ພະສັນຕະປາປາ ແຟຣນຊິສ ມຸ່ງໜ້າສູ່ຄິວບາ ເພື່ອພົບປະ ກັບພະສັງຄະຣາດ ຣັດເຊຍ

ພະສັນຕະປາປາ Francis ຊົງໂບກພະຫັດ ຂະນະທີ່ພະອົງ ສະເດັດປະທັບເຮືອບິນພະທີ່ນັ່ງ ໄປປະພາດເມັກຊິໂກ ໃນວັນສຸກມື້ນີ້. (12 ກຸມພາ 2016)

ພະ​ສັນຕະປາປາ Francis ຜູ້ນຳ​ສາສະໜາ​ໂຣມັນ​ກາ​ໂຕ​ລິກເລີ້ມ
ອອກ​ເດີນທາງ ສະ​ເດັດ​ປະ​ພາດ ເມັກ​ຊິ​ໂກ ​ໂດຍ​ຈະ​ຢຸດ​ແວ່​ທີ່ປະ
​ເທດ​ຄິວ​ບາ​ໃນ​ການ​ພົບ​ປະຄັ້ງປະຫວັດສາດກັບ​ຜູ້ນຳ​ສູງ​ສຸດຂອງ​
ສາສະໜາອອກໂທດັອກຣັດ​ເຊຍ ຄື​ພະ​ສັງຄະຣາດ Kirill.

ພະ​ສັງຄະຣາດ Kirill ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ
​ຄິວ​ບາ​ຢ່າງ​ເປັນທາງ​ການ.​ ທຳນຽບວາ​ຕິ​ກັນ​ໄດ້​ປະກາດ​ໃນ​ສັບປະ
ດາ​ແລ້ວນີ້ວ່າພະ​ສັນຕະປາປາ Francis ຈະ​ຢຸດ​ແວ່​ທີ່​ສະນາມ​ບິນ
ນາໆ​ຊາດ Jose Marti ​ໃນ​ນະຄອນຫລວງຮາ​ວາ​ນາ ​ເພື່ອ​ພົບ​ປະ​
ເປັນ​ການ​ສ່ວນ​ພະ​ອົງ​ ກັບ​ ພະ​ສັງຄະ​ຣາດ Kirill ​ເພື່ອລົງ​ພະນາ​ມ
​ໃນ​ຄຳ​ປະກາດ​ຮ່ວມ. ຄຳ​ປະກາດ​ດັ່ງກ່າວຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ ​
ໃຫ້​ສາທາລະນະ​ຊົນ​ຮູ້​ເ​ທື່ອ.

ເມັກຊິໂກ ກຽມຕ້ອນຮັບ ພະສັນຕະປາປາ

ການ​ພົບ​ປະ​ໃນ​ວັນ​ສຸກ​ມື້ນີ້ ແມ່ນ​ເປັນ​ການ​ພົບ​ປະ​ເທື່ອ​ທຳ​ອິດ ໃນ​ຄວາມ​ພະຍາຍາມເພື່ອ​ຮຳບາດ​ແຜ​ແຫ່ງ​ຄວາມ​ແຕກ​ແຍກ​ທີ່​ມີ​ມາ​ເປັນ​ເວລາ 1 ພັນ​ປີ ທີ່​ໄດ້​ແຍກ​ສາສະໜາ​ຄຣິສ
ທັງ​ສອງ​ອອກຈາກກັນ ​ເປັນ​ນິກາຍ​ຕາ​ເວັນ​ອອກ ​ແລະ​ຕາ​ເວັນ​ຕົກ.

ການ​ແບ່ງ​ແຍກລະຫວ່າງ​ສອງ​ນິກາຍ ​ທີ່​ເລີ້ມຂຶ້ນ ​ໃນ​ປີ​ 1054 ນັ້ນ ​ແມ່ນ​ເປັນຍ້ອນບັນຫາ
​ຕ່າງໆ ​ເຊັ່ນ​ເລື້ອງຄວາມ​ເປັນ​ໃຫຍ່​ ຂອງ​ພະ​ສັນຕະປາປາ ​ແລະ​ການ​ກ່າວ​ຫາ​ໂດຍ​ສາສະ ໜາອອກໂທດັອກຂອງຣັດ​ເຊຍ​ວ່າ ສາສະໜາ​ກາ​ໂຕ​ລິກກຳລັງ​ພະຍາຍາມລ່ວງ​ລ້ຳ ​ເພື່ອ​
ຫາທາງໃຫ້​ມີ​ການ​ປ່ຽນ​ສາສະໜາ​ຢູ່​ໃນ​ຣັດ​ເຊຍ.

Your browser doesn’t support HTML5

Pope Cuba