຄິວບາ

ເມືອງ Holguin ​ຊຶ່ງເປັນ​ເມືອງ​ໃຫຍ່​ອັນດັບສາມ​ຂອງປະ​ເທດ​ຄິວ​ບາ ​ເປັນ​ສູນ ກາງ​ຄວາມ
​ເຊື່ອ​ຖືໃນສາສະໜາ​ຄາ​ໂທ​ລິກ ຢູ່​ໃນຄິວບາ ​ແລະ​ເປັນ​ທີ່​ຮູ້​ກັນ​ອີກ​ວ່າ ມີ​ໄມ້​ກາງ​ເຂນ ທີ່​ຕັ້ງ​
ຢູ່​ບ່ອນສູງ​ເບິ່ງລົງມາຍັງ​ເມືອງດັ່ງກ່າວໄດ້​ຫລາຍ​ສັດຕະ​ວັດ ແລ້ວ. ນອກ​ນັ້ນ ​ຍັງ​ເປັນ​ຂົງ
​ເຂດບ້​ານ​ເກີດຂອງບັນດາ​ຜູ​ນຳ​ຄອມ​ມິ​ວນິສ ທ່ານ Fidel ​ແລະທ່ານ Raul Castro ຜູ້ປົກຄອງ​ຄິວ​ບາ​ ມາ​ແຕ່​ປີ 1959.

ສັນຕະປາປາ Francis ກຳລັງວາງດອກໄມ້ບູຊາ ຢູ່ທີີ່ີ່ໂບດ sanctuary to her in El Cobre, Cuba.

ພະ​ສັນຕະປາປາ Francis ​ໄດ້​ພົ​ບປະ​ກັບສອງອ້າ​ຍນ້ອງ Castro
​ທີ່​ນະຄອນ Havanna ໃນຕອນ​ເລີ້ມຕົ້ນ ການຢ້ຽມຢາມຄິວ​ບາ
ຂອງພະອົງ.

​ໃນ​ຂະນະ​ດຽວ​ກັນ ບັນ​ດາ​ຜູ້ຄັດຄ້ານລັດຖະບານຫຼາຍໆຄົນ ​ໄດ້​ຕິ
ຕຽນພະ​ສັນຕະປາປາ ວ່າ ບໍ່​ຮັບ​ເອົາ​ການ​ຂໍພົບ​ຂອງພວກ​ເຂົາ​ເຈົ້າ
|ລະຫວ່າງ​ການ​ຢ້ຽມຢາ​ມ.

ຫົວໜ້າ ​ກຸ່ມ​ຝ່າຍຄ້ານແມ່ຍິງ ທີ່​ພາກັນ​ນຸ່ງ​ຂາວກ່າວ​ວ່າ ສະມາຊິກ
22 ຫາ 24 ​ໃນກຸ່ມ​ຂອງ ທ່ານນາງ ​ທີ່​ຢາກ​ເຂົ້າ​ຮ່ວມພິທີທາງສາ
ສະໜາ​ໃນ​ວັນ​ອາທິດແລ້ວ ທີ່​ນະຄອນ Havannaໄດ້​ຖືກ​ກີດກັ້ນ
ຂັດຂວາງບໍ່ໃຫ້​ເຂົ້າ​ໄປ ໂດຍ​ເຈົ້າ​ໜ້າ​ທີ່​ຮັກ ສາ​ຄວາມ​ປອດ​ໄພ
​ຄິວ​ບາ.

Your browser doesn’t support HTML5

Pope Americas