ສຫລ ກ່າວວ່າ ເກົາຫຼີເໜືອ ຈະບໍ່ໄດ້ຮັບ ການຜ່ອນຜັນ ໃນການລົງໂທດ ໃດໆ

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຈັບມືກັບລັດຖະມົນຕີ ຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມປີໂອ ວັນທີ 9 ພຶດສະພາ 2018. (ຮູບ KCNA)

ຫົວໜ້າ​ນັກ​ການ​ທູດ​ ຂອງ​ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ການ
ປົດ​ອາວຸດ​ນິວ​ເຄລຍຢ່າງສິ້ນເຊີງຂອງເກົາຫຼີ​ເໜືອ ​ຈຳເປັນຕ້ອງໄດ້ມີການພິສູດຢ່າງ
ເຂັ້ມ​ແຂງ​ ແລະ​ການ​ລົງ​ໂທດ​ຕໍ່​ພຽງ​ຢາງ​ຈະ​ບໍ່​ຖືກຍົກ​ເລີກ​ ນອກຈາກວ່າປະເທດດັ່ງ
ກ່າວ ຈະເອົາບາດກ້າວອັນໜັກແໜ້ນ ແລະເພີ້ມຕື່ມ ໄປສູ່​ການ​ເປັນປະເທດທີ່ປອດ
ອາວຸດນິວ​ເຄລຍ.

​ການພົບ​ປະເປັນ​ເທື່ອທຳ​ອິດຂອງລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ​ໄມ​ຄ໌ ພ​ອມ
​ປີ​ໂອ ກັບລັດຖະມົນຕີ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ ທ່ານນາງ​ກັງ ກຍຸງ ​ວາ ທີ່​ນະຄອນ ຫຼວງ​ວໍ​
ຊິງ​ຕັນມີຂຶ້ນບໍ່​ເທົ່າ​ໃດ​ອາທິດ​ ກ່ອນ​ແຜນການເດີນທາງມາຢ້ຽມຢາມທຳນຽບຂາວຂອງ
ປະທາ​ນາ​ທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ​ອິນ ​ແລະການຄາດໝາຍ​ເປັນຢ່າງສູງ ໃນການ
ພົບ​ປະລະ​ຫວ່າງປະທານາທິບໍດີດໍໂນລ ​ທຣໍາ ​ແລະ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ.

ປະທາ​ນາ​ທິບໍດີ​ທຣໍາ​ໄດ້​ປະກາດ​ວ່າ ທ່ານ​ຈະ​ພົບ​ປະ​ກັບທ່ານ​ກິມ ຢູ່ສິງກະ​ໂປ​ໃນ​ວັນ​ທີ
12 ​ມິຖຸນາ ສອງ​ມື້ກ່ອນ​ວັນ​ເກີດ ຄົບຮອບ 72 ປີ ຂອງ​ຜູ້ນຳ​ສະຫະ ລັດ.

ທ່ານ​ພອມປີ​ໂອ​ກ່າວໃນ​ລະຫວ່າງ​ການ​ຖະແຫຼງຂ່າວຮ່ວ​ມ​ວ່າ “ສະຫະ​ລັດ ​ແລະ​ສາທາ
ລະນະ​ລັດ​ເກົາຫຼີ ມີຄວາມໝັ້ນ​ໝາຍ​ ທີ່​ຈະເຮັດໃຫ້ແຫຼມເກົາຫຼີ​ບັນລຸການເປັນເຂດປອດ
ອາວຸດ​ນິວ​ເຄລຍ​ຢ່າງຖາວອນ ມີການກວດພິສູດ ແລະຕ່າວປີ້ນບໍ່ໄດ້ .”

ລັດຖະມົນຕີຕ່າງປະເທດ ເກົາຫຼີໃຕ້ ທ່ານນາງກັງ ກຍຸງ ວາ (ຊ້າຍ) ແລະລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມປີໂອ ທີກອງປະຊຸມນັກຂ່າວ ຢູ່ກະຊວງຕ່າງປະເທດ ສະຫະລັດ ວນທີ 11 ພຶດສະພາ 2018.

ສ່ວນທ່ານນາງ​ກັງ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ ການຜ່ອນຜັນການ​ລົງ​ໂທດ​ຢູ່​ໃນ​ຈຸດ​
ນີ້ເທື່ອ. ພວກ​ເຮົາ​ແມ່ນເປັນທີ່ຈະ​ແຈ້ງທີ່ສຸດວ່າ ການ​ລົງ​ໂທດ ​ຍັງມີ​ຢູ່​ຕໍ່ໄປຈົນ​ກວ່າ ​ແລະ​ນອກຈາກວ່າ ​ພວກ​ເຮົາມອງ​ເຫັນການເອົາບາດກ້າວທີ່ມີຄວາມໝາຍ​ໂດຍ​ເກົາຫຼີ​ເໜືອ ​ໄປສູ່ເສັ້ນທາງ​ການ​ເປັນປະເທດທີ່ປອດອາວຸດນິວເຄລຍ.”

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ ​ເອົາ​ບົດບາດທີ່ກ້າຫານ ​ແລະ
​ໜັກ​ແໜ້ນ ​ໄປ​ສູ່​ການ​ເປັນປະເທດ ທີ່ປອດ​ນິວ​ເຄລຍ. ​ໂດຍ​ການ​ກະ​ທໍາ​ດັ່ງກ່າວ ​ເຂົາ​
ເຈົ້າກ່າວ​ວ່າ ວໍຊິງ​ຕັນ​ແມ່ນ “ພ້ອມແລ້ວ​ ທີ່​ຈະ​ເຮັດ​ວຽກ ​ກັບ​ພຽງ​ຢາງ​ເພື່ອໃຫ້ກາຍເປັນ
ປະເທດທີ່ອຸດົມ​ຮັ່ງມີ."

ປະທານາທິບໍດີດໍໂນລ ທຣໍາ ກ່າວໃນຂະນະຢືນຢູ່ກັບ ທ່ານໂທນີ ກິມ, ທີສອງຊ້າຍມື, ທ່ານກິມ ດົງ ຈູລ, ກາງຂວາ, ແລະທ່ານກິມ ຮັກ ຊົງ, ຂວາ ທັງສາມຄົນໄດ້ຖືກປ່ອຍໂຕຈາກເກົາຫຼີເໜືອ ທີ10 ພຶດສະພາ 2018.

ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ນັກ​ຊ່ຽວຊານ​ກ່າວ​ຕໍ່ວີ​ໂອ​ເອວ່າ​ ​ຊ່ອງ​ຫວ່າງ​ທີ່ມີລະຫວ່າງ​ສະຫະ
ລັດ ​ແລະ​ເກົາຫຼີ​ເໜືອກ່ຽວ​ກັບ​ບາດກ້າວໄປ​ສູ່​ການເປັນປະເທດ​ປອດອາວຸດ ​ນິວ​ເຄລຍ
​ໂດຍ​ທີ່​ເກົາຫຼີ​ເໜືອ ​ຍັງສືບຕໍ່ຮຽກຮ້ອງໃຫ້ມີຂຶ້ນແບບເປັນຂັ້ນໆ ​ແລະຄ່ອຍໆເປັນຄ່ອຍໆ
ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ