ປະຊາຊົນ ທົ່ວໂລກ ສ່ວນໃຫຍ່ ເປັນຫ່ວງນຳ ການປ່ຽນແປງ ຂອງສະພາບດິນຟ້າອາກາດ

ໂຮງງານຜະລິດ ພະລັງໄຟຟ້າ ດ້ວຍການເຜົາຖ່ານຫີນ ກຳລັງພົ່ນຄວັນຂຶ້ນຟ້າໃນເມືອງ Juliette ຂອງລັດ Georgia ທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ.

ການສຳ​ຫຼວດ​ການ​ປ່ຽນ​ແປງ​ ຂອງ​ສະພາບ​ອາກາດ​ທົ່ວ​ໂລກ
​ຄັ້ງໃໝ່​ ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນເກືອບ 80 ​ເປີ​ເຊັນ​ ​ແມ່ນ
​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ ກ່ຽວກັບ​ຜົນ​ກະທົບ​ຂອງໂລກ​ຮ້ອນ ​ແລະ
​ເຂົາ​ເຈົ້າກ່າວວ່າ ທຸກໆ​ປະ​ເທດ​ຄວນ​ເຮັດ​ໜ້າ​ທີ່​ ຂອງພວກຕົນ
​ເພື່ອ​ຢຸດ​ຢັ້ງສະພາບ​ດັ່ງກ່າວ.

ກາ​ນສຳ​ຫຼວດ​ແມ່ນ​ໄດ້ເຮັດຂຶ້ນ​ຢູ່​ໃນ 79 ປະ​ເທດ​ໂດ​ຍກຸ່ມ​ທີ່​ເອີ້ນ
​ຕົນ​ເອງ​ວ່າ ທັດສະນະ​ອ້ອມ​ໂລກ ກ່ຽວ​ກັບ ສະພາບ​ອາກາດ ​ແລະ
ພະລັງງານ ຫຼື ​World Wide Views on Climate and Energy.

​ມີ​ປະຊາຊົນ ສິບ​ພັນ​ຄົນ ​ໄດ້​ມາ​ພົບ​ກັນ​ຢ່າງ​ພ້ອມພຽງ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ ເພື່ອ​ອະພິປາຍ
ເລື້ອງ​ສະພາບ​ອາກາດ​ປ່ຽນ​ແປງ ​ແລະ ຮ່ວມ​ກັນເຮັດ​ການສຳ​ຫຼວດນີ້. ບັນດາຜູ້​ຈັດ​ແຈງ​ງານນີ້ ກ່າວ​ວ່າ ຕົນເປັນ​ຜູ້ຈັດ​ກອງ​ປະຊຸມ​ພົນລະ​ເມືອ​ງ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ກ່ຽວ​ກັບ​ບັນຫາດັ່ງກ່າວ​ນີ້.

ລວມຢູ່​ໃນ​ຜົນ​ຂອງ​ການ​ສຳ​ຫລວດ​ຢັ່ງ​ຫາງ​ສຽງ​ນັ້ນ 79 ​ເປີ​ເຊັນ ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ
ມີ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ຜົນ​ກະທົບ​ຕ່າງໆ ຂອງ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ
​ແລະ 71 ​ເປີ​ເຊັນ ກ່າວ​ວ່າ ການ​ເຈລະຈາຫຼາຍໆ​ປີຜ່ານ​ມາ​ຂອງອົງການ​ສະຫະ​ປະຊາ​ຊາດ
​ໄດ້​ມີ​ຜົນ​ແຕ່​ນ້ອຍ​ດຽວ ໃນ​ການ​ຮັບ​ມື​ກັບບັນຫາ​ດັ່ງກ່າວ.

ສ່ວນ 70 ​ເປີ​ເ​ຊັນ ກ່າວ​ວ່າ ການ​ຕໍ່ສູ້​ກັບ​ສະພາບ​ໂລກ​ຮ້ອນ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​
ໂລກ ທີ່​ຈຳ​ເປັນ​ຕ້ອງ​ມີ​ສົນທິສັນຍາ​ນາໆ​ຊາດ ​ແຕ່ 80 ​ເປີ​ເຊັນ​ກ່າວ​ວ່າ ປະ​ເທດ​ບ້ານ​ເກີດ
​ຂອງໃຜລາວຄວນ​ເອົາ​ບາດກ້າວຕ່າງໆ ​ເພື່ອ​ຕັດ​ລົງອາຍ​ແກັສ​ເຮືອນ​ແກ້ວ ​ເຖິງ​ແມ່ນ​ວ່າ
ປະ​ເທດ​ອື່ນໆ​ ຈະ​ບໍ່​ເຮັດ​ກໍ​ຕາມ.

​ເກືອບເຄິ່ງນຶ່ງ​ຂອງ​ບັນດາ​ຜູ້​ທີ່​ຖືກ​ຖາມ ​ເ​ຊື່​ອກັນ​ວ່າ ​ໂລກ​ຄວນ​ຍົກ​ເລີກ​ການ​ຂຸດ​ຄົ້ນຫາ
​ແຫຼ່ງເຊື້ອ​ໄຟ​ຊິ​ວະ​ພັນ​ທຳ​ມະ​ຊາດ ​ເຊັ່ນວ່າ ນ້ຳມັນ ​ແລະ ຖ່ານ​ຫີນ ຊຶ່ງທັງ​ສອງຢ່າງນີ້​
ເປັນແຫຼ່ງຂອງມົນ​ລະ​ຜິດ.