ພະສັນຕະປາປາ ແຟຣນຊິສ ຮຽກຮ້ອງ ຫົວໜ້າບາດຫຼວງ ໃຫ້ສົນທະນາ ກັບພວກປະເທດ ໃນເອເຊຍ (ວີດີໂອ)

ພະສັນຕະປາປາ ເດີນທາງໄປຮອດ ສຸສານ Haemi Castle in Haemi, ໃຕ້ນະຄອນໂຊລ ເກົາຫຼີໃຕ້, ວັນທີ 17 ສິງຫາ 2014.

ພະ​ສັນຕະປາປາ​ ແຟຣນຊິ​ສ ຊົງຮຽກຮ້ອງ​ໃຫ້​ພວກ​ຫົວໜ້າ​ບາດ
​ຫຼວງສາສະໜາ​ຄຣິສ ຈາກ​ທົ່ວ​ເອ​ເຊຍ​ ຮັບ​ຟັງ​ປະຊາຊົນ​ທີ່​ມາ​
ຈາກ​ວັດທະນະ ທຳ​ຕ່າງ​ກັນ ​ແຕ່​ກໍ​ໃຫ້​ຮັກສາເອກະລັກ​ກາ​ໂຕ​ລິກ
ຂອງ​ຕົນ​ໄວ້.

​ໃນ​ການ​ພົບ​ປະ​ກັບ​ພວກ​ຫົວໜ້າ​ບາດ​ຫຼວງ 60 ອົງ​ໃນ​ວັນ​ອາທິດ​
ມື້​ນີ້ ທີ່​ສຸສານ Haemi Martyrdom Holy Ground ຂອງ​ເກົາ
ຫຼີ​ໃຕ້ ​ໃນ​ແຂວງ Chungcheong ​ເໜືອ ພະ​ສັນຕະປາປາ​ ແຟຣນ
ຊິ​ສ ຊົງຮຽກຮ້ອງ​ພວກປະ​ເທດ​ຕ່າງໆ​ເຊັ່ນ ຈີນ​ແລະ​ເກົາຫຼີ​ເໜືອ ​
ໃຫ້​ຊຸກຍູ້​ສົ່ງ​ເສີມ​ໃຫ້ມີການ​ໂອ​ລົມ​ສົນທະນາ​ກັນ​ທີ່​ເໝາະ​ສົມ ກັບ​ນະຄອນ​ວາ​ຕີ​ກັງ. ຈີນ​ໄດ້​ຕັດ​ສາຍ​ພົວພັນ​ຢ່າງ​ເປັນ​ທາງ​ການ​ ​ກັບວາ​ຕີ​ກັງ ຫຼັງ​ຈາກ​ພັກ​ຄອມ​ມີ​ວ ນິສ ຂຶ້ນ​ກຳ​ອຳນາດ​ໃນ​ປີ 1949.

ພະ​ສັນຕະປາປາ​ຊົງ​ກ່າວ​ວ່າ ສາສະໜາ​ກາ​ໂຕ​ລິກໂຣມັນ ມີ​ຄວາມ​ໝາຍໝັ້ນ​ເພື່ອ​ທຳ​
ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ທຸກໆ​ຄົນ ພາຍ​ໃຕ້​ນ້ຳ​ໃຈແຫ່ງ​ຄວາມ​ເປີດ​ກວ້າງ​ກັບ​ພວກ​
ຄົນ​ອື່ນໆ.

ສັນ​ຕະ​ປາ​ປາ ຢ້ຽມ​ຢາມ ເກົາ​ຫຼີ​ໃຕ້

ສຸສານ Haemi Martyrdom Holy Ground ​ເປັນ​ບ່ອນ​ທີ່​ພວກ​ຊາວກາ​ໂຕ​ລິກ​ໂຣມັນ ຈຳນວນ​ຫລາຍ​ກວ່າ 1000 ຄົນ​ໄດ້​ຖືກ​ຝັງ​ທັງ​ເປັນໃນ​ ລະຫວ່າງ​ປີ 1866 ຫາ​ປີ 1882 ​
ໃນ​ລະຫວ່າງ​ການ​ປົກຄອງ​ຂອງ ລາດ​ຊະ​ວົງ Joseon.

​ໃນ​ຕອນ​ບ່າຍ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ເປັນ​ມື້​ທີ​ສີ່​ຂອງ​ການສະ​ເດັດ​ປະພາດເຂດ​ເອ​ເຊຍ​ເປັນ​ເວ
ລາ​ຫ້າ​ມື້​ຂອງ​ພະ​ອົງ ພະ​ສັນຕະປາປາແຟຣນຊິ​ສ ມີໝາຍ​ກຳນົດ​ທີ່​ຈະ​ປະກອບ​ພິທີ​ທາງ​ສາສະໜາ​ ອັດ​ວັນ​ຍຸວະຊົນ​ເອ​ເຊຍ​ຫຼື Asian Youth Day.

​ໃນວັນ​ເສົາ​ວານ​ນີ້ ພະ​ສັນຕະປາປາ​ໄດ້ປະກອບ​ພິທີ​ທາງ​ສາສະໜາ​ກາງ​ແຈ້ງ​ຢ່າງ​ຂະໜານ​ໃຫຍ່ ​ໃນ​ໃຈກາງ​ນະຄອນຫຼວງ​ໂຊ​ລ ​ເພື່ອ​ປະສາດ​ພອນ​ໃຫ້​ແກ່​ຜູ້​ຍອມ​ສະຫຼະ​ຊີບ​ຊາວ​ເກົາ
ຫຼີ 124 ຄົນ​ທີ່​ໄດ້​ຖືກ​ຂ້າ​ຕາຍ​ໃນ​ສັດຕະວັດ​ທີ 18 ​ແລະ 19 ຍ້ອນ​ບໍ່​ຍອມປະລະສາສະໜາ​ຄຣິສ ຂອງ​ເຂົາ​ເຈົ້າ​.

Your browser doesn’t support HTML5

popesokor17august14