ພະສັນຕະປາປາຟຣັງຊິສໄດ້ປະກອບພິທີທາງສາສະໜາກາງ
ແຈ້ງຂະໜາດໃຫຍ່ ຂຶ້ນທີ່ໃຈກາງ ນະຄອນຫຼວງໂຊລ ເພື່ອປະ
ສາດພອນໃຫ້ແກ່ຜູ້ທີ່ຍອມສະຫລະຊີວິດ ເພື່ອສາສະໜາຊາວ
ເກົາຫຼີຈຳນວນ 124 ຄົນທີ່ໄດ້ຖືກຂ້າຕາຍໃນສັດຕະວັດທີ 18
ແລະ 19 ຍ້ອນບໍ່ຍອມປະສາສະໜາຄຣິສຕ໌.
ພິທີປະສາດພອນ ແມ່ນບາດກ້າວຂັ້ນສຸດທ້າຍ ກ່ອນທີ່ຈະໄດ້
ກາຍເປັນນັກບຸນ ຢູ່ໃນສາສະໜາຄາໂທລິກ.
ໃນການເທດສະໜາຕໍ່ຝູງຊົນຫຼາຍຮ້ອຍພັນຄົນໃນວັນເສົາມື້ນີ້
ຢູ່ທີ່ Gwangwamun Gate ໃນນະຄອນໂຊລນັ້ນ ພະສັນຕະປາປາ ຟຣັງຊິສ ອີກຄັ້ງນຶ່ງ ຊົງໄດ້ກ່າວຕຳໜິຕິຕຽນ ກ່ຽວກັບຊ່ອງຫວ່າງຄວາມຫຼຸດໂຕນລະຫວ່າງຄົນຮັ່ງມີແລະຜູ້ທຸກ ຍາກ. ນີ້ແມ່ນເນື້ອໄນສຳຄັນທີ່ພະສັນຕະປາປາໄດ້ຊົງກ່າວເນັ້ນໜັກອີກນັບຕັ້ງແຕ່ພະອົງ ສະເດັດໄປເຖິງ ໃນວັນພະຫັດຜ່ານມາ.
ສັນຕະປາປາ ຢ້ຽມຢາມ ເກົາຫຼີໃຕ້
ໃນວັນສຸກວານນີ້ ພະສັນຕະປາປາຟຣັງຊິສ ໄດ້ຊົງຮຽກຮ້ອງ ໃຫ້ພວກຊາວໜຸ່ມເກົາຫຼີໃຕ້ ເກືອບ 50,000 ຄົນ ໂດຍຂໍຮ້ອງໃຫ້ເຂົາເຈົ້າ ປະຖິ້ມແນວທາງ ວັດຖຸນິຍົມ ທີ່ສ້າງຄວາມ
ທຸກທໍລະມານໃຫ້ແກ່ສ່ວນໃຫຍ່ຂອງເຂດເອເຊຍ ແລະປະຕິເສດ ຕໍ່ອັນທີ່ພະອົງຮ້ອງວ່າ
ລະບົບເສດຖະກິດທີ່ “ໄຮ້ຄວາມເປັນມະນຸດ” ທີ່ໄດ້ຕັດສິດ ພວກຄົນທຸກຍາກນັ້ນ.
ກ່ອນປະກອບພິທີທາງສາສະໜາ ພະສັນຕະປາປາຟັງຊິສ ໄດ້ຊົງພົບປະກັບບັນດາຄອບ
ຄົວຈຳນວນນຶ່ງຂອງພວກເຄາະຮ້າຍ ເຮືອຂ້າມຟາກ Sewol ຫລົ້ມ ໃນເດືອນເມສາຜ່ານ
ມານີ້.
Your browser doesn’t support HTML5
POPE SOKOR SOTVO