ພະສັນຕະປາປາ ສະເດັດມາເຖິງ ສະຫະລັດ ພົບປະກັບ ປະທານາທິບໍດີ ໂອບາມາ

ພະສັນຕະປາປາ Francis ໂອ້ລົມກັບ ປະທານາທິບໍດີ Barack Obama ຕິດຕາມດ້ວຍ ສະຕີໆາຍເລກນຶ່ງ ທ່ານ ນາງ Michelle Obama ຫັລງຈາກໄດ້ເດີນທາມາເຖິງ ເດີ່ນ ບິນ Andrews Air Force Base.

ພະ​ສັນຕະປາປາ Francis ຈະ​ໃຊ້​ເວລາມື້​ທຳ​ອິດ​ຂອງ​ພະ​ອົງ ຢູ່​
ໃນສະຫະລັດໃນ​ວັນ​ພຸດ​ມື້​ນີ້ ພົບ​ປະ​ກັບປະທານາທິບໍດີ Barack
Obama ທີ່​ທຳນຽບຂາວ ​ແລະ​ປະກາດ ​ການເປັນ​ນັກບຸນ ​ຂອງ
ຄຸນ​ພໍ່​ສະ​ເປ​ນ ​ໃນ​ສັດຕະວັດ​ທີ 18 ຊຶ່ງ​ເປັນຜູ້​ທີ່​ໄດ້​ເຜີ​ຍ​ແຜ່ຄຳ​ສັ່ງ
ສອນ​ຂອງ​ສາສະໜາ ຢູ່ໃນເຂດ ທີ່​ຮ້ອງ​ກັນໃນ​ປັດຈຸບັນ​ນີ້​ວ່າ ລັດ
California.

ພະ​ສັນຕະປາປາ​ໄດ້​ຖືກຕ້ອນຮັບ​ໂດຍປະທານາທິບໍດີ Obama
​ແລະ​ຄອບຄົວ​ຂອງ​ທ່ານ ​ເວລາ​ພະ​ອົງ​ໄດ້​ສະ​ເດັດ​ມາ​ເຖິງ ​ໃນ​ວັນ
​ພະຫັດ​ວານ​ນີ້ ທີ່​ເດີ່ນ​ບິນທະ​ຫານ Andrews ນອກ​ນະຄອນ
ຫລວງວໍ​ຊິງ​ຕັນ ຫລັງ​ຈາ​ກ ການຢ້ຽມຢາມປະ ເທດຄິວບາເປັນ
ເວລາສາມ​ວັນ ​ບ່ອນ​ທີ່​ພ​ະອົງ​ໄດ້​ຖືກຍົກຍ້ອງ​ວ່່າ​ ເປັນວິລະ​ບຸຣຸດທີ່​ໄດ້​ຊ່ວຍເຮັດ​ໃຫ້​ການ​ຂັດ​ແຍ້​ງດ້ານ​ການ​ທູດ ລະຫວ່າງ ຮາ​ວາ​ນາ ​ແລະ ວໍ​ຊິງ​ຕັນ ເປັນເວລາຫ້າທົດສະວັດນັ້ນ ສີ້​ນສຸດລົງ.

ພະສັນຕະປາປາ Francis ໂບກມືແກ່ ຝູງຊົນທີ່ພາກັນຢືນລໍຖ້າຢູ່ຕາມຖະໜົນ ໃນ ນະຄອນຫລວງ ວໍຊິງຄັນ

ຫລັງ​ຈາກ​ໄດ້ຖືກຕ້ອນ​ຮັບ​ໂດຍປະທານາທິບໍດີ Obama ​ແລະ​ຫລາຍ​ຮ້ອຍ​ຄົນ ທີ່​ໄປຕ້ອນ
ຮັບ ພາກັນ​ຮ້ອງ​ໂຮແລ້ວ ພະ​ສັນຕະປາປາ ​ກໍໄດ້​ຖືກ​ນຳພາ ​ໂດຍ​ຂະ​ບວນລົດ​ໄປ​ຍັງບ້ານ​ພັກ​ນັກ​ການ​ທູດ​ Vactican ຫຼື Apostotic Nunciature ບ່ອນ​ທີ່ພະ​ອົງ ຈະຊົງ​ພັກ​ເຊົາ​
ລະຫວ່າງການ​ຢ້ຽມຢາມ​ ໃນນະຄອນຫລວງ​ຂອງ​ສະຫະລັດ. ​ແທນ​ທີ່​ຈະ​ຂີ່​ລົດອັນ​ຫລູຫລາ
ພະ​ສັນຕະປາ​ປາ​ ທີ​ມີ​ພະ​ຊົນ​ໄດ້ 78 ພັນ​ສາ ​ໄດ້​ຂີ່​ລົດ Fiat ທຳ​ມະ​ດາສີດຳ ໂດຍ​ໂບກມືໃຫ້​ແກ່ຝູງ​ຊົນ​ທີ່​ພາກັນ​ຢືນ​ລໍຖ້າເປັນ​ແຖວ​ຕາມ​ຖະໜົນ​ໄປ​ສູ່​ ບ້ານ​ພັກ.

ນັບ​ແຕ່​ໄດ້ຖືກ​ເລືອກ​ໃຫ້ເຂົ້າຮັບໜ້າທີ່ ພະສັນ​ຕະປາປາ Francis ທີ່​ເກີດ​ຢູ່​ອາ​ເຈັນຕີ​ນາ ແມ່ນໄດ້ເປັນທີ່ປະທັບໃຈ​ຂອງ​ຫລາຍ​ລ້ານ​ຄົນ ​ທີ່​ພະອົງຊົງ​ເນັ້ນ​ໜັກ​ໃນ​ການຕໍ່​ສູ້ກັບຄວາມ
ທຸກ​ຈົນ ການມີລາຍ​ໄດ້​ທີ່​ບໍ່​ສະເໝີພາບ ການ​ເປັນ​ນາຍທຶນ ​ແບບທີ່ບໍ່ມີການກວດກາ ແລະ
​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ພ້ອມ​ທັງ​ການ​ຕຳໜິຕິຕຽນ​ຈາກພວກນິຍົມແນວທາງ
ເດີມບາງຄົນໃນສະຫະລັດ.

ປ. ໂອບາມາ ຕ້ອນຮັບ ພະສັນຕະປາປາ ທີ່ ທຳນຽບຂາວ

​ໃນ​ລະຫວ່າງ ທີ່​ພະ​ອົງຊົງເດີ່ນທາງໂດຍເຮືອ​ບິນ​ຈາກຄິວ​ບາ ມາ​ຫາວໍ​ຊິງ​ຕັນ ນັ້ນ ພະ​ສັນ
ຕະປາປາ​ກ່າວ​ວ່າ ຄຳສັ່ງສອນ​ຂອງພະອົງ​ ພຽງ​ແຕ່​ເປັນ​ພາກສ່ວນ​ນຶ່ງຂອງ “ຄຳສັ່ງສອນ
ທາງສັງຄົມ​ຂອງ​ສາສະໜາ.”

ພະ​ສັນຕະປາປາ Francis ຄາດ​ວ່າ​ ຈະ​ກ່າວ​ເຖິງ​ເລື້ອງ​ດັ່ງກ່າວນີ້ຕື່ມອີກ ​ໃນ​ວັນ​ພະຫັດ
​ເວລາພະ​ອົງ ຊຶ່ງ​ຈະ​ເປັນພະ​ສັນ​ຕະປາປາ ຄົນ​ທຳ​ອິດ ທີ່ຈະ​ໄດ້ຖະ​ແຫລ​ງຕໍ່ກອງ​ປະ​ຊຸມ
​ຄົບຄະນະຂອງລັດຖະສະພາສະຫະລັດ.

ພະສັນຕະປາປາ ໂບກມືແກ່ ຝູງຊົນ ທີ່ ໂບດ Our Lady of the Assumption ໃນເມືອງ Santiago, Cuba.

ແຕ່ພະ​ອົງ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພະ​ອົງ​ຈະ​ບໍ່​ໃຊ້ຄໍາ​ຖະ​ແຫລ​ງຂອງ​ພະ​ອົງ ທີ່​ລັດ
ຖະສະພາ ​ຮຽກຮ້ອງ​ໃຫ້ສະຫະລັດ ຍຸດຕິການຫ້າມຄ້າຂາຍ ໃນສະ​ໄໝ​ສົງ ຄາມ​ເຢັນ
ຕໍ່ປະເທດຄອມ​ມິ​ວນິສຄິວ​ບາ.

Your browser doesn’t support HTML5

Pope Americas