ຊາວອັງກິດ ໄປລົງປະຊາມະຕິ ຊີ້ຂາດວ່າ ປະເທດຕົນ ຍັງຈະເປັນ ສະມາຊິກ ຫລື ຖອນໂຕຈາກ EU

Your browser doesn’t support HTML5

ການ​ລົງ​ຄະ​ແນນ​ສຽງ​ເລີ່ມຂຶ້ນ​ແລ້ວ​ ໃນ​ວັນ​ພະຫັດ​ມື້​ນີ້ ​ໃນການ​ປ່ອນ​ບັດ​ຄັ້ງ​ປະຫວັດສາດ​ ທີ່​ວ່າເມື່ອ​ແລງ​ມື້ນີ້ສິິ້ນສຸດ​ລົງ​ແລ້ວ​ນັ້ນ ກໍ​ແມ່ນ​ວ່າ ​ຈະ​ເປັນ​ການ​ຕັດສິນ​ໃຈ​ທີ່​ວ່າ ປະ​ເທດ​ຈະ​ຍັງ​ສັງກັດ​ຢູ່​ໃນ​ສະຫະພາບ​ຢູ​ໂຣບ ຫຼື​ບໍ່?

​ໃນ​ຂະນະ​ທີ່​ຜູ້​ມີສິດປ່ອນ​ບັດ​ໄດ້​ໄປ​ລົງ​ຄະ​ແນນ​ສຽງ​ຕາມ​ໜ່ວຍ​ປ່ອນ​ບັດຕ່າງໆ ການ​ຢັ່ງ​ຫາງ​ສຽງ​ມະຫາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ສອງ​ຝ່າຍ​ແມ່ນມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ.

ຄາດ​ວ່າ​ຈະ​ມີຜູ້ໄປ​ລົງ​ຄະ​ແນນ​ສຽງ​ຢ່າງ​ໜາ​ແໜ້ນ ​ໃນ​ຈຸດ​ສຸດ​ຍອດ​ຂອງການ​ໂຄສະນາ​ຢ່າງ​ຂົມ​ຂື່ນ​ເປັນ​ເວລາ 2 ​ເດືອນ​ ຊຶ່ງ​ສ່ວນ​ໃຫຍ່ມິ​ຈຸດ​ສູນ​ກາງ​ກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ ທີ່​ເປັນ​ບັນຫາ​ຫຼໍ່​ແຫຼມແລະສ້າງ​ຄວາມ​ແຕກ​ແຍກ​ກັນ​ທີ່​ສຸດ​ ໃນ​ປະ​ເທດ ຊຶ່ງ​ໄດ້​ມີ​ຈຳນວນ​ພວກ​ຄົນ​ເຂົ້າ​ມາ​ເມືອງເພີ້ມຂຶ້ນ​ເປັນ​ສອງ​ເທົ່າ​ ນັບ​ຕັ້ງ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ແລະພັນລະຍາ Samantha ຫຼັງຈາກລົງຄະແນນສຽງລົງປະຊາມະຕິ ກ່ຽວກັບວ່າ ໃຫ້ອັງກິດອອກຈາກສະຫະພາບຢູໂຣບ, ນະຄອນລອນດອນ 23 ມິຖຸນາ, 2016.

ທ່ານ David Cameron ນາຍົກລັດຖະມົນຕີ ​ໄດ້​ເປັນ​ຜູ້ນຳ​ພາ​ ໃນ​ການ​ຮ້ອງ​ຂໍ​ໃຫ້​ຢູ່ສະຫະ ພາບ​ຢູ​ໂຣບຕໍ່​ໄປ. ​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ໄດ້​ຂໍ​ຮ້ອງ​ເປັນຄັ້ງ​ສຸດ​ທ້າຍ ​ໄປ​ຍັງ​ພວກ​ທີ່​ມີ​ສິດ​ປ່ອນ​ບັດທັງຫຼາຍ ​ທີ່​ຍັງ​ບໍ່​ທັນ​ຕັດສິນ​ໃຈ​ເທື່ອ​ນັ້ນ ໂດຍ​ທ່ານ​ໄດ້​ກ່າວວ່າ “ພວກ​ເຮົາ​ເຂັ້ມ​ແຂງກ່ວາ ​ພວກ​ເຮົາ​ຈະ​ດີ​ຂຶ້ນ​ກ່ວາ ຖ້າ​ພວກ​ເຮົາ​ປະຕິ​ຮູບ​ສະຫະພາບ​ຢູ​ໂຣບ ຫຼື EU.”

ທ່ານ Cameron ​ແລະ​ພວກ​ທີ່​ຄັດ​ຄ້ານ​ທັງຫຼາຍ ຕໍ່​ການ​ຖອນ​ຕົວ​ຂອງ​ອັງກິດ​ຫລື Brexit ກ່າວ​ວ່າ ​ເສດຖະກິດ​ອັງກິດ ຈະໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍແຮງ ຖ້າ​ຫາກ​ວ່າໄດ້ມີ​ການ ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ທີ່​ມີທັງ​ໝົດ 28 ປະ​ເທດ​ນັ້ນ.

ພວກທີ່ມີສິດປ່ອນບັດ ພາກັນພາກັນອອກມາຮວມຕົວກັນໄວ້ອາໄລຕໍ່ ສະມາຊິກສະພາ ທ່ານນາງ Jo Cox ທີ່ພົວພັນເຖິງສະຖານະການຂອງ Brexit , 23 ມິຖຸນາ, 2016. (ພາບ: L. Ramirez / VOA)

ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ເມືອງ​ໃນ​ອະນາ​ຄົດ​ຂອງທ່ານ David Cameron ຈະຕົກ​ຢູ່ ​ໃນ​ອັນຕະລາຍ ສຸດ​ແລ້ວ​ແຕ່​ວ່າ ຜົນການ​ລົງ​ປະຊາ​ມະຕິ​ຈະ​ອອກ​ມາແບບ​ໃດ. ການ​ລົງ​ປະ ຊາ​ມະ​ຕິ ​ໄດ້​ຈັດ​ຂຶ້ນ ຫຼັງຈາກ​ທີ່​ທ່ານ Cameron ບໍ່​ສາມາດບັນລຸ​ການຕົກລົງ​ກັບ EU ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ຊຶ່ງຈະຈຳກັດ​ຮັດ​ແຄບ​ຜົນ​ປະ​ໂຫຍ​ດຂອງ​ຄົນ​ເຂົ້າ​ເມືອງ ​ແລະ​ການ​ປັບທຸລະ​ກິດ ​ແລະ​ກົດ​ລະບຽບ​ການ​ອື່ນ​ໆນຳ.

​ໃນ​ວັນ​ພະຫັດ​ມື້​ນີ້ ຖ້າ​ຫາກ​ວ່າການ​ຕັດສິນ​ໃຈ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ຈະ​ຖອນ​ຕົວອອກ​ຈາກ EU ​ພວກ​ຜູ້​ຊ່ຽວຊານ​ກ່າວ​ວ່າ ທ່ານ Cameron ຈະ​ເສຍ​ສິດອຳນາດ ​ແລະ​ມີ​ທາງ​ເລືອກ ນ້ອຍ​ສຸດ​ ກໍ​ຄື​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຊຶ່ງ​ເປັນ​ສິ່ງ​ທີ່ພວກ​ຜູ້ນຳອັງກິດທ່ານ​ນີ້ ​ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ກະທຳ​ເຊັ່ນ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: Brexit ແມ່ນຫຍັງກັນແທ້?

Your browser doesn’t support HTML5

Explainer: What is Brexit?