ທ່ານໄມຄ໌ ພອມພຽວ ເລີ້ມການຢ້ຽມຢາມ ພາກຕາເວັນອອກກາງ

ລັດຖະມົນຕີ ການ​ຕ່າງປະ​ເທດສະຫະລັດ ຄົນ​​ໃໝ່ ທ່ານໄມຄ໌ ​ພອມ​ພຽວ ຢູ່ທີ່ກອງບັນຊາການ ອົງການເນໂຕ້ ໃນນະຄອນບຣັສເຊີລສ໌.

ຫຼັງຈາກໄດ້ປາກົດຕົວເປັນເທື່ອທຳອິດ ທີ່ນະຄອນບຣັສເຊີລ ໃນກອງປະຊຸມລັດຖະມົນ
ຕີການຕ່າງປະເທດແລ້ວ ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດຄົນໃໝ່ ທ່ານໄມຄ໌
​ພອມ​ແພວ ກໍເລີ້ມອອກເດີນທາງໄປຢ້ຽມຢາມພາກຕາເວັນອອກກາງໃນວັນເສົາມື້ນີ້.
ການຢ້ຽມຢາມເປັນເວລາ 3 ມື້ ແມ່ນຮວມທັງການຢຸດແວ່ທີ່ຊາອຸດີ ອາຣາເບຍ ອິສຣາ
ແອລ ແລະຈໍແດັນ ບ່ອນທີ່ຄາດກັນວ່າ ທ່ານຈະແຈ້ງໃຫ້ບັນດາພັນທະມິດຊາບ ກ່ຽວ
ກັບນະໂຍບາຍຂອງລັດຖະບານສະຫະລັດ ທີ່ມີຕໍ່ອີຣ່ານ.

ໃນວັນສຸກວານນີ້ ທ່ານພອມແພວ​ ກ່າ​ວວ່າ ຍັງບໍ່ມີ​ການ​ຕັດສິນ​ໃຈ​ໃດໆ​ກ່ຽວກັບ​ວ່າ ປະທານາທິບໍດີດໍ​ໂນ​ລ ທຣໍາ ​ຈະ​ຖອນສະຫະລັດ ​ອອກ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍກັບ​ອີ
ຣ່ານຫຼືບໍ່ ຊຶ່ງ​ກ່າວ​ເພີ້​ມອີກ​ວ່າ ການ​ເຈ​ລະ​ຈາ​ກຳລັງ​ດຳ​ເນີນ​ຢູ່.

ທີ່​ກອງ​ປະຊຸ​ມ​ໃຫ້ສຳພາດຂ່າວ​ຂອງ​ທ່ານ​ເທື່ອທຳ​ອິດກ່ຽວກັບ​ໜ້າ​ທີ່​ໃໝ່​ຂອງ​ທ່ານ
ນັ້ນ ທ່ານ​ພອມ​ແພວ ກ່າວ​ວ່າ “ຖ້າບໍ່ມີການດັດແປງ​ຢ່າງ​ພຽງພໍ ຖ້າບໍ່ມີ​ການ​ແກ້ໄຂ​
ຂໍ້ຂາດຕົກບົກຜ່ອງຢ່າງພຽງພໍຂອງຂໍ້ຕົກລົງນີ້ແລ້ວ ປະທາ​ນາ​ທິບໍດີ​ທຣໍາ ອາດຈຶ່ງມີ
ທ່າທາງວ່າ ຈະບໍ່ຢູ່ໃນຂໍ້ຕົກລົງນີ້ ​ກາຍເດືອນ​ພຶດສະພາ​.” ທ່ານ​ພອມ​ແພວ ​ໄດ້​ກ່າວ
​ຢູ່​ກອງ​ປະຊຸມບັນດາ ລັດຖະມົນ​ຕີອົງການເນໂຕ້ ທີ່​ນະ​ຄອນ​ບຣັສ​ເຊີ​ລສ໌ ນຶ່ງ​ມື້​ຫຼັງ
​ຈາກ​ທ່ານ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ.

ທ່ານ​ພອມ​ແພວ ກ່າວ​ວ່າ​ ລາວໄດ້​ສົນທະນາ​ຂໍ້​ຕົກລົງ​ນິວ​ເຄຍລຍ ທີ່​ຮູ້ກັນໃນຊື່​ແຜນ
ການ​ປະຕິບັດ​ງານຮ່ວມຮອບດ້ານ ຫຼື JCPOA ກັບ​ບັນດາ​ເພື່ອນ​ຮ່ວມ​ງານ ໃນອົງ
ການເນໂຕ້ຂອງ​ທ່ານ. ນັກ​ການ​ທູດ​ສູງ​ສຸດ​ສະຫະລັດກ່າວ​ວ່າ ບັນຫາ​ດັ່ງກ່າວອາດ
ມີຄວາມ​ສຳ​ຄັນ ​ຢູ່ໃນ​ລາຍການ​ປະຊຸມ ​ເວລາ​ທ່ານເດີ​ນທາງ​ໄປ​ຕາ​ເວັນ​ອອກ​ກາງ
ລຸນຫຼັງ​ອອກ​ຈາກນະຄອນ​ບັຣສ​ເຊີ​ລສ໌.

ທ່ານ​ພອມແພວ ຍັງ​ໄດ້​ຕັ້ງຄຳ​ຖາມ​ກ່ຽວກັບການຕໍ່ຕ້ານການ​ໂຈມ​ຕີ​ຂອງຣັດ​ເຊຍ​ຕໍ່​
ປະເທດປະ​ຊາ​ທິປະ​ໄຕຕາ​ເວັນຕົກ​ຢູ​ເຄຣນ ການ​ຢ້ຽມຢາມ​ຂອງ​ທ່ານ​ທີ່​ເກົາຫຼີ​ເໜືອ ​ແລະເລື້ອງຂວັນຂອງພະນັກງານຢູ່ທີ່​ກະຊວງ​ຕ່າງປະ​ເທດ. ​ເວລາ​ມີການ ຖາມ​ກ່ຽວ
ກັບພວກກະນັກ​ງານ​ທີ່ຂວັນເສຍ​ຢູ່​ວໍ​ຊິງ​ຕັນ ທ່ານ​ພອມ​ແພວກ່າວ​ວ່າ​ທ່ານ​ໄດ້ພົບ​
ປະກັບພວກ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ ປະຕິ​ບັດ​ງານ​ຢູ່ອົງກາ​ນເນໂຕ້ ​ໃນນະ
ຄອນ​ບຣັສ​ເຊີ​ລສ໌. ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ອາດເສຍຂວັນແຕ່​ປາກົດ​ວ່າຍັງມີສະພາບ
ຈິດໃຈທີ່ເຂັ້ມແຂງດີຢູ່.

ລັດຖະມົນຕີຕ່າງປະເທດເທີກີ ທ່ານເມີບລຸຕ ກາວູໂຊກລູ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວວ ແລະ ເລຂາທິການໃຫຍ່ອົງການ ເນໂຕ ທ່ານເຈັນ ສະໂຕລເລິນເບີກ ແລະລັດຖະມົນຕີຕ່າງປະເທດອັງກິດ ທ່ານບໍຣິສ ຈອນສັນ ທີ 27 ເມສາ 2018.

“​ເຂົາ​ເຈົ້າ​ຫວັງ​ວ່າ ກະຊວງ​ຕ່າງປະ​ເທດ​ຈະ​ໄດ້ຮັບການເຊີດໜ້າຊູຕາ​ຄືນໃໝ່ ທີ່​ພວກ
​ເຮົາ​ຈະ​ອອກ​ໄປ​ປະຕິ​ບັດ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ມາ​ຮ່ວມຢູ່​ກະຊວງ​ຕ່າງປະ​ເທດ​ເພື່ອ
ຈະ​ເຮັດ ​ເພື່ອ​ເປັນນັກວິຊາການ ​ເພື່ອ​ນຳ​ສົ່ງ​ນັກການ​ທູດ​ອາ​ເມຣີກັນໄປ​ຢູ່​ທົ່ວ​ໂລກ ນັ້ນ
​ແມ່ນ​ການ​ປະຕິບັດ​ງານ​ທີ່​ຂ້າພ​ະ​ເຈົ້າ​ຕັ້ງ​ໄວ້.

ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອືນ ກຳລັງຈັບມືກັນທີ່ ບ້ານສະຫງົບເສິກ ປັນມູນຈອມ ເກົາຫຼີໃຕ້.

ທ່າ​ນພອມ​ພຽວ ​ໄດ້​ເນັ້ນ​ໜັກ​ວ່າ ທ່ານ​ຈະ​ພົບ​ປະ​ກັບ​ບັນດາ​ພະນັກງານ​ກະ​ຊວງຕ່າງ
ປະ​ເທດ ​ໃນ​ວັນ​ອັງຄານ​ໜ້າ​ນີ້ ຫຼັງຈາກ​ກັບ​ຄືນ​ມາ​ວໍ​ຊິງ​ຕັນ.

​ເວລາ​ຖາມ​ກ່ຽວ​ກັບກາ​ນພົບ​ປະ​ຂອງ​ທ່ານ​ກັບ ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ອືນ ຫວ່າງ​
ມໍ່​ໆ​ມາ​ນີ້ ທ່ານ​ພອມພຽວ ​ໄດ້​ປະ​ຕິ​ເສດ ທີ່​ຈະ​ກ່າວ​ວ່າ ​ທ່ານ​ກິມ​ເປັນ​ບຸກ ຄົນທີ່ທຸ່ນທ່ຽງ
ຫຼືບໍ່. ທ່ານ​ພອມ​ພຽວ ບໍ່​ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ທ່ານ​ກິມ​ເອົາຈິງເອົາຈັງ​ກ່ຽວ​ກັບ​ແຜນ
ການພົບປະ​ສຸດ​ຍອດ​ກັບ​ປະທານາທິບໍດີ​ທຣໍາ. ທ່ານ​ພອມ​ພຽວ ​ໄດ້​ສັນລະ​ເສີນ​ສາທາ
ລະນະ​ລັດ​ເກົາຫຼີ​ ​ແລະເກົາ​ຫຼີເໜືອກ່ຽວ​ກັບ​ການພົບປະ ​ຄັ້ງ​ປະ​ຫວັດ​ສາດ ​ແລະ​ຄວາມ
ຕ້ອງການ​ຂອງ​ປະຊາຊົນ​ເກົາຫຼີ​ໃນການຢາກມີ​ສັນ ຕິພາບ ​ແລະ​ຄວາມ​ອຸດົມ​ຮັ່ງມີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ