ການກ່າວປະນາມຢ່າງຮຸນແຮງຂອງພະສັນຕະປາໆ ຟຣານຊິສ ຕໍ່ການລ່ວງ ລະເມີດ
ທາງເພດພວກເດັກນ້ອຍໂດຍພວກຄຸນພໍ່ ບໍ່ສາມາດທີ່ຈະເຮັດພວກຖືກເຄາະຮ້າຍບາງ
ພວກຮູ້ສຶກປະທັບໃຈເລີຍ, ຊຶ່ງຮວມທັງ ນຶ່ງໃນນັ້ນທີ່ໄດ້ເອີ້ນຄຳເວົ້າຂອງພະສັນຕະປາໆ
ວ່າ “ເລື້ອງກ່ຽວກັບຄຸນພໍ່ ຕ່າງໆ ນາໆ.”
ພະສັນຕະປາໆຟຣານຊິສ ໄດ້ປິດກອງປະຊຸມທີ່ນະຄອນ ວາຕິກັນ ກ່ຽວກັບພວກເດັກ
ນ້ອຍ ລົງໃນວັນອາທິດວານນີ້ ໂດຍປຽບທຽບການມີເພດສຳພັນລະຫວ່າງຜູ້ໃຫຍ່ກັບ
ເດັກນ້ອຍ ກັບການສັງເວີຍມະນຸດ ແລະເອີ້ນພວກຄຸນພໍ່ທີ່ເປັນຜູ້ກະທຳຄວາມຜິດນີ້
ວ່າແມ່ນ “ເຄື່ອງມືຂອງຜີນາຮົກ.”
ພວກທີ່ລອດຈາກການລ່ວງລະເມີດທາງເພດ ແລະບັນດາສະມາຊິກ ECA (Ending Clergy Abuse) ພາກັນຍົກປ້າຍ ທາງໜ້າຂອງຈາຕຸລັດ St. Peter ໃນວາຕິກັນ, 24 ກຸມພາ 2019.
“ມັນເຮັດໃຫ້ຂ້າພະເຈົ້າຈື່ໄດ້ເຖິງຄວາມໂຫດຮ້າຍຂອງການນັບຖືສາສະໜາ,
ເຊິ່ງຄັ້ງນຶ່ງທີ່ມັນໄດ້ແຜ່ລາມອອກໄປໃນບາງວັດທະນະທຳ ກ່ຽວກັບ ການສັງເວີຍ
ມະນຸດ ຊຶ່ງສ່ວນຫຼາຍຈະແມ່ນພວກເດັກນ້ອຍທີ່ບໍ່ຖືສາສະໜາ ຄຣິສຕຽນ,” ຊຶ່ງ ພະສັນ
ຕະປາໆ ຟຣານຊິສໄດ້ກ່າວໄວ້ ແລະ ປະຕິຍານວ່າ “ແມ່ນການຕໍ່ສູ່” ກັບການລ່ວງລະເມີດ
ທາງເພດນັ້ນຢ່າງສິ້ນເຊີງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ການລ່ວງລະເມີດທາງເພດຂອງພວກຄຸນພໍ່ ໃນທົ່ວໂລກ
ພວກທີ່ເປັນກະບອກສຽງແລະພວກທີ່ລອດຈາກການລ່ວງລະເມີດທາງເພດ, ມອງເບິ່ງໃນພາບ ຂອງພວກຄຸນພໍ່ກາໂຕຣິກ ທີ່ທຳການລະເມີດທາງເພດ ໂດຍພວກເຄາະຮ້າຍ ໃນກອງປະຊຸມຖະແຫຼງຂ່າວ, 6 ທັນວາ ທີ່ອໍແຣນຈ໌, ຄາລີຟໍເນຍ.