ພະສັນຕະປາປາ ແຟຣນສິສ ຊົງເລີ້ມຕົ້ນ ປະພາດ ຢ້ຽມຢາມ ຄິວບາ ແລະ ສຫລ

ສະມາຊິກຂັ້ນນຳຂອງໂບດໃນຄິວບາ ຫອມມືຂອງພະສັນຕະປາປາ ໃນຂະນະທີ່ ປະທານປະເທດ ຄິວບາ ທ່ານ ຣາອູລ ແຄສໂຕຣ ຢືນຢູ່ຄຽງຂ້າງ ເມື່ອຕອນທີ່ພະສັນຕະປາປາ ຊົງເດີນທາງໄປເຖິງ ສະໜາມບິນ ໃນນະຄອນຫຼວງຮາວານາ, ວັນທີ 19 ກັນຍາ 2015.

ພະ​ສັນຕະປາປາ Francis ​ໄດ້​ຊົງ​ປະພາດ​ ນະຄອນຫລວງ
ຮາ​ວາ​ນາ ​ແລ້ວ ຊຶ່ງ​ເປັນ​ການ​ເລີ້ມ​ຕົ້ນຂອງການ​ເດີນທາງໄລຍະ
10 ມື້ ທີ່​ເປັນ​ປະຫວັດສາດ ໄປ​ຍັງ​ປະ​ເທດ​ຄິວ​ບາ ​ແລະມາ​ຍັງ
ສະຫະລັດ ທີ່ໄດ້​ຖືກ ສັນລະ​ເສີນວ່າ​ ເປັນ​ການ​ຜ່ອນຄາຍ​
ຄວາມ​ເຄັ່ງ​ຕຶງ​ ລະຫວ່າງ ສອງ​ປະ​ເທດເພື່ອນ​ບ້ານ ທີ່​ເປັນ​ຄູ່
​ປໍ​ລະ​ປັກກັນນັ້ນ ​ໃຫ້​ກາຍ​ເປັນ “​ແບບຢ່າງ​ຂອງ​ການຄືນ​ດີ​
ກັນ ສຳ​ຫລັບ​ໂລກ​ທັງ​ມວນ ທີ່​ຈະ​ເຮັດ​ໃຫ້​ພວກ​ເຮົາມີ​
ຄວາມ​ຫວັງ.”

ພະ​ສັນຕະປາປາ Francis ​ໄດ້​ຊົງເອີ້ນວ່າ​ເປັນສາຍ​ພົວພັນ
ທີ່ຜ່ອນຄາຍ​ ​ຄວາມ​ເຄັ່ງ​ຕຶງ​ລົງລະຫວ່າງສອງ​ປະ​ເທດ ທີ່
Vatican ໄດ້ມີບົດບາດ​ອັນສຳຄັນ “ອັນ​ເປັນ​ສັນຍານແຫ່ງ ໄຊຊະນະດ້ານວັດທະນະທຳ ​ໃນ​ການ​ເຈລະຈາ​ແລະ​ປຶກສາ​ຫາລືກັນ.”

ພາບມຸມນຶ່ງຂອງຈັດຕຸລັດ ປະຕິວັດ ບ່ອນທີ່ ພະສັນຕະປາປາ Francis ຈະຊົງທຳພິທີສວດມົນພາວະນາ ໃນນະຄອນຫຼວງ ຮາວານາ ຂອງຄິວບາ, ວັນທີ 18 ກັນຍາ 2015.

​ພະ​ສັນຕະປາປາ ຈະ​ຊົງ​ທຳ​ພິທີ​ສວດ​ມົນພາວະນາ ​ຢູ່ໃນ​ເຂດຈັດ​ຕຸ​ລັດ​ປະຕິວັດ ທີ່​ຍາວ​ຢຽດຂອງ​ນະຄອນ ຮາ​ວາ​ນາ​ໃນ​ວັນ​ອາທິດ​ມື້​ນີ້ ກ່ອນ​ໜ້າ ທີ່​ຈະ​ພົບ​ປະ​ກັບ​ປະທານປະ​ເທດ ຄິວ​ບາ ທ່ານ Raul Castro ​ເປັນ​ສ່ວນ​ຕົວ. ພະ​ອົງ ຍັງ​ຄົງຈະ​ປະພາດ​ ​ເມືອງ Hoguin ​ແລະ Satiago ​ໃນ​ລະຫວ່າງ ການ​ຢ້ຽມຢາມຄິວ​ບາ ​ໄລຍະ 3 ມື້ ພ້ອມ​ດ້ວຍ ​ແຜນການ​ທີ່​ຈະ​ຈັດ​ພິທີສວດ​ມົນ​ພາວະນາ ​ແລະ ພົບ​ປະ​ກັບ ຄຸນ​ພໍ່​ແຄ​ໂທ​ລິກ ຂອງທັງ​ສອງ​ເມືອງດັ່ງກ່າວ​ນັ້ນ ກ່ອນ​ທີ່​ຈະ​ຊົງ​ມາປະ​ພາດ​ນະຄອນ​ຫລວງ​ວໍ​ຊິງ​ຕັນ​ຕໍ່​ໄປ.

ພະ​ ສັນຕະປາປາ ​ໄດ້ຮັບ​ການ​ຕ້ອນຮັບ​ ຢູ່​ທີ່​ສະໜາມ​ບິນ ​ໂດຍ​ປະທານ​ປະ​ເທດ​ຄິວ​ບາ ຜູ້​ທີ່​ໄດ້​ກ່າວ​ໃນຖະ​ແຫລ​ງການຍິນ​ດີ​ຕ້ອນຮັບ ທີ່​ໃຫ້ການ​ຮັບປະກັນຕໍ່ ພະ​ສັນຕະປາປາ ວ່າ ສິດ​ເສລີ​ໃນ​ການ​ນັບຖື​ສາ​ສະໜາ ​ແມ່ນ “​ໄດ້​ຖືກ​ເຮັດ​ໃຫ້ເປັນ​ທີ່ສັກສິດ ​ໃນ​ລັດຖະທຳ​ມະນູນ​ຂອງ​ຄິວ​ບາ.”

ພວກພະນັກງານ ກຳລັງຕົບແຕ່ງ ເທື່ອສຸດທ້າຍ ເວທີແຫ່ງນຶ່ງ ຢູ່ໃກ້ໆ ໂບດຂອງນະຄອນຫລວງຮາວານາ ທີ່ຈະເປັນບ່ອນນຳໃຊ້ ໃນລະຫວ່າງການຢ້ຽມຢາມ ຂອງພະສັນຕະປາປາ Francis ໃນຄິວບາ, ວັນທີ 17 ກັນຍາ 2015.

ໃນການ​ກ່າວ​ປາ​ໄສຍາວ 15 ນາທີ ທີ່​ກາຍໄປເປັນ​ເລື້ອງການ​ເມືອງຢ່າງ​ວ່ອງ​ໄວ ທ່ານ Castro ​ໄດ້​ຮຽກຮ້ອງອີກ ​ໃຫ້ສະຫະລັດ ຍຸດຕິ​ການ​ຫ້າມ​ສົ່ງ​ສິນຄ້າຂອງ​ຕົນ ຕໍ່​ປະ​ເທດ​ເກາະນັ້ນ ຊຶ່ງ​ທ່ານໄດ້ເອີ້ນ​ມັນວ່າ “​ໂຫດ​ຮ້າຍ ຂາດ​ສິນ​ທຳ ​ແລະ ຜິດ​ກົດໝາຍ” ​ແລະ ​ໃຫ້​ສົ່ງ​ຄືນ​ຖານ​ທັບ​ກອງທັບ​ເຮືອ Guantanamo.

​ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຕອບ​ໂຕ້​ຄືນ​ຜ່າ​ນທາງ tweeter ທີ່​ຕຳ​ນິຕິ​ຕຽນ ​ບັນດາເຈົ້າໜ້າ​ທີ່​ຄິວ​ບາ ກ່ຽວ​ກັບ​ເລື້ອງການ​ລາຍ​ງານ​ ຂອງ​ການ​ຈັບ​ກຸມ​ຄຸມ​ຂັງຕ່າງໆ ກ່ອນ​ໜ້າການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ພະ​ສັນຕະປາປາ Francis ນັ້ນ.

ແມ່ຍິງຄົນນຶ່ງ ພວມອ່ານໜັງສືພິມ 'Tribuna de la Habana' ຢູ່ໃນພາກກາງຂອງນະຄອນຫຼວງ ຮາວານາ ມື້ນຶ່ງ ກ່ອນໜ້າ ການເດີນທາງໄປຢ້ຽມຢາມ ຄິວບາ ຂອງພະສັນຕະປາປາ Francis, ວັນທີ 18 ກັນຍາ 2015.

​ເອກ ອັກຄະ​ລັດຖະທູດ Samantha Power ​ໄດ້​ຂຽນຂໍ້ຄວາມ​ຜ່ານ​ທາງທະວີ​ດ​ເຕີ້ ວ່າ
ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ສິດທິ​ມະນຸດ “​ແລະ ​ແມ່ນ​ກະ​ທັງ​ພວກ​ອະນາຖາ ​ໄດ້​ມີ​ລາຍ​ງານ​ວ່າ ​ໄດ້ຖືກຄຸມ​ຂັງ. ກ່ອນ​ໜ້າ ການ​ຢ້ຽມຢາມ​ໝາຍ​ເນັ້ນ​ໃສ່​ຄື @Pontifex visit ຊຶ່ງ​ເຮັດ​ໃຫ້​ທຸລະ​ກິດ​ຊຸດ​ໂຊມ​ຕາມ​ເຄີຍ ສຳ​ຫລັບ ຫົວ​ຂໍ້ ຫຼື #Cuba Government.”

ກຸ່ມ​ຝ່າ​ຍຄ້ານ​ຕ່າງໆ ​ໄດ້​ລາຍ​ງານ​ວ່າ ມີ​ການ​ຈັບ​ກຸມ​ຄຸມ​ຂັງ ພວກ​ທີ່​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ລັດຖະບານ ເພີ້​ມຂຶ້ນ. ລັດຖະບານຂອງ ​ຄິວ​ບາ ບໍ່​ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ຂໍ້​ກ່າວ​ອ້າງ​ນັ້ນ.

ຕາຕະລາງການເດີນທາງຢ້ຽມຢາມ ສະຫະລັດ ຂອງພະສັນຕະປາປາ ລະຫວ່າງວັນທີ 22 - 27 ກັນຍາ 2015.

ພະ​ສັນຕະປາປາ Francis ຊົງ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ ​ແບບ​ເປັນ​ຄື​ກັບ​ວິລະ​ບູລຸດຕໍ່​ຊາວຄິວ​ບາ ຜູ້​ທີ່ພວກ​ເຂົາເຊື່ອ​ຖື​ວ່າ ​ໄດ້​ຊ່ວຍ​ເຮັດ​ໃຫ້ມີ​ການ​ຟື້ນ​ຟູ​ສາຍສຳພັນ​ທາງ​ການ​ທູດ​ຄືນ ລະຫວ່າງ ສະຫະລັດ ​ແລະ ຄິວ​ບາ. ພະ​ອົງ ​ແລະ ບັນດາ​ເຈົ້າໜ້າ​ທີ່ Vatican ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ເປັນ​ເວລາຫຼາຍ​ເດືອນ ສຳ​ຫລັບ​ການ​ເຈລະຈາ​ແບບປິດ​ລັບ ລະຫວ່າງ​ຮາ​ວານາ ​ແລະ ວໍ​ຊິງ​ຕັນ ​ໃນ​ປີ 2014 ທີ່​ໄດ້​ສິ້ນ​ສຸດລົງດ້ວຍ ການ​ປະ​ກາດ ທີ່​ເປັນ​ປະຫວັດສາດ ​ໂດຍ​ທ່ານ Castro ​ແລະ ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ທີ່​ທັງ​ສອງ​ປະ​ເທດ ​ໄດ້​ຕັດສິນ​ໃຈ ຈະ​ຟື້ນ​ຟູສາຍສຳພັນ​ທາງ​ດ້ານ​ການ​ທູດ​ຄືນ ​ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້.